ຜູ້ປະກອບອາຊີບອິດສະຫຼະໃນ ສ.ເກົາຫຼີ ເພີ່ມສູງຂຶ້ນໃນຮອບ 15 ປີ ທ່າມກາງຄວາມບໍ່ແນ່ນອນທາງເສດຖະກິດ


ສຳນັກຂ່າວ Xinhua ຂອງ ສປ ຈີນ ລາຍງານອີງຕາມ ສຳນັກງານສະຖິຕິແຫ່ງຊາດຂອງ ສ ເກົາຫຼີ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ຈຳນວນພະນັກງານທີ່ປະກອບອາຊີບອິດສະຫຼະໂດຍບໍ່ຈ້າງພະນັກງານໃນປະເທດປີນີ້ຢູ່ໃນລະດັບສູງທີ່ສຸດເປັນປະຫວັດສາດໃນຮອບ 15 ປີ ທ່າມກາງຄວາມບໍ່ແນ່ນອນທາງເສດຖະກິດ.

ໂດຍລາຍງານລະບຸວ່າ: ໃນໄລຍະເດືອນສິງຫາ ມີ 4.370.000 ຄົນ ເຊິ່ງເພີ່ມຂຶ້ນຈາກເດືອນດຽວກັນຂອງປີຜ່ານມາ 34.000 ຄົນ ແລະ ເປັນຕົວເລກສູງທີ່ສຸດນັບຕັ້ງແຕ່ປີ 2008. ທັງນີ້, ມີຜູ້ປະກອບອາຊີບອິດສະຫຼະໃນ ສ ເກົາຫຼີ ຈຳນວນຫຼາຍຂຶ້ນທີ່ຕັດສິນໃຈບໍ່ຈ້າງພະນັກງານທ່າມກາງຄວາມບໍ່ແນ່ນອນຂອງເສດຖະກິດທີ່ເກີດຂຶ້ນຢ່າງຕໍ່ເນື່ອງ.

ສ່ວນຈຳນວນຜູ້ປະກອບອາຊີບອິດສະຫຼະທີ່ຈ້າງພະນັກງານໃນ ສ ເກົາຫຼີ ໃນໄລຍະເດືອນສິງຫາ ມີ 1.413.000 ຄົນ ເຊິ່ງເພີ່ມຂຶ້ນຈາກເດືອນດຽວກັນຂອງປີຜ່ານມາ 59.000 ຄົນ. ຈຳນວນພະນັກງານທີ່ບໍ່ໄດ້ຮັບຄ່າຈ້າງ ເຊິ່ງລວມເຖິງຜູ້ປະກອບອາຊີບອິດສະຫຼະ ແລະ ຜູ້ເບິ່ງແຍງທຸລະກິດຄອບຄົວໂດຍບໍ່ໄດ້ຮັບຄ່າຈ້າງໃນໄລຍະເດືອນສິງຫາ ມີ 6.724.000 ຄົນ ເຊິ່ງເພີ່ມຂຶ້ນຈາກເດືອນດຽວກັນຂອງປີຜ່ານມາ 38.000 ຄົນ.

ພະນັກງານທີ່ບໍ່ໄດ້ຮັບຄ່າຈ້າງຄິດເປັນ 23,4% ຂອງຜູ້ທີ່ມີວຽກເຮັດງານທຳທັງໝົດໃນ ສ ເກົາຫຼີ ໂດຍພະນັກງານກຸ່ມນີ້ແບ່ງເປັນເພດຊາຍ 4.145.000 ຄົນ ຫຼຸດລົງ 4.000 ຄົນ ແລະ ແມ່ຍິງ 2.579.000 ຄົນ ເພີ່ມຂຶ້ນ 42.000 ຄົນ.

ບົດລາຍງານຍັງລະບຸວ່າ: 38,8% ຂອງພະນັກງານທີ່ບໍ່ໄດ້ຮັບຄ່າຈ້າງທັງໝົດເປັນຜູ້ທີ່ມີອາຍຸ 60 ປີຂຶ້ນໄປ, 27% ເປັນຜູ້ທີ່ມີອາຍຸ 50 ປີຂຶ້ນໄປ ແລະ 19% ເປັນຜູ້ທີ່ມີອາຍຸ 40 ປີຂຶ້ນໄປ. ນອກຈາກນັ້ນ, 22,9% ເຮັດວຽກໃນພາກການກະເສດ-ລ້ຽງສັດ ແລະ ອຸດສາຫະກໍາການປະມົງ, 16,8% ເຮັດວຽກໃນພາກການຄ້າຂາຍສົ່ງ ແລະ ຂາຍຍ່ອຍ ແລະ 13% ເຮັດວຽກໃນພາກທຸລະກິດບ່ອນພັກອາໄສ ແລະ ຮ້ານອາຫານ.

ທີ່ມາ: https://english.news.cn/20231101/76dd89891a1f4e058e74f9b6b108d854/c.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/