Spotify ກຽມພັດທະນາເຄື່ອງມືໃໝ່ ໃຫ້ຄົນຟັງສາມາດຕອບໂຕ້ກັບ Podcast ໄດ້


ຕ້ອງບອກວ່າ ຫຼັງການມາຮອດຂອງແອັບ “Clubhouse” ທີ່ເຮັດໃຫ້ຫຼາຍແອັບຍັກໃຫຍ່ສັ່ນສະເທືອນ ຮູ້ສຶກໜາວໆຮ້ອນໆນຳກັນໄປບໍ່ໜ້ອຍ ຫຼ້າສຸດທາງ Spotify ໄດ້ອອກມາປະກາດແຜນການພັດທະນາ ຜ່ານງານທີ່ມີຊື່ວ່າ“Stream On” ເພື່ອພັດທະນາແອັບພິເຄຊັນ Spotify ຂອງຕົວເອງ.

ໜຶ່ງໃນເຄື່ອງມືທີ່ໄດ້ຮັບຄວາມສົນໃຈເປັນພິເສດນັ້ນກໍຄືການທີ່ Spotify ປະກາດວ່າຈະເຮັດໃຫ້ Podcast ນັ້ນສາມາດໂຕ້ຕອບ (Interactive) ກັບຄົນຟັງໄດ້ ເຊັ່ນມີການຕອບໂຕ້ກັນຫຼາຍຂຶ້ນ, ຖາມ-ຕອບ ກັນຫຼາຍຂຶ້ນ ລວມທັງສ້າງການສຳຫຼວດ (Poll) ໄດ້ ເຊິ່ງເອີ້ນໄດ້ວ່າເປັນອີກໄມ້ຕາຍໜຶ່ງທີ່ຈະເອົາມາສູ້ກັບ Clubhouse ໂດຍກົງເລີຍກໍວ່າໄດ້.

ເຖິງແມ່ນວ່າທຸກມື້ນີ້ Spotify ຈະໃຊ້ເພື່ອຟັງເພງເປັນຫຼັກ ແຕ່ Spotify ເຊື່ອວ່າພອດແຄັສ ຈະຊ່ວຍຊຸກຍູ້ຄວາມສົນໃຈຂອງຜູ້ໃຊ້ໃນໄລຍະຍາວ ທັງຍັງຊຸກຍູ້ດ້ານການເຕີບໃຫຍ່ຂອງບໍລິສັດອີກດ້ວຍ.

ຫຼັງຈາກນີ້ ທາງ Spotify ໄດ້ຈັບມືຮ່ວມກັບ WordPress ເພື່ອປ່ຽນເນື້ອຫາທີ່ຂຽນເປັນພອດແຄັສໂດຍກົງຜ່ານຊ່ອງທາງການເຮັດພອດແຄັສຢ່າງ Anchor ລວມເຖິງຍັງສາມາດເລືອກໃຊ້ເພງ ແລະ ສຽງຈາກ Anchor ເພື່ອເພີ່ມຄວາມຫຼາກຫຼາຍໃຫ້ກັບຜູ້ຈັດການທຸກຄົນ.

ນອກຈາກນັ້ນ ໃນງານ “Stream On” ຍັງມີສິ່ງທີ່ໜ້າສົນໃຈອີກເຊັ່ນ ລາຍການພິເສດເປັນພອດແຄັສ “A Spotify Original” ໂດຍມີລາຍຊື່ທີ່ປະກາດອອກມາເຊັ່ນ ບິລລີ ໄອລິຊ, ຈັດຕິນ ບີເບີ, ບາຣັກ ໂອບາມາ, ເຈົ້າຊາຍແຮຣີ ເປັນຕົ້ນ.

ໂດຍ Spotify ບອກວ່າກຳລັງສ້າງ ແລະ ປັບຂະໜາດ ເພື່ອເພີ່ມປະສົບການໃຫ້ກັບຜູ້ຟັງເພງສາມາດເຫັນລາຍການແນະນຳຂອງພອດແຄັສທີ່ສອດຄ່ອງກັບລົດສະນິຍົມຂອງຕົວເອງໄດ້.

ພາບ: axios.com, podcastmovement.com, theverge.com

ຂອບໃຈຂໍ້ມູນຈາກ: