SK Group ບໍລິສັດໃຫຍ່ສັນຊາດເກົາຫຼີ ຫອບເງິນ 400 ກວ່າລ້ານໂດລາ ມາລົງທຶນຢູ່ທີ່ ຫວຽດນາມ


ຫວຽດນາມ ກໍເປັນປະເທດໜຶ່ງທີ່ໄດ້ຮັບຄວາມສົນໃຈຈາກຫຼາຍໆປະເທດ ທີ່ຕ້ອງການເຂົ້າມາລົງທຶນໃນເຂດພາກພື້ນອາຊີຕາເວັນອອກສຽງໃຕ້.

ໜຶ່ງໃນນັ້ນກໍຄືບໍລິສັດ SK Group ບໍລິສັດຍັກໃຫຍ່ດ້ານທຸລະກິດຂອງ ສ.ເກົາຫຼີ ໄດ້ລົງທຶນກວ່າ 400 ລ້ານໂດລາ ເຂົ້າໃນທຸລະກິດການຄ້າຢ່ອຍຢູ່ຫວຽດນາມ ຫຼື VinCommerce ເມື່ອເດືອນເມສາທີ່ຜ່ານມາ, ໂດຍທີ່ທາງ SK ເອງຈະໄດ້ຮັບສ່ວນແບ່ງເປັນຫຸ້ນ 16,3% ແລະ ສາມາດແຕ່ງຕັ້ງຄົນໄປນັ່ງໃນບອດບໍລິຫານຂອງ VinCommerce ເພື່ອປຶກສາ ແລະສ້າງແນວທາງການພັດທະນາຮ່ວມກັນຢ່າງໃກ້ຊິດ.

ເຫດຜົນທີ່ Sk Group ລົງທຶນໃນ VinCommerce ກໍອາດຍ້ອນທຸລະກິດ VinMart ໃນເຄືອຂອງ VinCommerce ເອງທີ່ເປັນຊູປີມາເກັດ ແລະ ມີເຄືອຂ່າຍຫຼາຍເຖິງ 2,300 ສາຂາທົ່ວຫວຽດນາມ.

ກ່ອນໜ້ານີ້ໃນປີ 2019 ທາງ SK Group ເອງກໍໄດ້ລົງທຶນກັບ VinGroup ເຊິ່ງເປັນບໍລິສັດແມ່ຂອງ Vincommerce ດ້ວຍຈຳນວນເງິນສູງເຖິງ 1000 ລ້ານໂດລາ.

ການທີ່ຫຼາຍໆປະເທດເລີ່ມໃຫ້ຄວາມສົນໃຈໃນການລົງທຶນກັບປະເທດຫວຽດກັບກໍອາດຈະເປັນຍ້ອນຫວຽດນາມມີປະຊາກອນເກືອບ 100 ລ້ານຄົນ ເຊິ່ງຈຳນວນທາງດ້ານແຮງງານທີ່ເປັນຄົນໝຸ່ມສາວມີຫຼາຍກວ່າຜູ້ສູງອາຍຸ ແນໃຫ້ເຫັນເຖິງຄວາມສາມາດໃນອະນາຄົດ ທີ່ມີແຮງງານໜຸ່ມສາວ ເຊິ່ງເປັນປັດໄຈຫຼັກໃນການພັດທະນາເສດຖະກິດຫຼາຍກວ່າປະເທດອື່ນ.

ນອກຈາກນີ້ຫວຽດນາມຍັງເປັນຕະຫຼາດທີ່ມີການເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ, ເປັນປະເທດດຽວໃນອາຊຽນ (ASEAN) ທີ່ມີການຂະຫຍາຍຕົວໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ.

ກ່ອນໜ້າທີ່ SK Group ຈະເຂົ້າມາລົງທຶນໃນຫວຽດນາມ ກໍໄດ້ມີບໍລິສັດຍັກໃຫຍ່ ຫຼາຍໆບໍລິສັດຂອງເກົາຫຼີ ເຂົ້າມາຕັ້ງໂຮງງານ ແລະ ລົງທຶນໃນຫຼາຍໆທຸລະກິດຢູ່ຫວຽດນາມກ່ອນແລ້ວເຊັ່ນ:

  1. Samsung ເຂົ້າມາຕັ້ງໂຮງງານຜະລິດເປັນຈຳນວນຫຼາຍ ຄິດເປັນ 1 ໃນ 5 ຂອງການສົ່ງອອກທົ່ວປະເທດ.
  2. Lotte ລົງທຶນໃສ່ Lotte Center ທີ່ເປັນອາຄານສູນລວມສຳນັກງານ, ໂຮງແຮມ ແລະ ຮ້ານຄ້າ ພ້ອມທັງລົງທຶນໃນຫ້າງສັບພະສິນຄ້າ ແລະ ຊູເປີມາເກັດອີກ.
  3. CJ Group ລົງທຶນໃນໂຮງສາຍຮູບເງົາກວ່າ 130 ແຫ່ງທົ່ວປະເທດ.
  4. LG Household & Health Care ຈັດຈຳໜ່າຍເຄື່ອງສຳອາງ ແລະ ເຄື່ອງໃຊ້ສ່ວນຕົວໃນຫວຽດນາມ.

ຂໍຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/