Long-Covid ຮ້າຍແຮງກວ່າທີ່ຄິດ! ເຄສທີ 2 ຂອງປະເທດລາວ ທີ່ເກີດຂຶ້ນກັບເດັກນ້ອຍ ອາຍຸພຽງ 3 ປີ

Long-Covid

Long-Covid ເຄສທີ 2 ຂອງປະເທດລາວ ທີ່ເກີດຂຶ້ນກັບເດັກນ້ອຍ ເພດຍິງ ອາຍຸພຽງ 3 ປີປາຍ ໝໍໄດ້ຢືນຍັນວ່າເປັນ “Long-Covid” ເປັນເຄສທີ່ຂ້ອນຂ້າງຈະສັບສົນ ກວ່າຈະຮູ້ວ່າເປັນໂຄວິດຊະນິດນີ້ ແມ່ນໄດ້ຜ່ານການກວດຫຼາຍຄັ້ງ ບາງຄັ້ງທີ່ກວດຜົນກໍບໍ່ອອກມາຕາມທີ່ຄິດໄວ້ ທາງໝໍເອງກໍຍັງຢືນຢັນບໍ່ໄດ້ໃນຕອນນັ້ນ.

ໂດຍອາການເລີ່ມທຳອິດມີຄື: ມີອາການຖ່າຍເຈັບທ້ອງ ຄ້າຍກັບຖ່າຍຖອກທ້ອງ, ທ້ອງເບັງ, ຖືຄີງໄຂ້. ຈາກນັ້ນ ຜູ້ປົກຄອງຂອງຜູ້ກ່ຽວກໍໄດ້ເອົາຢາໃຫ້ກິນ (ແຕ່ກ່ອນຈະມີອາການນີ້ ແມ່ນມີອາການຄືໄຂ້ຫວັດ ແຕ່ບໍ່ມີນ້ຳມູກ) ແລ້ວກໍໄດ້ນຳເອົາຜູ້ກ່ຽວໄປໂຮງໝໍແຫ່ງໜຶ່ງ ເພາະອາການບໍ່ດີຂຶ້ນ ເຊິ່ງໄດ້ໄປກວດຊອກຫາເຊື້ອໂຄວິດ-19 ທັງພໍ່-ແມ່ ແລະ ລູກ ພ້ອມກັນ ແຕ່ຜົນກວດແມ່ນບໍ່ພົບຫຍັງ. ຕໍ່ມາຜູ້ເປັນລູກໄຂ້ບໍ່ລົງແລະໄຂ້ຍັງສູງຂຶ້ນກວ່າເກົ່າ ມີອາການທ້ອງອືດ-ທ້ອງເບັງ ແລ້ວຕົວກໍເຫຼືອງໆ (ປົກກະຕິເປັນຄົນຜິວສີຄ້ຳ) ຈົນບໍ່ຮູ້ວ່າຜູ້ກ່ຽວອອກສີໜ້ອຍຫຼາຍປານໃດ ທາງຄອບຄົວຄິດວ່າເປັນພຽງຕົວເຫຼືອງທຳມະດາທົ່ວໄປ.

ກ່ອນໜ້ານີ້ ໄດ້ໄປກວດໃນຄລີນິກແຫ່ງໜຶ່ງ ໝໍໄດ້ບອກວ່າລັກສະນະນີ້ ຄ້າຍຄືກັບອາການໄຂ້ລຳໄສ້ໃນເດັກ. ຫຼັງຈາກນັ້ນ 2-3 ມື້ໝໍຢູ່ຄລີນິກຈຶ່ງສັງເກດເຫັນວ່າທ້ອງເບັງຜິດປົກກະຕິ ຈຶ່ງບົ່ງມະຕິພະຍາດວ່າຕັບແລະມ້າມໃຫຍ່ (ເຊິ່ງໃຊ້ເວລາໃນການປົວຢູ່ຄລີນິກ ແມ່ນ 5 ມື້) ເມື່ອເຫັນອາການບໍ່ດີ ມື້ຕໍ່ມາພໍ່ແມ່ຕັດສິນໃຈເອົານ້ອງໄປໂຮງໝໍ, ໃນມື້ທີ່ໄປໂຮງໝໍ ແມ່ນໄດ້ໄປຢູ່ຫ້ອງທົ່ວໄປ ແລ້ວໝໍກໍໄດ້ວິເຄາະອາການຕ່າງໆ ແລ້ວຜູ້ກ່ຽວກໍໄດ້ເລີ່ມໄຂ້ບໍ່ເຊົາ-ໄຂ້ສູງ ທາງໂຮງໝໍກໍໄດ້ເລັ່ງເຂົ້າຫ້ອງມໍລະສຸມເດັກ. ຈາກນັ້ນ ກໍມີທັງອາການປາກແຫ້ງ-ເລືອດຊຶມອອກຕາມຮີມສົບ (ເວລາດູດນົມເລືອດຈົນຕິດຕາມຂອບປາກເຕົ້ານົມ) ຄວາມດັນກໍສູງ ແຕ່ເມັດເລືອດຂາວຕ່ຳ ເຊິ່ງໝໍໄດ້ບອກວ່າອາດແມ່ນອາການຂອງກະແສເລືອດເປັນພິດ.

Long-Covid

ຜົນກວດຂອງຜູ້ກ່ຽວ ແມ່ນບໍ່ພົບໂຄວິດ, ກວດໄຂ້ຍຸງ 3-5 ມື້ຕິດຕໍ່ກັນກໍບໍ່ພົບເຊື້ອເລີຍ, ເມັດເລືອດຂາວປົກກະຕິຈະມີປະມານ 80-90 ແຕ່ເມັດເລືອດຂາວຂອງນ້ອງຕົກລົງມາເຫຼືອ 23, ມີບາງມື້ທີ່ນ້ອງຖ່າຍອອກເປັນສີດຳ, ໄຂ້ບໍ່ເຊົາ ໝໍໄດ້ສັກຢາລົດໄຂ້ທຸກໆ 4 ຊົ່ວໂມງ ແຕ່ອາການກໍ່ບໍ່ດີຂຶ້ນ. ໝໍຈຶ່ງຕັດສິນໃຈ ຂໍຄອບຄົວກວດຫາເຊື້ອອີກຊະນິດໜຶ່ງກໍຄື: “Mis-C ຫຼື Long-Covid” ເຊິ່ງເຄສນີ້ເປັນເຄສທີ 2 ຂອງປະເທດລາວ. ໝໍໄດ້ວິເຄາະອາດຈະຕິດມານໍາໝູ່ໃນໂຮງຮຽນເຊິ່ງຕິດເອົາເຊື້ອທີ່ດື້ຢາ ຈຶ່ງເຮັດໃຫ້ຮ່າງກາຍຂອງນ້ອງເມື່ອໄດ້ຮັບມາຈຶ່ງມີປະຕິກິລິຍາກາຍເປັນເຊື້ອທີ່ດື້ຢາກວ່າເກົ່າ.

ອາການຂອງຜູ້ກ່ຽວ ເປັນອາການທີ່ແປກທີ່ສຸດ. ຫຼັງຈາກການປິ່ນປົວນ້ອງມາໄດ້ຮອດມື້ທີ 11, ຜູ້ກ່ຽວກໍໄດ້ຈາກໄປ ເຊິ່ງໃນມື້ສຸດທ້າຍ ນ້ອງມີອາການແປກໆ ຮ່າງກາຍ ແລະ ຈິດໃຈ ບໍ່ຢູ່ກັບເນື້ອກັບຕົວແລ້ວ ສັກຢາທຸກໆ 2 ຊົ່ວໂມງ ຈາກທີ່ສັກທຸກໆ 4 ຊົ່ວໂມງ ແຕ່ອາການຂອງຜູ້ກ່ຽວກໍບໍ່ມີອາການດີຂຶ້ນ ໄຂ້ບໍ່ລົດລົງ, ໜ້າເອິກກໍແໜ້ນ ຜູ້ກ່ຽວມີອາການຢາກລຸກຕະຫຼອດ (ລັກສະນະຄືຄ້າຍໄຂ້ຍຸງ ແຕ່ບໍ່ມີເຊື້ອ) ເພາະເຊວເມັດເລືອດອອກມັນຈະໄປບີບຊວງເອິກ ຈະເຮັດໃຫ້ຕັບກັບມ້າມໃຫຍ່ ແລະ ເວລາທີ່ເຈາະເລືອດ ເລືອດແມ່ນຈະໄຫຼອອກ ຄ້າຍໆຄືກັບພູມຕ້ານທານຂອງລະບົບເກັດເລືອດມັນລວນໝົດແລ້ວ, ໝໍໄດ້ແຫຍ່ທໍ່ແຕ່ຜູ້ກ່ຽວໄດ້ດຶງອອກຕະຫຼອດ ແລະ ມັກກັດ (ເພາະຫາຍໃຈບໍ່ທົ່ວເຖິງ) ທາງໝໍໄດ້ພະຍາຍາມຈົນສຸດຄວາມສາມາດ ແຕ່ກໍບໍ່ສາມາດຮັກສາຊີວິດນ້ອງໄວ້ໄດ້. ຫຼັງຈາກນ້ອງໄດ້ເສຍໄປ ພໍ່ຂອງນ້ອງກໍໄດ້ຮູ້ວ່າຕົນເອງມີເຊື້ອຕັບ ແຕ່ບໍ່ແນ່ໃຈວ່າຕິດຈາກກຳມະພັນ ຫຼື ຜູ້ກ່ຽວເອງ. ເຖິງຢ່າງໃດກໍຕາມ ເຄສນີ້ໝໍໄດ້ວິນິດໄສວ່າແມ່ນ “Long-Covid”.

Long-Covid

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/