ARMY ໃນອັບການິສຖານຈຳເປັນຕ້ອງເຜົາອາລະບ້ຳ BTS


BTS ເປັນວົງສິລະປິນ K-POP ຈາກສ.ເກົາຫຼີ ທີ່ໄດ້ຮັບຄວາມນິຍົມໄປທົ່ວປະເທດ, ໂດຍທີ່ພວກເຂົາຈະມີຊື່ຫຼິ້ນເອີ້ນໃຫ້ກັບແຟນຄລັບຂອງຕົນເອງວ່າ ອາມີ່ (Army). ຫຼ້າສຸດທີ່ປະເທດອັບການິສຖານ,​ ກຸ່ມອາມີ່ພາຍໃນປະເທດຈຳເປັນຕ້ອງເຜົາອາລະບ້ຳເພງຂອງສິລະປິນທີ່ຕົນເອງຮັກໄປ ເພື່ອຄວາມປອດໄພອັນເນື່ອງມາຈາກການປົກຄອງຂອງກຸ່ມຕາລີບັນ.

ເມື່ອໃນສະໄໝການປົກຄອງຄັ້ງກ່ອນຂອງຕາລີບັນໄດ້ມີກົດລະບຽບອອກມາຢ່າງເຄັ່ງຄັດວ່າບໍ່ໃຫ້ຜູ້ຍິງໄດ້ມີການສຶກສາ, ເຮັດວຽກງານຕ່າງໆ ລວມໄປຮອດການເສບສິລະປະ ແລະ ຟັງດົນຕີ, ຖ້າພົບເຫັນຈະໄດ້ຖືກລົງໂທດຢ່າງຮ້າຍແຮງ. ເພື່ອຄວາມປອດໄພຂອງພວກເຂົາຕໍ່ກຸ່ມຄົນທີ່ບອກວ່າຈະປົກປ້ອງປະເທດ, ແຟນຄລັບເຫຼົ່ານີ້ຈຶ່ງຈຳເປັນຕ້ອງໄດ້ທຳລາຍ ຫຼືເຊື່ອງຄວາມມັກຮັກຂອງພວກເຂົາໄປ.

ຊາວອັບການິສຖານຜູ້ໜຶ່ງພາຍໃຕ້ຊື່ ‘A’ ໄດ້ໃຫ້ຂໍ້ມູນວ່າ “ທຸກມື້ນີ້ຂ້ອຍບໍ່ສາມາດຟັງເພງທີ່ຂ້ອຍເຄີຍຟັງຕາມທ້ອງຖະໜົນທົ່ວໄປໄດ້ອີກຕໍ່ໄປແລ້ວ ກຸ່ມຕາລີບັນພວກເຂົາເປີດແຕ່ເພງແນວແປກໆຂອງພວກເຂົາ” ພ້ອມຍັງເສີມວ່າລາວບໍ່ໄດ້ອອກຈາກບ້ານເລີຍ ເພາະຄວາມຢ້ານທີ່ຈະຖືກລັກພາຕົວ.

ທີ່ມາ: https://cutt.ly/aWy0YHk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/