UN ຊີ້ ຈີນລະເມີດສິດທິມະນຸດຢ່າງຮ້າຍແຮງ ໃນ ຊິນຈຽງທາງການຈີນໂຕ້ ເປັນພຽງເລື່ອງທີ່ຖືກແຕ່ງຂຶ້ນເທົ່ານັ້ນ

ຈີນລະເມີດສິດທິມະນຸດຢ່າງຮ້າຍແຮງ

ຕະຫຼອດໄລຍະຫຼາຍປີທີ່ຜ່ານມາ ຈີນແມ່ນຖືກຈັບຕາເບິ່ງຢ່າງໃກ້ຊິດຈາກປະຊາຄົມໂລກມາຕະຫຼອດ ໃນປະເດັນເລື່ອງການລະເມີດສິດທິມະນຸດຕໍ່ຊາວ ອຸຍກູ ໃນ ຊິນຈຽງ ທີ່ຢູ່ທາງພາກຕາເວັນຕົກຂອງຈີນ ແລະ ເມື່ອບໍ່ດົນມານີ້ ອົງການສະຫະປະຊາຊາດ ຫຼື UN ອອກມາລາຍງານວ່າຈີນລະເມີດສິດທິມະນຸດຢ່າງຮ້າຍແຮງ ແລະ ກຳລັງກໍ່ອາຊະຍາກຳຕໍ່ເພື່ອນມະນຸດ.

Michelle Bachelet ຫົວໜ້າໃຫຍ່ສູງສຸດໃນດ້ານສິດທິມະນຸດຂອງ UN ໄດ້ລະບຸໃນຖະແຫຼງການເມື່ອວັນທີ 31 ສິງຫາ ທີ່ຜ່ານມາວ່າ: ມີການລະເມີດສິດທິມະນຸດຢ່າງຮ້າຍແຮງເກີດຂຶ້ນໃນ ຊິນຈຽງ ທັງການຄວບຄຸມຕົວ ທີ່ທາງການຈີນໃຊ້ກັບປະຊາຊົນຊາວ ອຸຍກູ ແລະ ຄົນກຸ່ມນ້ອຍອື່ນໆ ເຊິ່ງອາດເປັນການກໍ່ອາຊະຍາກຳຕໍ່ເພື່ອນມະນຸດນຳກັນ.

ຈີນລະເມີດສິດທິມະນຸດຢ່າງຮ້າຍແຮງ

ໃນລາຍງານຍັງລະບຸອີກວ່າ ໄດ້ພົບຫຼັກຖານທີ່ໜ້າເຊື່ອຖືວ່າມີການລະເມີດສິດທິໃນການຈະເລີນພັນ ຜ່ານການບັງຄັບໃຫ້ໃຊ້ນະໂຍບາຍວາງແຜນຄອບຄົວຕັ້ງແຕ່ປີ 2017 ແຕ່ຂໍ້ມູນທີ່ໄດ້ຮັບມາຈາກພາກລັດຍັງໜ້ອຍຫຼາຍ ຈຶ່ງເຮັດໃຫ້ຍາກທີ່ຈະສະຫຼຸບໄດ້ວ່າ ລະດັບການບັງຄັບໃຊ້ນະໂຍບາຍ ແລະ ການລ່ວງລະເມີດໃນການຈະເລີນພັນ ນັ້ນຮຸນແຮງເຖິງຂັ້ນໃດ. ພ້ອມຍັງມີການຮຽກຮ້ອງໃຫ້ລັດຖະບານຈີນເລັ່ງມືປ່ອຍຕົວຜູ້ທີ່ຖືກກັກຂັງຢູ່ຕາມສູນເຝິກອາຊີບ, ຄຸກ ແລະ ຄ້າຍຕ່າງໆໃນທັນທີ.

ຈີນລະເມີດສິດທິມະນຸດຢ່າງຮ້າຍແຮງ

ນອກຈາກນີ້ ຫຼາຍອົງກອນເພື່ອສິດທິມະນຸດທົ່ວໂລກ ຍັງໄດ້ກ່າວຫາວ່າຈີນລະເມີດສິດທິມະນຸດຂອງຊາວ ອຸຍກູ ແລະ ຊາວມຸດສະລິມກຸ່ມນ້ອຍທີ່ມີປະມານ 10 ລ້ານຄົນໃນຊິນຈຽງ ໂດຍສະເພາະການບັງຄັບໃຊ້ແຮງງານຂອງຄົນເຫຼົ່ານີ້ ຕາມຄ້າຍກັກກັນຕ່າງໆ.

ຈີນລະເມີດສິດທິມະນຸດຢ່າງຮ້າຍແຮງ

Dilxat Raxit ຈາກສະພາ ອຸຍກູໂລກ (World Uyghur Congress) ຊີ້ວ່າ ລາຍງານຂອງ UN ເປັນເຄື່ອງຢືນຢັນຢ່າງດີ ແລະ ຊັດເຈນ ເຖິງຄວາມຮຸນແຮງທີ່ຈີນກະທຳຕໍ່ຊາວ ອຸຍກູ.

ຂະນະທີ່ທາງການຈີນກໍອອກມາຕອບໂຕ້ວ່າ ສິ່ງເຫຼົ່ານີ້ເປັນພຽງສິ່ງທີ່ແຕ່ງຂຶ້ນ ດ້ວຍເຫດຜົນທາງການເມືອງ ເພື່ອຂັດຂາຈີນເທົ່ານັ້ນ.

ຈີນລະເມີດສິດທິມະນຸດຢ່າງຮ້າຍແຮງ

ໂດຍ ຈາງ ຈຸນ (ZHANG JUN) ເອກອັກຄະລັດຖະທູດ ຈີນປະຈຳ UN ກ່າວວ່າ: “ເຮົາຕ່າງກໍຮູ້ກັນດີວ່າປະເດັນເລື່ອງ ຊິນຈຽງ ເປັນພຽງເລື່ອງທີ່ຖືກແຕ່ງຂຶ້ນ ດ້ວຍເຫດຜົນດ້ານການເມືອງ ໂດຍມີເປົ້າໝາຍເພື່ອທຳລາຍສະຖຽນລະພາບ ແລະ ຂັດຂວາງການພັດທະນາຂອງຈີນ. ເຮົາບໍ່ຄິດວ່າສິ່ງເຫຼົ່ານີ້ຈະບໍ່ເປັນຜົນດີກັບໃຜເລີຍ ມັນມີແຕ່ຈະເຮັດໃຫ້ຄວາມຮ່ວມມືລະຫວ່າງ UN ແລະ ລັດສະມາຊິກ ໜ້ອຍລົງຕື່ມອີກ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ