Tinder ກຽມເປີດຕົວຟັງຊັນໃໝ່ ໃຫ້ຢືນຢັນຕົວຕົນດ້ວຍ Passport ID ເພື່ອຄວາມປອດໄພຂອງຜູ້ໃຊ້ແອັບ


Tinder dating app ທີ່ຫຼາຍໆຄົນໄວ້ໃຊ້ຫາຄູ່ ຫຼື ຫາໝູ່ລົມທົ່ວໄປ ກຳລັງຈະເປີດລະບົບ ID Verification ຫຼື ການຢືນຢັນຕົວຕົນດ້ວຍຕົວເລກໃນ Passport, ບັດປະຊາຊົນ ຫຼື ໃບຂັບຂີ່ ຜ່ານທາງແອັບ Tinder ເອງ ເພື່ອເປັນການຍືນຢັນຕົວຕົນ ແລະ ອາຍຸວ່າເກີນ 18 ປີແລ້ວຫຼືບໍ່.
ໂດຍການເຮັດແບບນີ້ກໍເພື່ອເຮັດໃຫ້ຜູ້ໃຊ້ Tinder ມີຄວາມປອດໄພ ແລະ ມີຄວາມໝັ້ນໃຈຕໍ່ການໃຊ້ແອັບ ເພາະວ່າກ່ອນໜ້ານີ້ທາງ Tinder ເອງກໍໄດ້ຖືກໂຈມຕີ ແລະ ວິຈານຢ່າງໜັກ ກ່ຽວກັບການທີ່ມີເຫຍື່ອຖືກລ່ວງລະເມີດທາງເພດ ແລະ ເປັນເຫຍື່ອທີ່ຍັງບໍ່ທັນໄດ້ບັນລຸນິຕິພາວະ.

ID Verification ຂອງ Tinder ຍັງເປັນການເຮັດແບບສະໝັກໃຈສຳລັບຫຼາຍໆປະເທດໃນຕອນນີ້ ຍົກເວັ້ນແຕ່ໃນບາງປະເທດເອງທີ່ມີກົດຫຼາຍບັງຄັບໂດຍກົງ ຫຼື ຂໍ້ກຳນົດວ່າຜູ້ໃຊ້ງານແອັບຫາຄູ່ຕ້ອງມີອາຍຸທີ່ເກີນກວ່າ 18 ປີຂຶ້ນໄປ ຍົກຕົວຢ່າງເຊັ່ນ ປະເທດຍີ່ປຸ່ນທີ່ໄດ້ນຳໃຊ້ລະບົບ ຢືນຢັນຕົວຕົນມາຕັ້ງແຕ່ປີ 2019 ແລ້ວ.

ກ່ອນໜ້ານີ້ທາງ Tinder ເອງກໍມີຄວາມພະຍາຍາມເພີ່ມຟີເຈີຫຼາຍຢ່າງເພື່ອເຮັດໃຫ້ແອັບຂອງຕົນເອງເປັນແອັບທີ່ມີຄວາມປອດໄພ ບໍ່ວ່າຈະເປັນການເພີ່ມເຄື່ອງໝາຍຖືກສີຟ້າວ່າມີການຢືນຢັນຕົວຕົນແລ້ວແບບ Twitter ຫຼື ການສາມາດໃຫ້ Video call ໄດ້ຫຼັງຈາກຈັບຄູ່ກັນແລ້ວ.

ການຢືນຢັນຕົວຕົນຜ່ານ ຕົວເລກ Passport ເອງກໍເປັນອີກວິທີໜຶ່ງທີ່ເຮັດໃຫ້ສາມາດກວດສອບຕົວຕົນຂອງຜູ້ໃຊ້ງານໄດ້ເປັນຢ່າງດີ ແລະ ມີຄວາມປອດໄພຫຼາຍຂຶ້ນ. ແຕ່ເຖິງຢ່າງໃດກໍຕາມ ການນຳໃຊ້ Dating app ຫຼື ແອັບຫາຄູ່ກໍຍັງຄົງເປັນເລື່ອງທີ່ຕ້ອງໄດ້ລະວັງຢູ່ດີ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງການຕົວະຍົວະຫຼອກລວງຜ່ານແອັບ.

ຂໍ້ຂອບໃຈມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/