TikTok LIVE ເປີດໃຫ້ໃຊ້ບໍລິການແລ້ວ..!!!!!


TikTok platform ສ້າງສັນວີດີໂອສັ້ນທີ່ມາພ້ອມກັບພາລະກິດໃນການສ້າງສັນແຮງບັນດານໃຈ ແລະ ມອບຄວາມສຸກໃຫ້ກັບຜູ້ຄົນ ນອກຈາກຈະເປັນ platform ທີ່ເຮັດໃຫ້ທຸກຄົນໄດ້ມ່ວນໄປກັບການສ້າງ Content ວີດີໂອສັ້ນ ແລະ ຮັບເບິ່ງ Content ທີ່ມີຄວາມຫຼາກຫຼາຍຕັ້ງແຕ່ຄວາມບັນເທີງ ການສະແດງຄວາມສາມາດໄປຈົນເຖິງສະລະຄວາມຮູ້ ເຊິ່ງເປັນທີ່ຖືກອົກຖືກໃຈຜູ້ຄົນໃນທົ່ວໂລກ, TikTok ຍັງໄດ້ມຸ່ງໝັ້ນຄົ້ນຄວ້າໃນການນຳສະເໜີປະສົບການ platform ທີ່ດີຍິ່ງຂື້ນໃຫ້ກັບຜູ້ໃຊ້ຜ່ານການພັດທະນາເຕັກໂນໂລຊີ ແລະ Features ຕ່າງໆຕົວຢ່າງ Features TikTok LIVE ເຊິ່ງກໍາລັງເປັນທີ່ເວົ້າເຖິງກັນຢ່າງແຜ່ຫຼາຍ ເນື່ອງຈາກຊ່ວຍໃຫ້ຜູ້ເບິ່ງສາມາດສື່ສານກັບ Creator ຜູ້ສ້າງສັນ Content  ແລະ Celebrity ທີ່ມັກໄດ້ແບບ Real time ເຊິ່ງຫຼັງຈາກການນຳການທົດລອງໃຊ້ Features TikTok LIVE ຜ່ານກິດຈະກໍາຕ່າງໆ ບໍ່ວ່າຈະເປັນ Live Talk ແລະ Live Concert ຂອງສິນລະປິນ ແລະ Celebrity ຊື່ດັງລ້າສຸດ TikTok ໄດ້ປະກາດເປີດໃຫ້ບໍລິການ TikTok LIVE ສໍາຫຼັບຜູ້ໃຊ້ທີ່ມີອາຍຸ 18 ປີ ຂື້ນໄປ ແລະ ມີຈຳນວນຜູ້ຕິດຕາມ 1,000 ຄົນຂື້ນໄປສາມາດເປິດໃຊ້ Features LIVE ເທິງ TikTok ໄດ້ທັນທີ..!!!

TikTok LIVE ຄື Live Streaming feature ເທິງ platform TikTok ທີ່ເຂົ້າມາເພິ່ມປະສົບການຂອງການໃຊ້ platform ແລະ ສື່ສານລະຫວ່າງຜູ້ສ້າງສັນ ແລະ ຜູ້ຮັບເບິ່ງ Content ໂດຍຜູ້ໃຊ້ທີ່ມີອາຍຸ 18 ປີຂື້ນໄປ ແລະ ມີຜູ້ຕິດຕາມ 1,000 ຄົນຂື້ນໄປ ສາມາດເປີດໃຊ້ Features TikTok LIVE ໃນການຖ່າຍທອດສົດເພື່ອສົນທະນາ ແລະ ສ້າງຄວາມສຳພັນກັບຜູ້ຕິດຕາມໄດ້ແບບ Real time ທັ້ງຍັງໄດ້ຮັບສິດທິປະໂຫຍດອື່ນໆອີກຫຼາກຫຼາຍ ແລະ ສາມາດຮັບຂອງຂວັນຈາກຜູ້ຕິດຕາມ, Video clip ທີ່ Post ມີໂອກາດໄດ້ຮັບການເບິ່ງເຫັນຫຼາຍຂື້ນໃນຂະນະທີ່ກຳລັງ Live , ມີສິດເຂົ້າຮ່ວມກິດຈະກໍາທີ່ຈະຜັກດັນໃຫ້ການ Live ສາມາດເຂົ້າເຖິງຜູ້ເບິ່ງໄດ້ຫຼາຍຂື້ນ ແລະ ສິດໃນການຮ່ວມ Offline party ຂອງ TikTok.

ທັ້ງນີ້ ການເລິ່ມຕົ້ນໃຊ້ Features TikTok LIVE ສາມາດເຮັດໄດ້ 2 ຂັ້ນຕອນງ່າຍໆດັ່ງນີ້:

  • ກົດປຸ່ມ ( + ) ຫຼັງຈາກນັ້ນເລືອກ TikTok LIVE.
  • ກົດ Go Live ເພື່ອເລິ່ມຕົ້ນການຖ່າຍທອດສົດເທິງ TikTok ໄດ້ທັນທີ.
    ແລະ ຍັງສາມາດຮັບເບິ່ງວີດີໂອຕົວຢ່າງແນະນຳການໃຊ້ TikTok Live ຈາກ Content ທີ່ Creator ຜູ້ມາຈາກປະສົບການສ້າງສັນຂື້ນໄດ້ເພິ່ມເຕີມ ດັ່ງນີ້:
  • ທຸກຄົນສາມາດ Live ໄດ້ ເຊິ່ງເປັນການແນະນຳຜູ້ໃຊ້ກ່ຽວກັບຂໍ້ກໍານົດທີ່ຕ້ອງການໃຊ້ TikTok Live ວ່າຄວນມີອາຍຸ 18 ປີຂື້ນໄປພ້ອມດ້ວຍຜູ້ຕິດຕາມ 1,000 ຄົນຂື້ນໄປ..

ໂດຍທີ່ຜ່ານມາຫຼັງຈາກ TikTok ໄດ້ເປິດການທົດລອງ Features TikTok Live ພົບວ່າໄດ້ຮັບກະແສຕອບຮັບເປັນຢ່າງດີຈາກຜູ້ໃຊ້ຄົນດັງຈະເຫັນໄດ້ຈາກການ Live ຂອງ Creator ດາວເດັ່ນຫຼາຍໆຄົນ ແລະ Concert Live  ຂອງສິນລະປິນຄົນດັງທີ່ສາມາດມີຍອດການເຂົ້າເບິ່ງຈາກຄົນທີ່ຫຼີ້ນ TikTok ທົ່ວໂລກ ແລະ ສ້າງ Record ໄວ້ທີ່ 25.5 ໝື່ນວິວໃນຂະນະທີ່ Live ລວມເຖິງ Program ການ Live ຈາກ TikTokUni ກັບການສົນທະນາຂອງພວກ Creator ດ້ານສາຂາວິຊາຕ່າງໆ ທີ່ສາມາດສ້າງກະແສຕອບຮັບໄດ້ຈາກຜູ້ຮັບເປັນຢ່າງດີ ນອກຈາກນີ້ ຜູ້ໃຊ້ສາມາດເບິ່ງການກິດຈະກໍາການ Live ຕ່າງໆທີ່ເກີດຂື້ນເທິງ platform TikTok ກິດຈະກໍາການ Live ຈາກ #TikTokUni ທີ່ມີໃຫ້ຕິດຕາມກັນມາຕະຫຼອດປີ, ການ Live ຫົວຂໍ້ຕ່າງໆຈາກດາລາ Celebrity ຊື່ດັງ ແລະ Live Concert ຂອງສິນລະປິນ. ໄດ້ທີ່ platform TikTok ໂດຍສາມາດຕິດຕາມກິດຈະກໍາຕ່າງໆ ໄດ້ຜ່ານທາງ platform .

ແຕ່ເຖິງຢ່າງໃດກໍ່ຕາມຄວາມມຸ່ງໝັ້ນຂອງ TikTok ໃນການພັດທະນາປະສົບການ, ການໃຊ້ platform ເພື່ອສ້າງຄວາມບັນເທິງ ແລະ ແຮງບັນດານໃຈໃຫ້ກັບຜູ້ໃຊ້ TikTok Live ຈຶ່ງເປັນອີກໜື່ງ Features ທີ່ເຂົ້າມາເຕີມເຕັມຮູບແບບການສ້າງສັນ ແລະ ການເບິ່ງ Content ທີ່ອັດແໜ້ນໄປດ້ວຍສາລະ ແລະ ຄວາມບັນເທີງໄດ້ຢ່າງຄົບລົດ ໂດຍຜູ້ໃຊ້ TikTok ສາມາດຕິດຕາມທຸກການ Live ໄດ້ຜ່ານທາງ platform TikTok ທີ່ຈະຄອຍ Updated ເພື່ອໃຫ້ທ່ານບໍ່ພາດທຸກການຕິດຕາມ.

ທີ່ມາ: https://www.ryt9.com/s/prg/3162563