Troye Sivan ກຽມອອກຜົນງານຮ່ວມກັບ Hyunjin (Stray Kids)


ເຊື່ອວ່າຫຼາຍໆຄົນຖ້າເວລານີ້ມາດົນ ເມື່ອນັກຮ້ອງ Troye Sivan ເຈົ້າຂອງຜົນງານເພງ Strawberries & Cigarettes ກຽມຮ່ວມງານກັບນັກຮ້ອງຝັ່ງ K-POP ຢ່າງ Hyunjin ສະມາຊິກວົງ Stray Kids ບອກເລີຍວ່າງານນີ້ເຮັດເອົາແຟນຄັບຕ້ອງຮ້ອງມັນອອກມາວ່າດີ!.

ເມື່ອວັນທີ 29 ສິງຫາ 2023 ນັບວ່າເປັນຂ່າວດີຫຼັງຈາກ Troye Sivan ໄດ້ອອກມາໂພສລົງ TikTok ສ່ວນຕົວວ່າ ຈະປ່ອຍເພງຣີມິກ ເພງຮິດປະຈຳລະດູຮ້ອນຂອງຕົນເອງກັບເພງ “Rush” ແນ່ນອນວ່າງານນີ້ບໍ່ທຳມະດາ ເພາະເປັນຜົນງານຮ່ວມກັບ Hyunjin (Stray Kids) ແລະ  PinkPantheress ນັ້ນເອງ ໂດຍມີກຳນົດປ່ອຍເພງໃນວັນທີ 31 ສິງຫາ 2023 ເວລາປະມານ 11:00.

ທັງສອງເຄີຍພົບກັນໃນງານແຟຊັນໂຊຂອງ Versace ໂດຍທັງສອງໄດ້ນັ່ງຕິດກັນ. ຫຼັງຈາກນັ້ນທາງ Troye Sivan ກໍໄດ້ໂພສກ່ຽວກັບ Hyunjin ຢູ່ຕະຫຼອດຈົນຫຼ້າສຸດກໍໄດ້ມີຜົນງານຮ່ວມກັນ. ທັງນີ້ STAY (ແຟນຄລັບຂອງ Stray Kids) ກໍມີຄວາມສຸກເປັນພິເສດ ເພາະຮູ້ວ່ານີ້ແມ່ນຄວາມຝັນທີ່ເປັນຈິງຂອງສິລະປິນ ເນື່ອງຈາກ Hyunjin ເອງກໍເປັນແຟນຄລັບ  Troye Sivan ມາເປັນເວລາດົນນານນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/