TOP 10 Boy – Girl Group K-POP ຍອດນິຍົມປະຈຳເດືອນ ກໍລະກົດ 2023


ມາແລ້ວ! ກັບການຈັດອັນດັບ Boy – Girl Group K-POP ຍອດນິຍົມປະຈຳເດືອນ ກໍລະກົດ 2023 ໂດຍການຈັດອັນດັບເກີດຂຶ້ນຈາກອົງການ The Korean Business Research Institute ຈາກການເກັບຂໍ້ມູນ Big data ລະຫວ່າງວັນທີ 8 ມິຖຸນາ – 9 ກໍລະກົດ 2023.

ຈາກຜົນການຈັດອັນດັບ Girl Group K-POP ຍອດນິຍົມປະຈຳເດືອນ ກໍລະກົດ 2023 ອັນດັບ 1 ເປັນຂອງນ້ອງໃໝ່ມາແຮງຢ່າງວົງ NewJeans ທີ່ໄດ້ກັບມາຄອງອັນດັນ 1 ດ້ວຍດັດຊະນີຊື່ສຽງຢູ່ທີ່ 5.704.051 ເຊິ່ງເພິ່ມຂຶ້ນຮອດ 27,82% ຈາກເດືອນກ່ອນໜ້ານີ້ ແລະ ອັນດັນ 2 ຍັງຄົງຕົກເປັນຂອງວົງ (G)I-DLE ນັ້ນເອງ ດ້ວຍດັດຊະນີຕົວເລກຢູ່ທີ່ 4.347.392. ຕາມມາຕິດໆກັບວົງອັນດັບ 3 ທີ່ບໍ່ເຄີຍຫຼຸດໄປໃສນັ້ນກໍຄື BLACKPINK ທີ່ມີດັດຊະນີຊື່ສຽງຢູ່ທີ່ 4.150.384. ໃນສ່ວນອັນດັບທີ 4 ຕົກເປັນຂອງ aespa ດ້ວຍດັດຊະນີຊື່ສຽງຢູ່ທີ່ 3.531.314 ແລະ ອັນດັບ 5 ເປັນຂອງ IVE ທີ່ຂຶ້ນມາຈາກອັນດັບທີ 7 ດ້ວຍດັດຊະນີຊື່ສຽງ 2.938.434.

ສ່ວນທາງດ້ານຂອງຝ່າຍຊາຍ ຍອດນິຍົມປະຈຳເດືອນ ກໍລະກົດ 2023 ຍັງຄົງຕົກເປັນຂອງ BTS ທີ່ຄອງອັນດັບ 1 ມາຕະຫຼອດໄລຍະເວລາ 62 ເດືອນ ດ້ວຍດັດຊະນີຊື່ສຽງ 10.505.246 ໂດຍເພີ່ມຂຶ້ນ 5,72% ເຊິ່ງເພິ່ມຈາກເດືອນເກົ່າ. ໃນສ່ວນອັນດັບ 2 ຕົກເປັນຂອງ Stray Kids ທີ່ຄວາມນິຍົມມາແຮງຂຶ້ນ ຄອງອັນດັບ 2 ດ້ວຍດັດຊະນີຊື່ສຽງ 4.586.068 ເພີ່ມຂຶ້ນ 120,60% ຈາກເດືອນກ່ອນໜ້າ ຫຼືເປັນການເພີ່ມຂຶ້ນຮອດ 256% ໃນໄລຍະເດືອນທີ່ຜ່ານມາ, ອັນດັບ 3 ຕົກເປັນຂອງ SEVENTEEN ດ້ວຍດັດຊະນີຕົວເລກ 4.490.949 ແລະ ອັນດັບ 4 ຕົກເປັນຂອງ  SHINee ດ້ວຍດັດຊະນີຊື່ສຽງ 3.085.166 ຕາມມາຕິດໆແມ່ນ NCT ໄດ້ອັນດັບທີ 5 ໄປຄອງດ້ວຍດັດຊະນີສຽງ 2.608.273.

TOP 10 Girl Group K-POP ຍອດນິຍົມປະຈຳເດືອນ ກໍລະກົດ 2023

  1. NewJeans
  2. (G)I-DLE
  3. BLACKPINK
  4. aespa
  5. IVE
  6. LE SSERAFIM
  7. TWICE
  8. OH MY GIRL
  9. Girls’ Generation
  10. Red Velvet

TOP 10 Boy Group K-POP ຍອດນິຍົມປະຈຳເດືອນ ກໍລະກົດ 2023

  1. BTS
  2. Stray Kids
  3. SEVENTEEN
  4. SHINee
  5. NCT
  6. MONSTA X
  7. EXO
  8. Super Junior
  9. BTOB
  10. WINNER

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/