BTOB ຕັດສິນໃຈບໍ່ຕໍ່ສັນຍາກັບ Cube Entertainment ຫຼັງຈາກຮ່ວມງານກັນມາເປັນເວລາ 11 ປີ


BTOB ສິລະປິນສາຍ Vocal ໄດ້ຕັດສິນໃຈບໍ່ຕໍ່ສັນຍາກັບຕົ້ນສັງກັດເກົ່າຢ່າງ Cube Entertainment ທີ່ຮ່ວມງານກັນມາເປັນເວລາຫຼາຍກວ່າ 11 ປີ ໂດຍທາງຕົ້ນສັງກັດຢ່າງ Cube Entertainment ກໍໄດ້ອອກຖະແຫຼງການຕັດສິນໃຈຄັ້ງນີ້ໃຫ້ແຟນໆໄດ້ຮັບຊາບ.

ໃນວັນທີ 6 ພະຈິກ 2023 ທາງ Cube Entertainment ໄດ້ປະກາດຜ່ານໂຊຊຽວທາງການຂອງ BTOB ວ່າຫຼັງຈາກທີ່ປຶກສາເປັນຢ່າງດີແລ້ວກັບສະມາຊິກ BTOB ເນື່ອງຈາກສັນຍາສະບັບທີສອງກຳລັງຈະໝົດອາຍຸລົງ ດ້ວຍເຫດນີ້ຈຶ່ງໄດ້ມີການຕົກລົງກັນວ່າຈະບໍ່ມີການຕໍ່ອາຍຸສັນຍາ.

ແຕ່ເຖິງຢ່າງໃດກໍຕາມ ເຖິງແມ່ນວ່າສັນຍາລະຫວ່າງ Cube Entertainment ແລະ BTOB ຈະສິ້ນສຸດລົງແລ້ວ ແຕ່ຂໍໃຫ້ສະໜັບສະໜູນການເຕີບໃຫຍ່ຄັ້ງໃໝ່ ແລະ ອະນາຄົດອັນສົດໃສຂອງທຸກໆຄົນ ແລະ ເຊື່ອວ່າ BTOB ຈະສາມາດສ້າງຮອຍຍິ້ມໃຫ້ພວກເຮົາໄດ້ຢູ່ຕະຫຼອດໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/