ເຂດທະເລບາຫຼີ ແຜ່ນດິນໄຫວ 7.1 ແມັກນິຈູດ ຜູ້ຄົນແຕກຕື່ນໜີຕາຍ


ເກີດເຫດແຜ່ນດິນໄຫວໃນເຂດທະເລ ບາຫຼີ ໃນເວລາປະມານ 4 ໂມງເຊົ້າຕາມເວລາທ້ອງຖິ່ນ ສ່ັນໄຫວໄປທົ່ວທະເລ ບາຫຼີ ໃນປະເທດອິນໂດເນເຊຍ ໂດຍແແຜ່ນດິນໄຫວຂະໜາດ 7.1 ແມັກນິຈູດ ຜູ້ຄົນແຕກຕື່ນໜີຕາຍກັນບໍລິເວນທີ່ເກີດແຜ່ນດິນໄຫວ.

ສູນແຜ່ນດິນໄຫວຢູໂຣບ-ເມດິເຕີເລີນຽນ (EMSC) ເປີດເຜີຍວ່າ ການເກີດແຜ່ນດິນໄຫວວັດຄວາມຮຸນແຮງໄດ້ຮອດ 7.0 ແມັກນິຈູດ ເລິກລົງໄປໃນທະເລທາງຕອນເໜືອຂອງເກາະບາຫຼີ ແລະ ເກາະລອມບອກ ເມື່ອຕອນເຊົ້າວັນທີ 29 ສິງຫາ 2023 ເຮັດໃຫ້ປະຊາຊົນຕ້ອງໜີຕາຍອອກຈາກອາຄານບ້ານເຮືອນຢ່າງຮີບດ່ວນ.

ທາງສູນແຜ່ນດິນໄຫວຢູໂຣບ-ເມດິເຕີເລີນຽນ (EMSC) ໄດ້ລະບຸວ່າ ສູນກາງຂອງແຜ່ນດິນໄຫວຢູ່ຫ່າງຈາກ ເມືອງມາຕາລຳ ຂອງປະເທດອິນໂດເນຍເຊຍ ໄປທາງເໜືອປະມານ 203 ກິໂລແມັດ ແລະ ຢູ່ເລິກລົງໄປໃຕ້ຜິວໂລກຮອດ 516 ກິໂລແມັດ ດ້ານໜ່ວຍງານທໍລະນີວິທະຍາຂອງທາງອິນໂດຍເນເຊຍໄດ້ລະບຸວ່າ ວັດລະດັບຄວາມຮຸນແຮງຂອງແຜ່ນດິນໄຫວໄດ້ທີ່ 7.1 ແມັກນິຈູດ ແຕ່ບໍ່ມີໄພຈາກສຶນາມິແຕ່ຢ່າງໃດ.

ທາງໜ່ວຍງານທໍລິນີວິທະຍາອິນໂດເນເຊຍ ຍັງໄດ້ເປີດເຜີຍວ່າ ແຜ່ນດິນໄຫວເກີດຂຶ້ນເວລາປະມານ 4 ໂມງເຊົ້າ ຕາມເວລາທ້ອງຖິ່ນ ເຮັດໃຫ້ຊາຍຝັ່ງໃນບາຫຼີ ແລະ ລອມບອກ ຮັບຮູ້ເຖິງແຜ່ນດິນສັ່ນສະເທືອນ ຈາກນັ້ນກໍເກີດແຜ່ນດິິນໄຫວອີກ 2 ຄັ້ງ ຂະໜາດ 6.1 ແລະ 6.5 ແມັກນິຈູດ.

ທາງດ້ານໜ່ວຍງານໄພພິບັດຂອງອິນໂດເນເຊຍ ໄດ້ຖະແຫຼງວ່າ ຍັງບໍ່ມີລາຍງານຄວາມເສຍຫາຍ ເນື່ອງຈາກແຜ່ນດິນໄຫວ ເກີດເລິກລົງໄປໃຕ້ຜິວໂລກ ສ່ວນລະບົບເຕືອນໄພສຶນາມິຂອງສະຫະລັດອາເມຣິກາ ກໍຍັງບໍ່ມີລາຍງານຄຸກຄາມຈາກສຶນາມິເຊັ່ນດຽວກັນ ພ້ອມຍັງບໍ່ມີລາຍງານຜູ້ເສຍຊີວິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/