Twitter ໄດ້ກຽມຈຳກັດການສົ່ງ DM ໃຫ້ເຫຼືອ 30 ຂໍ້ຄວາມຕໍ່ມື້ ສໍາລັບຜູ້ໃຊ້ທີ່ບໍ່ເເມ່ນສະມາຊິກ Twitter Blue


ໄດ້ມີການລາຍງານໃໝ່ເປີດເຜີຍວ່າ Twitter ເຊິ່ງເປັນເເພລັດຟອມ Social media ຊື່ດັງໄດ້ມີການກຽມຈຳກັດສິດຜູ້ທີ່ບໍ່ເເມ່ນສະມາຊິກເເບບຊຳລະເງິນ (Twitter Blue) ດ້ວຍການຈຳກັດຈຳນວນການສົ່ງຂໍ້ຄວາມໂດຍກົງ ຫຼື Direct Message (DM) ນັ້ນເອງ

ຢ່າງໃດກໍຕາມ, Twitter ຍັງບໍ່ທັນປະກາດກ່ຽວກັບການປ່ຽນແປງນະໂຍບາຍດັ່ງກ່າວຢ່າງເປັນທາງການ ແລະ ຄຸນສົມບັດໃນການຈຳກັດຍັງຢູ່ໃນໄລຍະຂອງການທົດສອບເທົ່ານັ້ນ ເຊິ່ງອາດຈະນຳມາໃຊ້ເເທ້ໃນໄວໆນີ້.

TitterDaily ລາຍງານວ່າ ຈາກນີ້ເປັນຕົ້ນໄປສະເພາະຜູ້ໃຊ້ທີ່ໄດ້ຮັບການຢືນຢັນເຊິ່ງເປັນສະມາຊິກ Twitter Blue ເທົ່ານັ້ນທີ່ຈະສາມາດສ້າງກຸ່ມສົນທະນາໄດ້ ເເລະ ສາມາດສົ່ງຄໍາຮ້ອງຂໍ DM ໄປຫາບັນຊີທີ່ພວກເຂົາບໍ່ໄດ້ຕິດຕາມ. ເຊິ່ງປັດຈຸບັນຍັງເປັນຄຸນສົມບັດທີ່ຜູ້ໃຊ້ທຸກຄົນສາມາດເຂົ້າເຖິງໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/