ຢືນຢັນ Sydney Sweeney ຈະຮັບບົດເປັນ Spider-Woman ພ້ອມບອກວ່າເລື່ອງນີ້ມັນຕ່າງຈາກຮູບເງົາຊຸບເປີຮີໂຣ້ທົ່ວໄປ


Sydney Sweeney ນັກສະແດງສາວອາເມຣິກາທີ່ເຮົາອາດຈະຄຸ້ນຕາມາຈາກຊີຣີ້ stranger things ໃນບົດບາດຂອງ ເອັມມາລິນ ໄດ້ຮັບການຢືນຢັນຢ່າງເປັນທາງການວ່າຈະມາຮັບບົດເປັນ Julia Carpenter ໃນຮູບເງົາ Madame Web ເຊິ່ງເປັນອີກໜຶ່ງຕົວລະຄອນທີ່ຈະກາຍມາເປັນ Spider-Woman.

ໂດຍທາງ Sydney Sweeney ໄດ້ໃຫ້ສຳພາດກັບ Variety ຮູບເງົາ Madame Web ຈະເປັນຮູບເງົາແຍກມາຈາກຈັກກະວານ  Spider-Man ຂອງ Sony ເຊິ່ງນັກສະແດງສາວໄດ້ເປີດເຜີຍວ່າ “ຂ້ອຍຮູ້ສຶກຕື່ນເຕັ້ນຫຼາຍ ຈົນຂ້ອຍເຂົ້າໄປໃນຮ້ານຂາຍກາຕູນ ແລ້ວຊື້ມາອ່ານທຸກເຫຼັ້ມທີ່ມີການກ່າວເຖິງຕົວລະຄອນຂອງຂ້ອຍ ແລະ ຂ້ອຍຄິດວ່າມັນຈະເປັນຮູບເງົາຊຸບເປີຮີໂຣ້ທີ່ແຕກຕ່າງຈາກທຸກຄົນຄາດການໄວ້”

ໂດຍຮູບເງົາເລື່ອງ Madame Web ເປັນເລື່ອງລາວການເດີນທາງຂອງຊຸບເປີຮີໂຣ້ຍິງ ເຊິ່ງມີຄວາມສາມາດທາງຈິດເຮັດໃຫ້ເບິ່ງເຫັນພາຍໃນໂລກຂອງແມງມຸມໄດ້ ໃນສ່ວນການກຳນົດຖືກເລື່ອນມາຕັ້ງແຕ່ປີ 2019 ຈົນຫຼ້າສຸດມີກຳນົດສາຍໃນ 14 ມີນາ 2024 ແຕ່ອາດຈະມີການປ່ຽນແປງໃນອະນາຄົດຕາມສະຖານະການປັດຈຸບັນ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/