ເວັບໄຊ OnlyFans ຈະຫຼີກເວັ້ນການລົງຄອນເທັ້ນ 18+ ເນື່ອງຈາກຖືກກົດດັນຈາກຫຼາຍຝ່າຍ


OnlyFans ເວັບໄຊຂອງນັກສ້າງຄອນເທັ້ນທັງຫຼາຍບໍ່ວ່າຈະເປັນ ຄູ, ນັກດົນຕີ, ສິລະປິນ ຫຼື ບຸກຄົນຕ່າງໆທີ່ມີຄວາມສາມາດ ມາເຮັດຄອນເທັ້ນຕ່າງໆ ແລະ ໃຫ້ຜູ້ທີ່ສົນໃຈມາສະໝັກຕິດຕາມເປັນລາຍເດືອນ ໂດຍມີຄ່າບໍລິການແລ້ວແຕ່ເຈົ້າຂອງຄອນເທັ້ນເປັນຄົນກຳນົດ, ແຕ່ເນື້ອຫາທີ່ໄດ້ຮັບຄວາມສົນໃຈສ່ວນໃຫຍ່ຂອງ OnlyFans ຈະເປັນຄອນເທັ້ນທີ່ມີເນື້ອຫາ 18+.

ໃນວັນທີ 1 ຕຸລາ 2021 ເປັນຕົ້ນໄປ ທາງ OnlyFans ຈະໄດ້ມີການຫ້າມລົງຄອນເທັ້ນທີ່ມີເນື້ອຫາ 18+ ຫຼັງຈາກການຖືກກົດດັນຢ່າງໜັກຈາກທາງທະນາຄານຕ່າງໆ ທີ່ເປັນຜູ້ຮັບຊຳລະເງິນສຳລັບເວັບໄຊ ເຊິ່ງສົ່ງຜົນໂດຍກົງຕໍ່ທຸລະກິດຂອງເວັບໄຊ. ແຕ່ທາງເວັບໄຊຈະຍັງຄົງອະນຸຍາດໃຫ້ໂພສບາງລາຍການທີ່ມີເນື້ອຫາເປືອຍ ຫຼື ນູດໄດ້ ແຕ່ເນື້ອຫາໃດໆທີ່ສະແດງພຶດຕິກຳທາງເພດຢ່າງຈະແຈ້ງ ຈະຕ້ອງຖືກແບນຈາກທາງເວັບໄຊ.

ນອກຈາກທາງທະນາຄານແລ້ວທາງ OnlyFans ຍັງໄດ້ຖືກກົດດັນຈາກນັກລົງທຶນອີກ ເພາະ OnlyFans ເອງກໍເປັນ Start Up ທີ່ກຳລັງລະດົມທຶນມູນຄ່າ 1ພັນລ້ານໂດລາ ເຊິ່ງຕອນທຳອິດທີ່ເລີ່ມການລະດົມທຶນ ທາງບໍລິສັດເອງກໍບໍ່ໄດ້ເວົ້າເຖິງຮູບພາບ ຫຼື ເນື້ອຫາທີ່ມີເລື່ອງເພດເຂົ້າມາກ່ຽວຂ້ອງໃຫ້ນັກລົງທຶນຕ້ອງໄດ້ຮັບຮູ້.

ຂໍຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/