7 Application ທີ່ຊ່ວຍຈັດການເວລາສຳລັບໄວເຮັດວຽກ ແລະ ນັກຮຽນ


ຫຼາຍໆຄົນອາດຈະມີບັນຫາກ່ຽວກັບການຈັດການເວລາ ໂດຍສະເພາະນັກສຶກສາ ຫຼື ໄວເຮັດວຽກເອງກໍຕາມ, ການມີຕົວຊ່ວຍໃນການຈັດການເວລາ ຫຼື ໜ້າວຽກທີ່ຕ້ອງເຮັດກໍເປັນສິ່ງໜຶ່ງທີ່ຄວນຈະມີໄວ້ເພື່ອໃຫ້ການເຮັດວຽກຢ່າງມີປະສິດທິພາບ ແລະ ທັນເວລາ.

ເຮົາຈຶ່ງຢາກຂໍນຳສະເໜີ 7 ແອັບພິເຄຊັ່ນທີ່ສາມາດຊ່ວຍຈັດເວລາ ແລະ ຄວາມສຳຄັນຂອງວຽກໃຫ້ໄດ້ລອງຮູ້ຈັກ ແລະ ນຳໄປໃຊ້ນຳກັນ:

  1. Todoist

ແອັບພິເຄຊັ່ນ ສຳລັບຈົດລາຍການຂອງວຽກທີ່ຕ້ອງເຮັດໃນແຕ່ລະມື້ ໂດຍເຮົາສາມາດຕັ້ງ ແລະ ກຳນົດເວລາເຕືອນຂອງແຕ່ລະໜ້າວຽກໄດ້ ວ່າຕ້ອງໃຫ້ແລ້ວເວລາໃດ ແລະ ຍັງສາມາດສັ່ງວຽກທີ່ຕ້ອງເຮັດໃຫ້ຄົນອື່ນໄດ້ອີກ ເຊິ່ງສາມາດຊ່ວຍໃນການເຮັດວຽກເປັນທີມໄດ້.

  1. Google Calendar

Google Calendar ເປັນແອັບທີ່ຊ່ວຍໃນການຈັດຕາຕະລາງການນັດໝາຍ ຫຼື ປະຊຸມ, ຖືກນຳໃຊ້ໃນຫຼາຍໆປະເທດ ສາມາດແບ່ງປັນຕາຕະລາງນັດໃນປະຕິທິນຂອງເຮົາໃຫ້ໝູ່ ຫຼື ຄົນທີ່ເຮັດວຽກນຳໄດ້ຮູ້ ເຊິ່ງບຸກຄົນທີ່ໄດ້ຮັບການແບ່ງປັນກໍສາມາດກົດເພີ່ມເຂົ້າໃນ Google Calendar ຂອງພວກເຂົາໄດ້ເລີຍ ແລະ ໃນແອັບເອງກໍຈະມີການແຈ້ງເຕືອນລ່ວງໜ້າໃຫ້ຮູ້ກ່ອນຈະຮອດມື້ ຫຼື ເວລາທີ່ມີການນັດໝາຍນຳອີກ.

  1. Trello

Trello ເປັນແອັບທີ່ໃຊ້ໄວ້ຕິດຕາມຄວາມຄືບໜ້າຂອງໂປຣເຈັກ ເໝາະສຳລັບການໃຊ້ເຂົ້າໃນການເຮັດວຽກຮ່ວມກັນເປັນທີມໃນໂປຣເຈັກໃດໜຶ່ງ ສາມາດຕິດຕາມໄດ້ຕັ້ງແຕ່ເລີ່ມຕົ້ນມອບໝາຍງານ, ຂັ້ນຕອນດຳເນີນງານ, ການຕິດຕາມ ໄປຈົນຮອດຕອນທີ່ໂປຣເຈັກສຳເລັດ.

  1. Slack

ເປັນແອັບທີ່ຊ່ວຍໃຫ້ການສື່ສານກັບຄົນໃນທີມ ຫຼື ເພື່ອນຮ່ວມງານໃຫ້ສະດວກຂຶ້ນ ໂດຍສາມາດໃຊ້ແທນ E-mail, chat, ຮັບ-ສົ່ງ ວຽກ ແລະ ອື່ນໆ. ສາມາດແບ່ງປັນໄຟລ໌ວຽກໄດ້ ພ້ອມທັງສາມາດຊອກຫາໄຟລ໌ ຫຼື ຄົ້ນຫາຂໍ້ຄວາມສົນທະນາທີ່ເຄີຍລົມກັນໄດ້ ຖືໄດ້້ວ່າຈົບຄົບທຸກຢ່າງໃນແອັບດຽວ.

  1. Remember the Milk

ແອັບພິເຄຊັ່ນທີ່ຊ່ວຍເຕືອນຄວາມຈຳຂອງຄົນຂີ້ລືມ. ແອັບນີ້ຈະຊ່ວຍເຕືອນເຮົາເຖິງເລື່ອງທີ່ຈະເຮັດໃນແຕ່ລະມື້ວ່າຕ້ອງເຮັດຫຍັງແດ່ ໂດຍສາມາດເຊື່ອມຕໍ່ກັບອີເມລຂອງເຮົາໄດ້ ແລະ ຍັງສາມາດແບ່ງປັນສິ່ງທີ່ຕ້ອງເຮັດໃນແຕ່ລະມື້ໃຫ້ຄົນອື່ນໄດ້ນຳອີກ.

  1. Planner Pro

ເປັນອີກໜຶ່ງແອັບທີ່ໄດ້ຮັບຄວາມນິຍົມຫຼາຍສຳລັບຜູ້ທີ່ຢາກຈັດແຈງເວລາ ແລະວຽກທີ່ຕ້ອງເຮັດໃນແຕ່ລະມື້ໃຫ້ດີຂຶ້ນ ເຊິ່ງແອັບເອງກໍມີໜ້າຕາທີ່ງ່າຍໆບໍ່ຊັບຊ້ອນ ເໝາະແກ່ການໃຊ້ງານ ໂດຍຈະແບ່ງຟີເຈີການໃຊ້ງານອອກເປັນ 3 ໝວດຫຼັກໆໃຫ້ເຮົາໄດ້ໃຊ້ງານກໍຄື​:

  • ອີເວັ້ນ : ຈະແຈ້ງເຕືອນການນັດໝາຍຕ່າງໆຂອງເຮົາໄວ້ ບໍ່ວ່າຈະເປັນ ການປະຊຸມ, ການພົບປະລູກຄ້າ ຫຼື ການນັດກັບໝູ່ເພື່ອນຕ່າງໆ.
  • ວຽກ : ຈະສາມາດບັນທຶກ ແລະ ຈັດລຽງລຳດັບຄວາມສຳຄັນຂອງວຽກ ພ້ອມກັບຊ່ວຍເຮັດ Checklist ຂອງສິ່ງທີ່ຈະເຮັດໄດ້.
  • ໂນ໊ດ : ສາມາດຊ່ວຍໃຫ້ເຮົາຈົດບັນທຶກສິ່ງຕ່າງໆທີ່ຕ້ອງເຮັດໄດ້ ແທນການຈົດໃສ່ເຈ້ຍ ບໍ່ວ່າຈະເປັນວຽກ, ໄດອາຣີ່ ເຊິ່ງສາມາດແນບຮູບຖ່າຍ ຫຼື ຮູບທີ່ເຮົາຢາກບັນທຶກໄວ້ໄດ້ນຳ.
  1. Rescue Time

ແອັບພິເຄຊັ່ນທີ່ຊ່ວຍຈຳກັດເວລາກັບເລື່ອງທີ່ເຮັດໃຫ້ເຮົາບໍ່ມີສະມາທິໃນການເຮັດວຽກ ຫຼຶ ເລື່ອງທີ່ເຮັດໃຫ້ເຮົາເສຍເວລາໄປໃນແຕ່ລະມື້ໂດຍບໍ່ເກີດປະໂຫຍດຫຍັງ ບໍ່ວ່າຈະເປັນການຫຼິ້ນໂຊຊ່ຽວມີເດຍ, ການເຂົ້າເວັບໄຊ, ການລົມໂທລະສັບ ແລະ ອື່ນໆ. ແອັບຈະສະຫຼຸບຜົນການໃຊ້ງານໃນແຕ່ລະມື້ໃຫ້ເຮົາ ແລະ ສະແດງອອກມາເປັນກຣາຟທີ່ເຂົ້າໃຈງ່າຍ ເພື່ອໃຫ້ເຮົາໄດ້ສະຫຼຸບ ແລະ ຮູ້ວ່າແຕ່ລະມື້ເຮົາເສຍເວລາໄປກັບເລື່ອງຫຍັງແດ່.

ທີ່ມາ: https://bit.ly/3mhZCi8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/