Tom Holland ເຜີຍວ່າບໍ່ຢາກເປັນ ໜຸ່ມແມງມຸມ!


Tom Holland ທີ່ຫຼາຍຄົນຮູ້ຈັກກັນໃນບົດບາດ ໜຸ່ມແມງມຸມ ຫຼື Spider-Man ໄດ້ໃຫ້ສຳພາດກັບ The Hollywood Reporter ທີ່ໄລຍະທຳອິດຈະເປັນການໂອ້ລົມເລື່ອງຮູບເງົາ Spider-Man ພາກ 4 ແຕ່ບົດສຳພາດຕອນໜຶ່ງໄດ້ເວົ້າວ່າ “ສ່ວນໜຶ່ງຂອງຕົວຂ້ອຍຢາກອອກໄປຈາກແຟຣນຊາຍແມງມຸມນີ້ ແລ້ວສົ່ງໄມ້ຕໍ່ໃຫ້ຄົນອື່ນໄປ ໃຫ້ກາຍເປັນຜູ້ໂຊກດີ”

ໃນຕອນນີ້ທັງ Sony ແລະ Marvel ເອງກໍຕ່າງຢືນຢັນວ່າຈະມີ  ‘Spider-Man 4’ ທີ່ກຳລັງຄືບໜ້າແຕ່ຈ້ອງຢຸດເອົາໄວ້ຊົ່ວຄາວຈາກເຫດການປະທ້ວງຂອງສະມາຄົມນັກຂຽນ ແລະ ນັກສະແດງ ໂດຍນັກຂ່າວກໍຍັງໄດ້ຖາມ Tom Holland ກ່ຽວກັບຄວາມຄືບໜ້າຂອງຮູບເງົາ ‘Spider-Man 4’

ທາງ Tom Holland ເອງໄດ້ຕອບວ່າ “ ຂ້ອຍບໍ່ສາມາດເວົ້າເລື່ອງນີ້ໄດ້ ແຕ່ເທົ່າທີ່ຕອບໄດ້ຄືມີການລົມກັນແລ້ວ ແຕ່ຕ້ອງຢຸດໄປ ເນື່ອງຈາກມີເຫດການປະທ້ວງ ພວກເຮົາລົມກັນຫຼາຍຮອບແລ້ວແຕ່ມັນຍັງມີໃນຂັ້ນຕອນທຳອິດຢູ່” ຢ່າງໃດກໍຕາມ ເຖິງຍັງບໍ່ມີກຳນົດວ່າຮູບເງົາ ‘Spider-Man 4’ ຈະອອກສາຍຍາມໃດ ແຕ່ໝັ້ນໃຈໄດ້ວ່າໜຸ່ມ Tom Holland ຍັງຈະເປັນໜຸ່ມແມງມຸມໃຫ້ກັບແຟຣນຊາຍ Spider-Man ຕໍ່ໄປ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/