ໂຕໂນ້ ພາຄິນ ລົງສຳຫຼວດໂຮງໝໍແຂວງຄຳມ່ວນ ກ່ອນຈະມີກິດຈະກຳລອຍນ້ຳຂ້າມແມ່ນ້ຳຂອງ

ໂຕໂນ້ ພາຄິນ

ພາຄິນ ຄໍາວິໄລສັກ ຫຼື ໂຕໂນ້ ອາຍຸ 36 ປີ ນັກຮ້ອງ-ນັກສະແດງຊາວໄທ ເຊິ່ງເປັນທີ່ຮູ້ຈັກຈາກການແຂ່ງຂັນລາຍການເດິສະຕາ 6 (THE STAR 6) ປັດຈຸບັນເປັນນັກເຕະບານໃນຕໍາແໜ່ງກອງກາງໃຫ້ກັບອາຍຸດທະຍາ ຢູໄນເຕັດ ໃນໄທລີກ 2 ເຊິ່ງໃນຕອນແລງຂອງມື້ວານນີ້ ກົງກັບວັນທີ 7 ກັນຍາ 2022 ໂຕໂນ້ ພ້ອມດ້ວຍຄະນະໄດ້ເດີນທາງຈາກກຸງເທບ (ນະຄອນຫຼວງຂອງປະເທດໄທ) ມາຍັງແຂວງນະຄອນພະນົມແລ້ວເດີນທາງໄປສານຫຼັກເມືອງຂອງແຂວງດັ່ງກ່າວເພື່ອສັກກາລະສານຫຼັກເມືອງ. ຫຼັງຈາກນັ້ນໄດ້ຂຶ້ນເຮືອລ່ອງນໍ້າແມ່ຂອງເພື່ອໄປເບິ່ງຈຸດຂຶ້ນຝັ່ງລາວທີ່ວັດພຣະທາດສີໂຄດຕະບອງແລ້ວສັກກາລະພຣະທາດສີໂຄດຕະບອງ.

ໂຕໂນ້ ພາຄິນ

ພາຍຫຼັງສໍາເລັດຈາກການສັກກາລະພຣະທາດສີໂຄດຕະບອງແລ້ວກໍໄດ້ເດີນທາງເຂົ້າຢ້ຽມຢາມໂຮງໝໍແຂວງຄໍາມ່ວນໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກພະນັກງານແພດໝໍຕະຫຼອດເຖິງແຟນຄລັບຊາວລາວ. ເມື່ອມາຮອດໂຮງໝໍແຂວງຄໍາມ່ວນໂຕໂນ້ກໍໄດ້ຮັບຟັງສະພາບທີ່ຕັ້ງ, ຈຸດພິເສດຂອງແຂວງ ແລະ ສະພາບລວມພາຍໃນໂຮງໝໍແຂວງ ເຊິ່ງສະເໜີໂດຍທ່ານ ດຣ. ແກ້ວອຸດົມ ລອດທໍາມະວົງ ຜູ້ອໍານວຍການໂຮງໝໍແຂວງຄໍາມ່ວນ, ຫຼັງຈາກນັ້ນທ້າວ ພາຄິນ ຄໍາວິໄລສັກ ຫຼື ໂຕໂນ້ກໍໄດ້ແຈ້ງວັດຖຸປະສົງຂອງການເດີນທາງເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນເຊິ່ງລາວໄດ້ເວົ້າວ່າ: ໃນການມາເຄື່ອນໄຫວໃນຄັ້ງນີ້ກໍເພື່ອມາສໍາຫຼວດເບິ່ງຈຸດລອຍນໍ້າໂດຍແມ່ນກິດຈະກໍາໜຶ່ງ ເພື່ອຊອກຫາລາຍໄດ້ເຂົ້າໃນການຈັດຊື້ອຸປະກອນການແພດຂອງໂຮງໝໍນະຄອນພະນົມ ແລະ ໂຮງໝໍແຂວງຄໍາມ່ວນ ພ້ອມນັ້ນຍັງເປັນການເສີມຂະຫຍາຍສາຍສໍາພັນອັນດີລະຫວ່າງປະຊາຊົນສອງຊາດລາວ-ໄທ, ໄທ-ລາວໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ຫຼັງຈາກນັ້ນກໍໄດ້ໄປເບິ່ງຈຸດລອຍນໍ້າຂາກັບທີ່ຫາດບ້ານນາເມືອງ (ເທສະບານເມືອງທ່າແຂກ) ແລ້ວລົງເຮືອກັບແຂວງນະຄອນພະນົມ.

ໂຕໂນ້ ພາຄິນ

ເນື່ອງຈາກແຂວງນະຄອນພະນົມໄດ້ຮັບການປະສານງານຈາກບໍລິສັດ ເຊັກ ໂຊ ແອນ ໂຊ ຈໍາກັດ ເຊິ່ງໄດ້ຮັບການມອບໝາຍຈາກທ້າວ ພາຄິນ ຄໍາວິໄລສັກ ຫຼື ໂຕໂນ້ໃຫ້ເປັນຕົວແທນໃນການດໍາເນີນການກະກຽມຄວາມພ້ອມຂອງງານ “one man and the river ໜຶ່ງຄົນລອຍ ຫຼາຍຄົນໃຫ້” ເຊິ່ງໄດ້ກໍານົດຈັດຂຶ້ນໃນວັນທີ 22 ຕຸລາ 2022 ໂດຍມີຈຸດປະສົງເພື່ອລະດົມທຶນບໍລິຈາກເພື່ອຈັດຊື້ອຸປະກອນທາງການແພດໃຫ້ກັບໂຮງໝໍແຂວງນະຄອນພະນົມ (ຣາຊະອານາຈັກໄທ) ແລະ ໂຮງໝໍແຂວງຄໍາມ່ວນ (ສປປ ລາວ) ດ້ວຍການລອຍນໍ້າຂ້າມແມ່ນໍ້າຂອງຈາກເດີ່ນພະຍາສີສັດຕະນາຄາຣາດແຂວງນະຄອນພະນົມໄປຫາວັດພຣະທາດສີໂຄດຕະບອງ ເມືອງທ່າແຂກ ແຂວງຄໍາມ່ວນ ສປປ ລາວ ແລະ ລອຍນໍ້າກັບຈາກຫາດບ້ານນາເມືອງ ແຂວງຄໍາມ່ວນ ສປປ ລາວ ກັບມາເດີ່ນພະຍາສີສັດຕະນາຄາຣາດ ແຂວງນະຄອນພະນົມ ໂດຍມີກໍານົດການສໍາຫຼວດເສັ້ນທາງກິດຈະກໍາໃນວັນພຸດທີ 7 ກັນຍາ 2022 ບໍລິເວນແມ່ນໍ້າຂອງ.

ໂຕໂນ້ ພາຄິນ

ຂອບໃຈຂໍ້ມູນຈາກ:

https://cutt.ly/YCWfJ7O

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ