ຍີ່ປຸ່ນ ກຽມໃຊ້ 113 ຕື້ໂດລາ ກະຕຸ້ນເສດຖະກິດຄັ້ງໃຫຍ່ ເຊັ່ນໂຈະພາສີ ແລະ ໃຫ້ເງິນອຸດໜູນ ຕໍ່ຜູ້ມີລາຍໄດ້ຕໍ່າ


ເມື່ອບໍ່ດົນມານີ້ ນາຍົກລັດຖະມົນຕີຂອງປະເທດຍີ່ປຸ່ນ ທ່ານ ຟູມິໂອະ ຄິຊິດະ ​ໄດ້​ປະກາດ​ແຜນການ​ກະຕຸກ​ຊຸກຍູ້​ເສດຖະກິດ​ທີ່​ສຳຄັນ​ທີ່​ມີ​ມູນ​ຄ່າ​ປະມານ 17 ພັນ​ຕື້​ເຢນ (ປະມານ 113 ​ຕື້ໂດລາ) ​ເພື່ອ​ສືບ​ຕໍ່​ຟື້ນ​ຟູ​ເສດຖະກິດ​ຍີ່ປຸ່ນ​ໃນ​ຫຼາຍໆ​ດ້ານ, ບໍ່ວ່າຈະເປັນຈາກ​ການ​ຊ່ວຍ​ເຫຼືອ​ຂະ​ແໜງ​ຄົວ​ເຮືອນ. ການຫຼຸດຜ່ອນພາສີ ແລະການລົງທຶນໃນປະເທດ ເພື່ອແກ້ໄຂບັນຫາເງິນຝືດ.

ໜຶ່ງໃນແຜນການຊ່ວຍເຫຼືອທີ່ສໍາຄັນພາຍໃຕ້ມາດຕະການນີ້ແມ່ນ ຊ່ວຍຫຼຸດຜ່ອນຜົນກະທົບຂອງອັດຕາເງິນຝືດຂອງຄົວເຮືອນຍີ່ປຸ່ນ, ການຫຼຸດຜ່ອນພາສີ, ຊ່ວຍໃຫ້ພາກເອກະຊົນເພີ່ມຄ່າຈ້າງຂຶ້ນ ​ແລະ ​ຊຸກຍູ້​ການ​ລົງທຶນ​ຕື່ມ​ອີກ​ໃນ​ປະ​ເທດ.

ເມື່ອສົມທົບກັບການສະໜັບສະໜູນເງິນກູ້ຂອງລັດ ແລະ ການລົງທຶນຂອງລັດຖະບານທ້ອງຖິ່ນ ນີ້​ຈະ​ເຮັດ​ໃຫ້​ຍອດ​ຈຳນວນ​ມາດ​ຕະການ​ກະ​ຕຸ້ນ​ເສດຖະກິດ​ບັນລຸ​ປະມານ 21 ພັນຕື້​ເຢນ.

ໂດຍທ່ານ ຄິຊິດະ ​ກ່າວ​ວ່າ: ​”ເສດຖະກິດ​ຍີ່ປຸ່ນ​ພວມ​ຢູ່​ໃນ​ຂອບ​ເຂດ​ຂອງ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ເງິນຝືດ, ມັນ​ຈະ​ຍາກ​ຂຶ້ນ ຖ້າ​ຫາກ​ພວກ​ເຮົາ​ພາດ​ໂອກາດ​ນີ້, ຂ້າພະ​ເຈົ້າ​ຕັ້ງ​ໃຈ​ທີ່​ຈະເພີ່ມລາຍໄດ້ທີ່ສາມາດຈັບຈ່າຍໄດ້ ​ເພື່ອ​ນຳ​ໄປ​ສູ່​ການ​ເຕີບ​ໂຕ​ຂະຫຍາຍ​ຕົວ.”

ນາຍົກຍີ່ປຸ່ນ ໄດ້ເບິ່ງວ່າການໃຊ້ງົບຂອງລັດຖະບານຄັ້ງນີ້ ຈະບໍ່ນຳໄປສູ່ພາວະເງິນເຟີ້ ແຕ່ເບິ່ງເລື່ອງນີ້ເປັນສິ່ງທ້າທາຍສຳຄັນ.

ນະໂຍບາຍດັ່ງກ່າວລວມມີການຕັດພາສີຊົ່ວຄາວ 40,000 ເຢນ (266 ໂດລາສະຫະລັດ) ຕໍ່ຄົນ ໃນເດືອນມິຖຸນາຂອງປີ 2024 ແລະ ມີອີກ 70,000 ເຢນ (465 ໂດລາສະຫະລັດ) ຈ່າຍໃຫ້ກັບຄົວເຮືອນທີ່ມີລາຍໄດ້ຕໍ່າ ລວມທັງເງິນອຸດໜູນນໍ້າມັນແອັດຊັງ ແລະ ໃບບິນຄ່າສາທາລະນູປະໂພກ.

ໂດຍລັດຖະບານຍີ່ປຸ່ນຄາດການວ່າ ແຜນງານດັ່ງກ່າວ ຈະຊ່ວຍເພີ່ມຍອດລວມຜະລິດຕະພັນພາຍໃນຂອງຍີ່ປຸ່ນໄດ້ ປະມານ 1,2%.

ແຜນການກະຕຸ້ນເສດຖະກິດຄັ້ງໃຫຍ່ນີ້ ເກີດຂຶ້ນທ່າມກາງການຫຼຸດລົງຢ່າງຕໍ່ເນື່ອງຂອງການຈັດອັນດັບຄວາມນິຍົມຂອງ ທ່ານ ຟູມິໂອະ ຄິຊິດະ. ໂດຍ​ເມື່ອບໍ່ດົນມາ​ນີ້, ​ຄວາມນິຍົມໃນຕົວຂອງຄິຊິດະໄດ້​ຫຼຸດ​ລົງ​ຢູ່​ລະດັບ​ຕ່ຳ​ສຸດ​ນັບ​ແຕ່​ທ່ານ​ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ 2 ປີ​ກ່ອນ.

ຢ່າງໃດກໍຕາມ ນະໂຍບາຍດັ່ງກ່າວ ຍັງມີບາງຄົນ ຫຼື ບາງຝ່າຍ ໄດ້ເບິ່ງວ່າ ເປັນນະໂຍບາຍແຜນການໃຊ້ຈ່າຍແບບປະຊານິຍົມຂອງນາຍົກ ຄິຊິດະ ທີ່ຈະເຮັດໃຫ້ ສະພາບຂອງໜີ້ສິນຍີ່ປຸ່ນ ຮຸນແຮງຂຶ້ນກວ່າເກົ່າ.

https://www.ctvnews.ca/world/japan-s-prime-minister-announces-us-113-billion-in-stimulus-spending-1.6628419#:~:text=Japanese%20Prime%20Minister%20Fumio%20Kishida%20announced%20Thursday%20a%20stimulus%20package,would%20worsen%20Japan%27s%20national%20debt.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/