Sony Xperia 10 III lite ເປັນໂທລະສັບຮຸ່ນນ້ອຍຂອງ Sony Xperia 10 III ທີ່ໄດ້ເປີດຕົວໄປກ່ອນໜ້ານີ້, ເຊິ່ງໄດ້ມີການລົດບາງຟັງຊັນ ແລະ ໜ່ວຍຄວາມຈຳລົງ ຈຶ່ງເຮັດໃຫ້ລາຄາລົດລົງຈາກຮຸ່ນຫຼັກເຖິງ 10% ຈາກລາຄາເກົ່າ 51,480 ເຢນ (469 ໂດລາ) ເຫຼືອພຽງ 46,800 ເຢນ (426.45 ໂດລາ).

ສິ່ງທີ່ Xperia 10 III lite ໄດ້ລົດລົງກໍຄືໜ່ວຍຄວາມຈຳທີ່ເຫຼືອພຽງ 64GB ຈາກຮຸ່ນກ່ອນ 128GB ແລະ ໄດ້ນຳເອົາຟັງຊັນ ວິທະຍຸອອກ ແລ້ວເພີ່ມການຮອງຮັບລະບົບ eSIM ເຂົ້າໄປ, ເຊິ່ງຮຸ່ນເກົ່າຈະຮອງຮັບລະບົບການໃຊ້ງານແບບ 2 ຊິມ ແຕ່ຕ້ອງໄດ້ເລືອກລະຫວ່າງການໃຊ້ງານ 2 ຊິມ ກັບ ການໃຊ້ງານ 1 ຊິມບວກກັບ microSD card.


ສະເປັກໂດຍລວມຂອງ Sony Xperia 10 III lite
- ໜ້າຈໍ : OLED ຂະໜາດ 6 ນິ້ວ, ຄວາມເລິກຂອງສີ 10-bit, ຄວາມລະອຽດ Full HD+, ຜ່ານມາດຕະຖານ HDR10
- ຊິບເຊັດ : Qualcomm Snapdragon 690
- ໜ່ວຍຄວາມຈຳ : RAM 6GB + ROM 64GB, ຮອງຮັບ microSD card
- ກ້ອງຫຼັງ : ກ້ອງຫຼັກ 12MP, ກ້ອງ Ultra Wide 8MP, ກ້ອງ ເທເລໂຟໂຕ 8MP
- ກ້ອງໜ້າ : 8MP
- ຮອງຮັບເຄືອຂ່າຍ : 5G ແບບ nano-SIM (1) + eSIM (2)
- ການເຊື່ອມຕໍ່ : Wi-Fi 802.11 a/b/g/n/ac , GPS, A-GPS, A-GLONASS, BeiDou, Galileo, QZSS ,Bluetooth 5.1
- ພ໊ອດ : USB Type-C 3.1, ຫົວເຈັກ 3.5 ມມ.
- ເຊັນເຊີ : Fingerprint
- ແບດເຕີຣີ່ : 4500mAh, ຮອງຮັບການສາກໄວ 18W
- ລະບົບປະຕິບັດການ : Android 11
- ສາມາດກັນນ້ຳແລະຝຸ່ນດ້ວຍມາດຕະຖານ IP65/68
- ຂະໜາດ : 154 × 68 × 8.3 ມມ.
- ນ້ຳໜັກ : 169 ກຣາມ
- ມີສີໃຫ້ເລືອກ : ດຳ, ຂາວ, ຟ້າ, ບົວ.
Sony Xperia 10 III lite ຍັງວາງຂາຍຢູ່ໃນສະເພາະປະເທດຍີ່ປຸ່ນເທົ່ານັັ້ນ.
ຂອບໃຈຂໍ້ມູນຈາກ :
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/