The Super Mario Bros. Movie ທຳລາຍສະຖິຕິເປີດຕົວສູງທີ່ສຸດໃນປີນີ້ ແລະ ກາຍເປັນອະນິເມຊັນ ເປີດຕົວສູງທີ່ສຸດຕະຫຼອດການ


ທຳລາຍຄຳສາບໄດ້ເປັນທີ່ຮຽບຮ້ອຍກັບຮູບເງົາອະນິເມຊັນ The Super Mario Bros. Movie ທີ່ເປັນຮູບເງົາທີ່ມາຈາກເກມແລ້ວບໍ່ຂາດທຶນ ແຖມຍັງສາມາດສ້າງປະຫວັດສາດໃຫ້ວົງການຮູບເງົາ ດ້ວຍການທຳລາຍສະຖິຕິກາຍເປັນຮູບເງົາທີ່ມີລາຍໄດ້ເປີດຕົວສູງທີ່ສຸດໃນປີ 2023.

ທາງ Variety ໄດ້ລາຍງານວ່າ ຮູບເງົາອະນິເມຊັນ The Super Mario Bros. Movie ສາມາດເຮັດລາຍໄດ້ໃນການເປີດຕົວອາທິດທຳອິດ ໃນອາເມຣິກາ ໄດ້ຢ່າງມະຫາສານ ສາມາດເຮັດເງິນໄດ້ຮອດ 146,4 ລ້ານໂດລາ ທຳລາຍສະຖິຕິ ຮູບເງົາ Ant-Man and the Wasp: Quantumania ທີ່ສາມາດເຮັດໄດ້ໃນອາທິດທຳອິດໄວ້ທີ່ 106 ລ້ານໂດລາ ແລະ ກາຍເປັນຮູບເງົາອະນິເມຊັນທີ່ມີລາຍໄດ້ເປີດຕົວສູງທີ່ສຸດໃນປີ 2023.

ຮູບເງົາອະນິເມຊັນເລື່ອງ The Super Mario Bros. Movie ເປັນການຮ່ວມມືກັນລະຫວ່າງ Universal Pictures, Illumination Entertainment ຜູ້ສ້າງອະນິເມຊັນ Minions ທີ່ໂດ່ງດັງໄປທົ່ວໂລກ ແລະ Nintendo ຜູ້ໃຫ້ກຳເນີດເກມ Super Mario Bros ໂດຍທີ່ຕົວຂອງຮູບເງົາໄດ້ຮັບການຊົມເຊີຍຢ່າງຫຼວງຫຼາຍວ່ານຳເອົາກິ່ນອາຍ ແລະ ເອກະລັກຈາກເກມມາລວມກັນໄວ້ເປັນຢ່າງດີ ລົງຕົວຫຼາຍກວ່າຮູບເງົາໃນປີ 1993.

ຮູບເງົາ The Super Mario Bros. Movie ສາມາດຕອບສະໜອງຄວາມຕ້ອງການໃຫ້ຜູ້ຊົມໄດ້ຢ່າງດີ ໂດຍຜົນທີ່ເຫັນໄດ້ຢ່າງຊັດເຈນຄືຄະແນນຣີວິວທີ່ໄດ້ມາຈາກເວັບໄຊໃຫ້ຄະແນນຊື່ດັງຢ່າງ Rotten Tomatoes ໂດຍຄະແນນຈະມາຈາກຜູ້ຊົມຫຼາຍກວ່າ. ດ້ວຍຄວາມສຳເລັດນີ້ເຮັດໃຫ້ຮູບເງົາ The Super Mario Bros. Movie ຂຶ້ນເປັນຮູບເງົາທີ່ມາຈາກເກມທີ່ເຮັດລາຍໄດ້ສູງສຸດຕະຫຼອດການລຳດັບທີ 6 ແລະ ຄາດວ່າຈະແຊງ ອັນດັນທີ 1 ຄື Warcraft (2016) ທີ່ເຮັດລາຍໄດ້ໄວ້ທີ່ 438,9 ລ້ານໂດລາ ໃນໄວໆນີ້.

ນອກຈາກນີ້ຮູບເງົາ The Super Mario Bros. Movie ສາມາດເຮັດລາຍໄດ້ເປີດຕົວແຊງໜ້າຮູບເງົາທີ່ສ້າງມາຈາກເກມເຊັ່ນດຽວກັນຢ່າງ Sonic the Hedgehog 2 ແລະ ຍັງສາມາດກາຍເປັນຮູບເງົາອະນິເມຊັນທີ່ລາຍໄດ້ເປີດຕົວສູງທີ່ສູດ ແຊງໜ້າຮູບເງົາ Frozen II ເປັນທີ່ຮຽບຮ້ອຍ. ທັງນີ້ຍັງມີຄວາມເປັນໄປໄດ້ວ່າອາດຈະມີພາກຕໍ່ໃນໄວໆນີ້ ເນື່ອງຈາກ Super Mario Bros ມີເສັ້ນເລື່ອງອີກຫຼາກຫຼາຍໃຫ້ທີມງານຈັບມາສ້າງສັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/