ຂີ້ເຫຍື້ອອາຫານລົ້ນໂລກ ທົ່ວໂລກຕື່ນຕົວເລັ່ງແກ້ໄຂ


ບັນຫາຂີ້ເຫຍື້ອອາຫານ ຫຼື Food Waste ເປັນໜຶ່ງໃນເປົ້າໝາຍຂອງການພັດທະນາທີ່ຍືນຍົງ (SDGs) ຂອງອົງການສະຫະປະຊາດ (UN) ເປົ້າໝາຍຍ່ອຍທີ 12.3 ຮ່ວມກັນລົດປະລິມານຂີ້ເຫຍື້ອອາຫານຂອງໂລກໃຫ້ລົດລົງເຄິ່ງໜຶ່ງພາຍໃນປີ 2030 ທັງໃນລະດັບຄ້າຂາຍ ແລະ ຜູ້ບໍລິໂພກ ພ້ອມລົດການສູນເສຍອາຫານຈາກຂະບວນການຜະລິດ ແລະ ຕ່ອງໂສ້ອຸປະທານ ລວມໄປຮອດການສູນເສຍອາຫານຫຼັງເກັບກ່ຽວ.

ຕາມລາຍງານດັດຊະນີອາຫານຂີ້ເຫຍື້ອໃນປີ 2021 (Food Waste Index Report) ຂອງໂຄງການສິ່ງແວດລ້ອມແຫ່ງສະຫະປະຊາດ (UNEP) ໄດ້ລະບຸວ່າ ທົ່ວໂລກມີປະລິມານຂີ້ເຫຍື້ອອາຫານຫຼາຍກວ່າ 931 ລ້ານໂຕນ ທຽບກັບບົດບັນທຸກ 40 ໂຕນ ຈຳນວນ 23 ລ້ານຄັນ ເຊິ່ງເກີດມາຈາກຜູ້ບໍລິໂພກ 61% ຜູ້ປະກອບການ 26% ແລະ ຜູ້ຈຳໜ່າຍອີກ 13% ໂດຍສະເລ່ຍແລ້ວທົ່ວໂລກມີຂີ້້ເຫຍື້ອອາຫານຄິດເປັນ 74 ກິໂລຕໍ່ຄົນ.

ເຊິ່ງຂີ້ເຫຍື້ອອາຫານທີ່ຖືກຖິ້ມໄປຢ່າງສູນເປົ່າ ສາມາດສ້າງກາສເຮືອນແກ້ວຮອດ 8% ຂອງການປ່ອຍກາສເຮືອນແກ້ວທົ່ວໂລກ ແລະ ປັດຈຸບັນຜູ້ຄົນທົ່ວໂລກຫຼາຍກວ່າ 830 ລ້ານຄົນ ກຳລັງພົບກັບຄວາມອຶດຢາກ ແລະ ຂາດສານອາຫານ  ແຕ່ທາງອົງການອາຫານ ແລະ ກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ລະບຸວ່າ ຫາກລົດປະລິມານອາຫານທີ່ເນົ່າເສຍ ຫຼື ເຫຼືອຖິ້ມທົ່ວໂລກລົງໄດ້ 25% ຈະສາມາດລ້ຽງດູປະຊາກອນໂລກໄດ້ອີກ 870 ລ້ານຄົນ.

ບໍ່ໄດ້ມີແຕ່ບັນຫານີ້ພຽງເທົ່ານັ້ນ ການທີ່ຈັດການຂີ້ເຫຍື້ອາຫານບໍ່ຖືກຕ້ອງ ສິ່ງທີ່ຕາມມາຄືການປ່ອຍກາສເຮືອນແກ້ວ ໂດຍສະເພາະການສະສົມຂອງເສຍປະເພດສານອິນຊີເຮັດໃຫ້ເກີດມີເທນ ເປັນສາເຫດທີ່ເຮັດໃຫ້ເກີດໂລກຮ້ອນ ສັດສ່ວນຂອງບັນຫາຂອງກາສເຮືອນແກ້ວຄິດເປັນ 8-10% ການບໍລິຫານຈັດຫານຖືວ່າເປັນເລື່ອງທີ່ສຳຄັນ ຕ້ອງມີຄວາມພະຍາຍາມແກ້ໄຂບັນຫາ ທົ່ວໂລກພະຍາຍາມສ້າງ ຫຼີ ນຳເຂົ້າເທັກໂນໂລໂຍຢີຕ່າງໆເຂົ້າມາໃຊ້ໃນການແກ້ໄຂ.

ຂີ້ເຫຍື້ອອາຫານຈະແບ່ງອອກເປັນ 2 ສ່ວນຄື “ການສູນເສຍອາຫານ” (Food Loss) ຕັ້ງແຕ່ການຜະລິດ, ຂົນສົ່ງ, ການແປຮູບ ແລະ ຂີ້ເຫຍື້ອອາຫານ (Food Waste) ເກີດຈາກການສູນເສຍຈາກຄ້າສົ່ງ, ຄ້າປີກ, ບໍລິການ ແລະ ບໍລິໂພກ. ທັງນີ້ຂີ້ເຫຍື້ອອາຫານຈະເກີດຂຶ້ນຈາກ 3 ປັດໄຈຫຼັກໄດ້ແກ່ ອາຫານເຫຼືອຖິ້ມຈາກການທີ່ມີປະລິມານອາຫານຫຼາຍເກີນໄປ, ອາຫານບໍ່ແຊບ ຫຼື ບໍ່ຖືກປາກ; ຕໍ່ໄປແມ່ນ ອາຫານຖືກຄັດຖິ້ມ ສ່ວນໃຫຍ່ມາຈາກການຄັດເອົາແຕ່ຄຸນະພາບທີ່ບໍ່ເປັນຕາມເກນຂອງຄວາມຕ້ອງການຜູ້ບໍລິໂພກ ແລະ ສຸດທ້າຍ ອາຫານທີ່ໝົດອາຍຸ ເກີດມາຈາກການເກັບໄວ້ດົນຈົນເກີນໄປ ເກັບບໍ່ເປັນລະບົບ ເຮັດໃຫ້ອາການໝົດອາຍຸກ່ອນກຳໜົດ

ທັງນີ້ທັງນັ້ນ ຫຼາຍຄົນອາດຈະເບິ່ງຂ້າມບັນຫາຂີ້ເຫຍື້ອອາຫານ ແຕ່ຫຼາຍຄົນກໍຄາດບໍ່ເຖີງວ່າ ພາວະໂລກຮ້ອນ ມາຈາກ ຂີ້ເຫຍື້ອອາຫານ ທີ່ເຮົາບໍລິໂພກກັນຢູ່ທຸກມື້ ອາຫານທີ່ເຫຼືອຖິ້ມ ແລະ ຖືກຝັງດິນ ກໍໃຫ້ເກີດມີເທນ ເຊິ່ງສົ່ງຜົນຕໍ່ໂລກຮ້ອນໄດ້ຫຼາຍກວ່າ ຄາບອນໄດອອກໄຊ ຮອດ 25 ເທົ່າ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/