ອີຣານ ກຽມຕິດກ້ອງວົງຈອນປິດຕາມສະຖານທີ່ສາທາລະນະ ເພື່ອຈັບຕາເບິ່ງແມ່ຍິງທີ່ບໍ່ໃສ່ຮິຍາບ


ຕຳຫຼວດຂອງປະເທດ ອີຣານ ໄດ້ປະກາດຢ່າງເປັນທາງການວ່າ ອີຣານຈະເລີ່ມຕິດຕັ້ງກ້ອງວົງຈອນປິດໃນພື້ນທີ່ສາທາລະນະ ເພື່ອກວດກາຫາແມ່ຍິງທີ່ບໍ່ສວມໃສ່ຜ້າຄຸມຫົວ ຫຼື ຮິຍາບ. ຕຳຫຼວດອີຣານຈະໃຊ້ມາດຕະການນີ້ ເພື່ອລະບຸຕົວ ແລະ ລົງໂທດຜູ້ທີ່ບໍ່ສວມໃສ່ຜ້າຄຸມ ໂດຍໄດ້ລະບຸວ່າ ຜູ້ຝ່າຝືນຈະໄດ້ຮັບຂໍ້ຄວາມເຕືອນ ກ່ຽວກັບຜົນທີ່ຈະໄດ້ຮັບຫາກຍັງຝ່າຝືນກົດ.

ມາດຕະການນີ້ເກີດຂຶ້ນໃນຄວາມບໍ່ພໍໃຈຈາກກຸ່ມຊົນຊັ້ນນຳທາງສາສະໜາຂອງປະເທດ ຫຼັງຈາກການເສຍຊີວິດຂອງ ມາຊາ ອາມິນີ ຍິງສາວ ອາຍຸ 22 ປີ ທີ່ຖືກຄວບຄຸມຕົວໂດຍເຈົ້່າໜ້າທີ່ອີຣານ ໄດ້ຈຸດກະແສຄວາມຄຽດແຄ້ນ ແລະ ນຳມາສູ່ການປະທ້ວງຂອງຍິງສາວ ໂດຍການບໍ່ສວມໃສ່ຜ້າຄຸມຫົວ.

ຕຳຫຼວດອີຣານໄດ້ເຜີຍແຜ່ຖະແຫຼງການ ຜ່ານສຳນັກຂ່າວ ສາທາລະນະລັດ ອິດສະລາມ (Islamic Republic News Agency) ວ່າຈະໃຊ້ລະບົບກ້ອງອັດສະລິຍະ ແລະ ເຄື່ອງມືອື່ນໃນການຫາຕົວ ແລະ ສົ່ງເອກະສານພ້ອມຂໍ້ຄວາມໄປເຕືອນຜູ້ທີ່ຝ່າຝືນກົດບໍ່ສວມໃສ່ຜ້າຄຸມຫົວ. ຕຳຫຼວດຍັງລະບຸວ່າ “ການສວມໃສ່ຜ້າຄຸມຄືໜຶ່ງໃນຮາກຖານທາງອາລະຍະທຳຂອງຊາດອີຣານ” ພ້ອມຍັງບອກໃຫ້ເຈົ້້າໜ້າທີ່ບໍລິສັດຕ່າງໆຊ່ວຍກັນຮັກສາກົດນີ້ໂດຍການກວດໃຫ້ເຂັ້ມງວດຂຶ້ນ.

ນະໂຍບາຍຈະມຸ່ງເນັ້ນໄປທີ່ແມ່ຍິງທີ່ບໍ່ສວມໃສ່ຜ້າຄຸມຫົວ ຫຼື ຮິຍາບ ເຮັດໃຫ້ປະຊາຊົນທີ່ສະໜັບສະໜູນແນວຄິດແບບເກົ່າ ກະທຳຄວາມຮຸນແຮງກັບແມ່ຍິງທີ່ບໍ່ສວມໃສ່ຮິຍາບໃນທີ່ສາທາລະນະກາຍເປັນເລື່ອງບໍ່ແປກ.

ຕັ້ງແຕ່ມີການປະທ້ວງເກີດຂຶ້ນ ມີຄົນຫຼາຍພັນຖືກຈັບກຸມ ໂດຍຕັ້ງແຕ່ເດືອນ ທັນວາ 2022 ມີຄົນຖືກປະຫານຊີວິດໄປແລ້ວ 4 ຄົນ ແຕ່ຜູ້ທີ່ມີແນວຄິດ ອະນຸລັກນິຍົມຢ່າງສຸດໂຕ່ງກັບບອກໃຫ້ເຂັ້ມງວດຂຶ້ນອີກ. ເມື່ອອາທິດກ່ອນ ປະທານາທິບໍດີອີຣານ ບຣາຮິມ ໄຣຊີ ໄດ້ອອກມາຍ້ຳວ່າແມ່ຍິງອີຣານຕ້ອງສວມໃສ່ຮິຍາບເພາະມັນຄື ຄວາມຈຳເປັນທາງສາສະໜາ

ແຕ່ຢ່າງໃດກໍຕາມ ໂກລຳຮຸສເຊນ ເມເຊນີ ອີເຈ ປະທານຝ່າຍຕຸລາການໄດ້ອອກມາສະແດງຄວາມເຫັນວ່າ “ບັນຫາທາງວັດທະນະທຳກໍຕ້ອງແກ້ໄຂດ້ວຍວິທີວັດທະນະທຳ ຫາກເຮົາຕ້ອງການແກ້ໄຂບັນຫາເຫຼົ່ານີ້ດ້ວຍການຈັບ ແລະ ຂັງຄຸກ ລາຄາທີ່ຕ້ອງຈ່າຍຈະສູງຂຶ້ນ ແລະ ເຮົາຈະບໍ່ໄດ້ປະສິດທິພາບແບບເຮົາຕ້ອງການ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/