Tyler The Great Warrior ກາດ Yu-Gi-Oh! ໃນຕຳນານທີ່ມີໃບດຽວໃນໂລກຖືກປະມູນໃນລາຄາ 3 ແສນໂດລາ!


ເລື່ອງລາວເບື້ອງຫຼັງຂອງກາດຫາຍາກໃບນີ້ຊ່ວຍເພີ່ມຄວາມໜ້າສົນໃຈໃຫ້ກັບນັກສະສົມ. ໃນປີ 2001 Tyler Gressle ກວດພົບວ່າເປັນມະເຮັງໃນຮູບແບບທີ່ຫາຍາກ ແລະ ລາວມີຄວາມຝັນວ່າຢາກມີກາດ Yu-Gi-Oh! ເປັນຂອງຕົນເອງ. ຫຼັງຈາກນັ້ນ Gressle ກໍໄດ້ຮັບໂອກາດໃນການສ້າງກາດ Yu-Gi-Oh! ທີ່ລາວຕ້ອງການຜ່ານມູນນິທິ Make A Wish ໂດຍລາວເລືອກທີ່ຈະຕັ້ງຊື່ກາດນັ້ນວ່າ Tyler The Great Warrior.

ພ້ອມກັນນັ້ນ ກາດ Tyler the Great Warrior ເປັນກາດທີ່ ອາຈານ Kazuki Takahashi ຜູ້ຂຽນມັງງະ Yu-Gi-Oh! ມາຊ່ວຍອອກແບບ ໄອເດຍການອອກແບບໃບນີ້ມາຈາກຕົວລະຄອນ Future Trunks ຈາກເລື່ອງ Dragon Ball.

ຈົນມາມື້ໜຶ່ງ Tyler Gressle ໄດ້ຕັດສິນໃຈນຳເອົາກາດ Tyler the Great Warrior ອອກມາປະມູນຜ່ານເວັບໄຊ eBay ເມື່ອວັນທີ 19​ ເມສາ 2023 ທີ່ຜ່ານມາ ແລະ ຈົບການປະມູນໃນວັນທີ 29 ເມສາ 2023 ໂດຍທີ່ກາດ Tyler the Great Warrior ສາມາດເຮັດການປະມູນໄປໄດ້ທີ່ລາຄາ 311.211 ໂດລາ ໂດຍທີ່ທາງ Tyler Gressle ໄດ້ແບ່ງເງິນໃຫ້ມູນນິທິ Make A Wish ເພື່ອຂອບໃຈທີ່ເຮັດໃຫ້ຝັນຂອງລາວເປັນຈິງ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/