Jennie BLACKPINK ເຜີຍຄໍເລັກຊັນທີ່ຮ່ວມອອກແບບກັບ Calvin Klein ເປັນຄັ້ງທຳອິດ


ບອກເລີຍວ່າຮ້ອນກວ່າແດດກໍຕ້ອງແມ່ນຮູບຈາກ Calvin Klein ທີ່ Jennie BLACKPINK ໄດ້ຮ່ວມອອກແບບ ເປັນຄັ້ງທຳອິດ ຫຼັງຈາກເຄີຍຮ່ວມງານກັບແບຣນ Calvin Klein ມາແລ້ວໃນຖານະ Global Ambassador ມາແລ້ວຕັ້ງແຕ່ປີ 2021.

Calvin Klein ໄດ້ອອກມາປະກາດຢ່າງເປັນທາງການ ພ້ອມກັບແນະນຳ Jennie BLACKPINK ຂຶ້ນເປັນໄອຄອນ ແລະ ເປັນ Brand Ambassador ສຳລັບຄໍເລັກຊັນ ທີ່ຜ່ານການຮ່ວມອອກແບບ ແລະ ຈະວາງຂາຍແບບ Limited Edition ໂດຍຈະນຳເອົາໄອເທັມປະຈຳຕົວຂອງສາວ Jennie BLACKPINK ທີ່ມັກໃສ່ເປັນປະຈຳມາເປັນຄໍເລັກຊັນນີ້.

ໂດຍທີ່ຄໍເລັກຊັນສຸດແສນຈະພິເສດນີ້ປະກອບໄປດ້ວຍ ເສື້ອຊ້ອນ ແລະ ສະລິບທີ່ເຂົ້າສຸດ, ເສຶ້ອຍືດ, ບໍດີ້ສູດ ແລະ ສິນຄ້າທີ່ທີ່ມີລາຍມືຂອງ Jennie BLACKPINK ທີ່ປ້າຍໂສ້ງ ແລະ ເສື້ອ ເຊິ່ງທັງໝົດນີ້ຈະມາໃນສີມ່ວງອ່ອນ, ຂາວ, ຂຽວອ່ອນ ແລະ ສີນ້ຳຕານໂດຍຈະວາງຂາຍຢ່າງເປັນທາງການໃນວັນທີ 10 ພຶດສະພາ 2023 ນີ້ ໂດຍທາງ Jennie BLACKPINK ໄດ້ເປີດເຜີຍກັບວາລະສານ Billboard ວ່າ “ການໄດ້ຮ່ວມງານກັບ Calvin Klein ເປັນປະສົບການທີ່ໜ້າຕື່ນເຕັ້ນໃນການເປັນພາດເນີຮ່ວມກັນ ໂດຍຄໍເລັກຊັນນີ້ໄດ້ສະທ້ອນຕົວຕົນ ແລະ ສະໄຕຂອງຂ້ອຍໃນທຸກມື້ໂດຍຍັງມີພື້ນຖານຂອງ Calvin Klein ຢູ່ນຳ ຂ້ອຍຢາກໃສ່ຄວາມເປັນຕົວຂອງຕົນເອງລົງໄປໃນງານແຕ່ລະຢ່າງ ເຊິ່ງພວກເຈົ້າຈະໄດ້ເຫັນສິ່ງນັ້ນຜ່ານຮູບຊົງ, ສີ ແລະ ລາຍລະອຽດຕ່າງໆ ຄວາມຫວັງຂອງຂ້ອຍສຳລັບຄໍເລັກຊັນນີ້ຄື ຢາກໃຫ້ທຸກຄົນມີຄວາມສຸກ ແລະ ໃຫ້ໝັ້ນໃຈເຊັ່ນດຽວກັນກັບຂ້ອຍ”

ໂດຍທີ່ຮູບພາບ ຖືກຖ່າຍໂດຍຊ່າງພາບເກົາຫຼີໃຕ້ ຮົງ ແຈງ ຮອນ ທີ່ເກັບທ່າທາງສະບາຍໆ ຂອງ Jennie BLACKPINK ທີ່ເບິ່ງແລ້ວສວຍງາມມີສະເໜ່ ມີຄວາມເປັນທຳມະຊາດ ໂດຍຈະມີທັງພາບ ແລະ ວິດີໂອທີ່ຖ່າຍຄວາມໝັ່ນໃຈ ແລະ ຄວາມເປັນຕົນເອງຂອງ Jennie BLACKPINK ເປັນອີກໜຶ່ງແຄັມເປນທີ່ຈະເຊີນຊວນແຟນໆທົ່ວໂລກໄດ້ມາຮູ້ຈັກກັບ Jennie BLACKPINK ໃນອີກມຸມໜຶ່ງ.

ສຳລັບຄວາມສຳພັນຂອງ Jennie BLACKPINK ກັບ Calvin Klein ມີໃຫ້ເຮົາຕິດຕາມກັນແບບບໍ່ຂາດສາຍ ຍາມໃດທີ່ມີແຄັມເປນໃຫຍ່ໆ ຫຼື ເປີດຄໍເລັກຊັນປະຈຳລະດູການ ກໍຈະມີ Jennie BLACKPINK ເຂົ້າຮ່ວມຢູ່ສະເໝີ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/