The Marvels ຍອດຈອງປີ້ລ່ວງໜ້າໜ້ອຍກວ່າຮູບເງົາ Black Adam ແລະ The Flash


ໃນໄລຍະ 2-3 ປີທີ່ຜ່ານມາມີແວວວ່າຮູບເງົາແນວຊຸບເປີຮີໂຣ້ຈະບໍ່ໄດ້ຮັບຄວາມນິຍົມແລ້ວໃນຕອນນີ້ ຈົນມາຮອດຮູບເງົາຫຼ້າສຸດຈາກຄ້າຍດັງຢ່າງ Marvel ໂດຍຮູບເງົາຍັກໃຫຍ່ເລື່ອງ The Marvels ມີຍອດຈອງປີ້ຕ່ຳກວ່າ Black Adam ແລະ The Flash ສອງຮູບເງົາທີ່ຂາດທຶນຂອງຝຣັ່ງ DC ອີກ.
The Marvels ເປັນຮູບເງົາພາກຕໍ່ ‘Captain Marvel’ ເມື່ອປີ 2019 ແຕ່ເນື້ອຫານັ້ນຈະດຳເນີນຕໍ່ຈາກຊີຣີ້ ‘WandaVision’ ແລະ ‘Ms.Marvel’ ສະຕຣີມມິງຊ່ອງທາງ Disney+ ແລະ ການກັບມາຄັ້ງນີ້ກໍນັບເປັນຄວາມໝັ້ນໃຈຂອງທາງ Marvels ທີ່ນຳເອົາຮີໂຣ້ຍິງທັງ 3 ຄົນມາຮ່ວມຈໍດຽວ ແຕ່ໃນຕອນນີ້ສະຖານະການອາດບໍ່ເປັນດັ່ງທີ່ວາງໄວ້.

Deadline ໄດ້ລາຍງານວ່າທາງ Marvel ຄາດຫວັງວ່າຮູບເງົາ The Marvels ອາດຈະເຮັດລາຍໄດ້ຮອດ 70 ລ້ານໂດລາ ເຊິ່ງກໍເປັນຕົວເລກທີ່ບໍ່ສູງເກີນໄປ ແຕ່ຫາກເບິ່ງຈາກທຶນການສ້າງແລ້ວນັ້ນອາດຈະຕ້ອງເຮັດໃຫ້ໄດ້ຫຼາຍກວ່ານັ້ນ ເພາະຕ້ອງແບກຕົ້ນທຶນມະຫາສານທີ່ 220 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/