Record of Ragnarok ປະກາດ season 2 ແລ້ວ! ໃນຮອບນີ້ອະນິເມຊັ່ນຈະດີຂຶ້ນຫຼືບໍ່?


Record of Ragnarok ກະກຽມສ້າງອະນິເມະຊີຊັນ 2 ຫຼັງຈາກທີ່ໄດ້ຜົນຕອບຮັບຈາກແຟນໆ ເປັນຄຳວິຈານຢ່າງໜັກໜ່ວງເລື່ອງອະນິເມຊັ່ນ, ໄດ້ມີຂ່າວລືວ່າທາງ Netflix ກຳລັງປ່ຽນບໍລິສັດສ້າງອະນິເມຊັນໃນຊີຊັນທີ່ກຳລັງຈະມານີ້.

ສຳລັບຕົວມັງງະແລ້ວ Record of Ragnarok ເປັນເລື່ອງທີ່ໜ້າຈັບຕາຕັ້ງແຕ່ເປີດຕົວອອກມາ ບໍ່ວ່າຈະເປັນເນື້ອເລື່ອງທີ່ກ່ຽວກັບການຕໍ່ສູ້ຂອງເທບກັບມະນຸດ, ຄວາມເຂັ້ມຂຸ້ນຂອງເລື່ອງໃນອະດີດຂອງຕົວລະຄອນ ແລະ ທີ່ສຳຄັນແມ່ນສາກການຕໍ່ສູ້ທີ່ທຸກຄົນມັກທີ່ສຸດ. ເມື່ອ Netflix ໄດ້ປະກາດວ່າ ຈະໄດ້ນຳເອົາມັງງະດັ່ງກ່າວມາສ້າງເປັນອະນິເມະ ແຟນໆມັງງະຕ່າງກໍລໍຄອຍຖ້າເບິ່ງຊີນການຕໍ່ສູ້ທີ່ດຸເດືອດເມົາມັນ. ແຕ່ຫຼັງຈາກເປີດຕົວຊີຊັນທຳອິດໄປ,​ ກະແສເລື່ອງນີ້ກໍຖືກຍົກຂຶ້ນມາເວົ້າເປັນທີ່ຫຼວງຫຼາຍ ກ່ຽວກັບອະນິເມຊັ່ນທີ່ບໍ່ໄດ້ກຸ້ມຄ່າກັບການລໍຄອຍເລີຍ.

ຖ້າເວົ້າເຖິງສາກການຕໍ່ສູ້ແລ້ວ, ຄວາມຕໍ່ເນື່ອງຂອງພາບເປັນສິ່ງທີ່ຕ້ອງໃຫ້ຄວາມສຳຄັນຫຼາຍ ບວກກັບການພັດທະນາຂອງວົງການອະນິເມຊັນໃນປີ 2021 ແລ້ວ. ແຕ່ສາກທີ່ເຫັນນັ້ນເປັນຄືກັບເມື່ອ 10 ປີກ່ອນບໍ່ຜິດ.​ ສົ່ງຜົນໃຫ້ຊີຊັນສອງທີ່ຖືກວາງແຜນວ່າຈະສາຍໃນເດືອນກໍລະກົດຂອງປີນີ້ຖືກໂຈະເອົາໄວ້ກ່ອນ. ຈົນໃນທີ່ສຸດທາງ Netflix ຈຶ່ງໄດ້ຕັດສິນໃຈປ່ຽນບໍລິສັດສ້າງອະນິເມຊັນເພື່ອຊີຊັນສອງໂດຍສະເພາະ.

ທຸກຄົນຄິດວ່າແນວໃດຕໍ່ກັບການຕັດສິນໃຈຄັ້ງນີ້ຂອງ Netflix? ເຖິງແມ່ນວ່າຈະຍັງບໍ່ໄດ້ຖືກລະບຸວັນທີເປີດຕົວເທື່ອ ແຕ່ຍັງຢາກຈະໃຫ້ໂອກາດຄັ້ງທີສອງກັບອະນິເມຊັນເລື່ອງນີ້ຫຼືບໍ່?

ຂອບໃຈທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/