ລາຄາ Bitcoin ລົດລົງສູ່ລະດັບຕໍ່າສຸດໃນຮອບ 2 ປີ ຫຼັງ Binance ຍົກເລີກການຊື້ ກິດຈະການຂອງ FTX

Bitcoin

ພາຍຫຼັງ Binance ໄດ້ປະກາດຍົກເລີກການເຂົ້າຊື້ກິດຈະການຂອງ FTX ເບິ່ງຄືວ່າ Bitcoin ຫຼຽນຄຣິບໂຕ ອັນດັບ 1 ກໍຈະຕອບສະໜອງກັບການເຄື່ອນໄຫວຄັ້ງນີ້ທັນທີ ໂດຍລາຄາຂອງຫຼຽນ ໄດ້ປັບຕົວລົງເຖິງຈຸດຕໍ່າສຸດໃນຮອບ 2 ປີ ມາເຄື່ອນໄຫວຢູ່ທີ່ລະດັບ 15.632 ໂດລາ.

ໂດຍກຣາຟ BTCUSD ໄດ້ເຜີຍໃຫ້ເຫັນວ່າລາຄາຂອງ Bitcoin ນັ້ນໄດ້ປັບຕົວລົງມາຮອດຈຸດຕໍ່າສຸດໃນປີນີ້ທີ່ 15.632 ໂດລາ ໃນເວັບຊື້ຂາຍຂອງ Bitfinex. ນອກຈາກນີ້ຍັງຖືເປັນຈຸດຕໍ່າສຸດໃນຮອບ ສອງປີ ໂດຍຄັ້ງຫຼ້າສຸດທີ່ລາຄາລົດລົງມາປະມານນີ້ແມ່ນເມື່ອວັນທີ 20 ພະຈິກ 2020.

Bitcoin

ການປັບຕົວລົງຢ່າງກະທັນຫັນຄັ້ງນີ້ ເກີດຂຶ້ນເມື່ອເວລາປະມານ 4 ໂມງເຊົ້າ ເມື່ອ Binance ນັ້ນໄດ້ອອກມາປະກາດວ່າພວກເຂົາໄດ້ຍົກເລີກ ການເຂົ້າຊື້ກິດຈະການຂອງ FTX ໂດຍໃຫ້ເຫດຜົນວ່າ FTX ນັ້ນບໍ່ຜ່ານມາດຕະຖານການກວດສອບ due diligence (ການກວດສອບ ວິເຄາະສະຖານະການ) ຂອງບໍລິສັດ Binance. ນອກຈາກນີ້ ຍັງໄດ້ກ່າວອ້າງເຖິງການບໍລິຫານ ແລະ ການຈັດການເງິນທຶນຂອງລູກຄ້າທີ່ຜິດພາດ ຂອງ FTX ອີກດ້ວຍ.

Bitcoin

ໂດຍກ່ອນໜ້ານີ້ ມີລາຍງານເພີ່ມຕື່ມວ່າຈຳນວນ Bitcoin ໃນກະດານຊື້ຂາຍຂອງ FTX ລົດລົງຢ່າງໜັກ ໂດຍເກີດຂຶ້ນທ່າມກາງຄວາມກັງວົນຂອງຜູ້ຄົນຈົນເຮັດໃຫ້ພວກເຂົາແຫ່ຖອນຫຼຽນດັ່ງກ່າວ ອອກໄປສູ່ Binance.

ນອກຈາກນີ້ ຍັງມີລາຍງານອອກມາວ່າ ການລົດລົງຄັ້ງນີ້ຂອງລາຄາ Bitcoin ເຮັດໃຫ້ບັນດານັກລົງທຶນທີ່ຊື້ Bitcoin ເອົາໄວ້ເມື່ອເດືອນ ທັນວາ ປີ 2017 ທີ່ຕອນນັ້ນ ລາຄາ Bitcoin ໄດ້ລົດລົງມາເຖິງຈຸດຕໍ່າສຸດເປັນຄັ້ງທຳອິດ ຢູ່ທີ່ປະມານ 20.000 ໂດລາ ແມ່ນຕອນນີ້ກຳລັງຢູ່ໃນສະພາວະຂາດທຶນແລ້ວ.

Bitcoin

ຄວາມວຸ້ນວາຍທັງໝົດທີ່ເກີດຂຶ້ນນີ້ສະແດງໃຫ້ເຫັນເຖິງທຳມະຊາດຂອງ Cryptocurrency ທີ່ມີຄວາມຜັນຜວນສູງ ແລະ ສະແດງໃຫ້ເຫັນວ່າ ການລົງທຶນເປັນໄລຍະຍາວບໍ່ໄດ້ໝາຍຄວາມວ່າຈະໄດ້ຜົນຕອບແທນທີ່ໜ້າພໍໃຈສະເໝີໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/