G-Dragon ສະໝັກໃຈເຂົ້າໃຫ້ປາກຄຳກັບຕຳຫຼວດ ຢືນຢັນບໍ່ກ່ຽວຂ້ອງກັບຢາເສບຕິດ


G-Dragon ສິລະປິນຊື່ດັງຈາກເກົາຫຼີໃຕ້ ໄດ້ເດີນທາງມາເຂົ້າໃຫ້ປາກຄຳກັບເຈົ້າໜ້າທີ່ຕຳຫຼວດດ້ວຍຄວາມສະໝັກໃຈ ເຊິ່ງທາງ G-Dragon ໄດ້ປາກົດຕົວພ້ອມກັບຕອບຄຳຖາມຕໍ່ໜ້າສື່ມວນຊົນ ກ່ອນເຂົ້າພົບເຈົ້າໜ້າທີ່ດ້ວຍຄວາມໝັ້ນໃຈວ່າຕົນເອງບໍ່ມີສ່ວນກ່ຽວຂ້ອງໃດໆກັບຢາເສບຕິດຕາມທີ່ຖືກຕັ້ງຂໍ້ກ່າວຫາ.

ວັນທີ 6 ພະຈິກ 2023 ເວລາ 13:23 ຕາມເວລາຂອງປະເທດເກົາຫຼີໃຕ້ G-Dragon ຫຼື Kwon Ji-yong ນັກຮ້ອງຊື່ດັງຂອງປະເທດເກົາຫຼີໃຕ້ ທີ່ຖືກຕັ້ງຂໍ້ຫາວ່າກ່ຽວຂ້ອງກັບຢາເສບຕິດ ໄດ້ປາກົດຕົວທີ່ສະຖານີຕຳຫຼວດນົນຍອນ ເມືອງອິນຊອນ ປະເທດເກົາຫຼີໃຕ້ ເພື່ອເຂົ້າພົບເຈົ້າໜ້າທີ່ເປັນເທື່ອທຳອິດ ໂດຍທາງສື່ໄດ້ຖາມກ່ຽວກັບການຖືກຕັ້ງຂໍ້ຫາຕ່າງໆ.

ໂດຍທາງ G-Dragon ໄດ້ຕອບຄຳຖາມວ່າ “ບໍ່ໄດ້ມີສ່ວນກ່ຽວຂ້ອງກັບອາຊະຍາກຳກ່ຽວກັບຢາເສບຕິດ ແລະ ມາທີ່ນີ້ເພື່ອມາຊີ້ແຈ້ງຄວາມຈິງ ແທນທີ່ຈະເວົ້າຍາວໆກ່ຽວກັບເລື່ອງນີ້ ການເຂົ້າຮ່ວມການສອບສວນໃຫ້ໄວທີ່ສຸດຈະດີກວ່າ” ພ້ອມກັບຢ້ຳວ່າ “ບໍ່ໄດ້ເຮັດ”.

ນອກຈາກນັ້ນ ສື່ຍັງຄົງຖາມຄຳຖາມຢູ່ເລັກນ້ອຍກ່ອນທີ່ຈະເຂົ້າໄປໃຫ້ປາກຄຳກັບຕຳຫຼວດ ພ້ອມບອກກັບແຟນໆວ່າ “ບໍ່ຕ້ອງກັງວົນຫຼາຍເກີນໄປເດີ ຖ້າສອບສວນແລ້ວກໍຈະກັບມາ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/