Spotify ເຈລະຈາຂໍຊື້ທີມເຕະບານ Arsenal


ດານຽວ ເອັກ (Daniel Ek) ຜູ້ຮ່ວມກໍ່ຕັ້ງ ແລະເປັນ CEO ຄົນປັດຈຸບັນຂອງ Spotify ແອັບພິເຄຊັ່ນຟັງເພງອອນໄລນ໌ຊື່ດັງ ໄດ້ຍື່ນເລື່ອງຢ່າງເປັນທາງການເຖິງເຈົ້າຂອງທີມສະໂມສອນ Arsenal ຄົນປັດຈຸບັນ ນັ້ນຄື Stan Kroenke ກ່ຽວກັບການຂໍຊື້ສະໂມສອນ Arsenal ໂດຍສະເໜີເງິນເຖິງ 1.8 ພັນລ້ານປອນ ເພື່ອໃຫ້ທາງ Kroenke ໄດ້ພິຈາລະນາ.

ກ່ອນໜ້ານີ້ ດານຽວ ເຄີຍອອກມາໂພສຜ່ານ Twitter ຂອງຕົນເອງໃນວັນທີ 24 ເມສາ 2021 ທີ່ຜ່ານມາວ່າຕົນເອງເປັນ ແຟນຂອງທີມເຕະບານ Arsenal ມາແຕ່ດົນ ຫາກວ່າ ເຄເອສອີ (Kroenke Sports & Entertainment : KSE) ຍອມຂາຍສະໂມສອນໃຫ້ ລາວກໍພ້ອມທີ່ຈະໂດດເຂົ້າໄປເຈລະຈາທັນທີ.

ສຳລັບການເຮັດສັນຍາຊື້ຂາຍທີມຍັງຢູ່ໃນຂັ້ນຕອນຕົກລົງ ແລະ ເຈລະຈາລະຫວ່າງທັງສອງຝ່າຍ ເຫດຜົນທີ່ ດານຽວ ເອັກ ຕ້ອງການຊື້ທີມໃນເທື່ອນີ້ກໍເນື່ອງຈາກບັນຫາຂອງທາງທີມ Arsenal ເອງທີ່ຕິດຂັດທາງດ້ານການເງິນ ຈົນບໍ່ມີເງິນມາອັດສີດໃຫ້ແກ່ນັກກິລາເມື່ອທຽບກັບທີມຊັ້ນນຳອື່ນໆ ຈົນເຮັດໃຫ້ຜົນງານທີ່ຜ່ານມາບໍ່ເກີດຄວາມໜ້າປະທັບໃຈຕໍ່ແຟນຄລັບເທົ່າທີ່ຄວນ.

ແຕ່ຄາດວ່າການເຈລະຈາອາດມີຄວາມຍາກແລະອາດຈະບໍ່ປະສົບຜົນສຳເລັດ ເນື່ອງດ້ວຍ Stan Kroenke ເອງກໍອອກມາໃຫ້ສຳພາດວ່າຈະບໍ່ມີການຂາຍທີມ Arsenal ຢ່າງແນ່ນອນ, ອາດຈະຕ້ອງໄດ້ຕິດຕາມກັນຕໍ່ໄປສຳລັບເລື່ອງນີ້.

ຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/