ຈີນສະເໜີລະບົບຊື້ປີ້ລົດໄຟ ດ້ວຍແອັບດຽວ ເດີນທາງໄດ້ກວ່າ 140 ປະເທດ ທີ່ນອນໃນໂຄງການ ເສັ້ນທາງສາຍໄໝຂອງຈີນ

ໂຄງການໜຶ່ງແຖບໜຶ່ງເສັ້ນທາງຂອງ ສປ ຈີນ ຖືເປັນອີກໜຶ່ງໂຄງການເພື່ອການພັດທະນາເສດຖະກິດ ແລະ ສົ່ງເສີມການຄ້າການຂາຍທີ່ໃຫຍ່ທີ່ສຸດໃນໂລກ, ປັດຈຸບັນໄດ້ມີປະເທດສະມາຊິກທີ່ເຂົ້າຮ່ວມໂຄງການໄປແລ້ວຫຼາຍກວ່າ 140 ປະເທດ ລວມທັງ ສປປ ລາວ. ຫຼ້າສຸດເພື່ອເປັນການເຊື່ອມຕໍ່ແຕ່ລະປະເທດເຂົ້າຫາກັນໄດ້ແນບຊິດຍິ່ງຂຶ້ນ ມີລາຍງານອອກມາວ່າ ຈີນໄດ້ສະເໜີລະບົບຊື້ປີ້ລົດໄຟ ດ້ວຍແອັບດຽວ ເດີນທາງໄດ້ຫຼາຍກວ່າ 140 ປະເທດ ທີ່ນອນໃນໂຄງການ ເສັ້ນທາງສາຍໄໝນີ້.

ໂດຍລາຍງານລະບຸວ່າ ແອັບພິເຄຊັນຊື້ປີ້ລົດໄຟນີ້ ໄດ້ຮັບການພັດທະນາໂດຍທີມນັກວິທະຍາສາດຄອມພິວເຕີຈາກສະຖາບັນສຶກສາວິສະວະກຳລົດໄຟຂອງຈີນ ຫຼື CARS (China Academy of Railway Sciences Corporation) ເຊິ່ງເປັນໜ່ວຍງານວິໄຈທີ່ດູແລການພັດທະນາເທັກໂນໂລຢີດ້ານການລົດໄຟຂອງລັດຖະບານຈີນ.

ຈາກການເປີດເຜີຍຂອງທີມນັກພັດທະນາ ແອັບດັ່ງກ່າວນີ້ ໄດ້ຮັບການພັດທະນາເພື່ອເປັນແພລັດຟອມຊື້ປີ້ລົດໄຟແບບຄົບວົງຈອນທີ່ສາມາດໃຊ້ໄດ້ຢ່າງກວ້າງຂວາງກວ່າ 140 ປະເທດໂດຍຈະໃຊ້ສະກຸນເງິນຟຣັງ ຂອງສະວິດເຊີແລນ ເປັນສະກຸນເງິນກາງສຳລັບການຊຳລະຄ່າປີ້ລົດໄຟພາຍໃນແອັບ ແທນທີ່ຈະເປັນສະກຸນເງິນໂດລາ.

ໂດຍລາຍງານລະບຸອີກວ່າ ແອັບພິເຄຊັນຊື້ປີ້ລົດໄຟນີ້ ໄດ້ຮັບການພັດທະນາໃໝ່ໃຫ້ກາຍເປັນຮູບແບບສາກົນຫຼາຍຂຶ້ນ ຈາກການຕໍ່ຍອດມາຈາກແພລັດຟອມຈອງປີ້ລົດໄຟຂອງຈີນທີ່ມີຊື່ວ່າ 12306 ເຊິ່ງໃຫ້ບໍລິການຮັບຈອງປີ້ລົດໄຟພາຍໃນປະເທດຈີນທີ່ມີຜູ້ໃຊ້ງານກວ່າ 700 ລ້ານຄົນ ແລະ ໃຫ້ບໍລິການມາຕັ້ງແຕ່ປີ 2011.

ໂດຍ Belt and Road Initiative ຂອງຈີນ ເປັນຍຸດທະສາດການລົງທຶນໄລຍະຍາວຂ້າມທະວີບຂອງຈີນ ທີ່ມີເປົ້າໝາຍເພື່ອການພັດທະນາໂຄງສ້າງພື້ນຖານ ແລະ ສ້າງຄວາມຮ່ວມມືທາງເສດຖະກິດ ກັບປະເທດຕ່າງໆ ຕາມແນວເສັ້ນທາງສາຍໝາຍ ຫຼື Silk Road ເຊິ່ງເປັນເສັ້ນທາງການຄ້າໃນອະດີດລະຫວ່າງຈີນ ກັບປະເທດອື່ນໆ.

ປັດຈຸບັນມີປະເທດທີ່ຢູ່ໃນແນວເສັ້ນທາງຍຸດທະສາດ Belt and Road Initiative ຂອງຈີນນີ້ ຈຳນວນ 147 ປະເທດ ປະກອບໄປດ້ວຍປະເທດແຖບ ອາຟຣິກາໃຕ້ 43 ປະເທດ, ຢູໂຣບ ແລະ ເອເຊຍກາງ 35 ປະເທດ, ເອເຊຍຕາເວັນອອກ ແລະ ປາຊີຟິກ 25 ປະເທດ, ອາເມຣິກາໃຕ້ ແລະ ທະເລຄາຣິບຽນ 20 ປະເທດ, ຕາເວັນອອກກາງ ແລະ ອາຟຣິກາເໜືອ 18 ປະເທດ ແລະ ປະເທດແຖບເອເຊຍຕາເວັນອອກສຽງໃຕ້ອີກ 6 ປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/