ຢູໂຣບພົບກັບອຸທົກກະໄພຄັ້ງໃຫຍ່ສ້າງຄວາມເສຍຫາຍມະຫາສານ ເສຍຊີວິດຫຼາຍກວ່າ 100 ຄົນ


ເບວຢຽມ ແລະ ເຢຍລະມັນ ພົບກັບວິກິດນ້ຳຖ້ວມໜັກ ຈາກຝົນທີ່ຕົກໜັກທີ່ສຸດໃນຮອບ 100 ປີ, ມີປະລິມານ 148 ລິດ/ຕາແມັດ ພາຍໃນເວລາ 48 ຊົ່ວໂມງ ເຊິ່ງເພີ່ມຂຶ້ນຈາກປະລິມານປົກກະຕິເກືອບ 2 ເທົ່າ ຈົນເຮັດໃຫ້ແມ່ນ້ຳໃນບໍລິເວນນັ້ນລົ້ນ, ນ້ຳເຂົ້າຖ້ວມບ້ານເຮືອນປະຊາຊົນເສຍຫາຍຢ່າງມະຫາສານ. ແລະເຊົ້າຂອງວັນທີ 17 ກໍລະກົດ 2021 ນີ້ ມີຜູ້ສູນຫາຍເຖິງ 1,300 ຄົນ ແລະ ຈຳນວນຜູ້ເສຍຊີວິດອີກຫຼາຍກວ່າ 100 ຄົນ.

ນັກວິທະຍາສາດພູມອາກາດເຜີຍວ່າ ບໍ່ທັນຕັ້ງຕົວວ່າຈະມີປະລິມານນ້ຳຖ້ວມມະຫາສານແບບນີ້. ເມືອງ Köln ມີນໍ້າຝົນຕົກລົງຫຼາຍເຖິງ 154 ມິນລີແມັດ ພາຍໃນ 24 ຊົ່ວໂມງ, ແຮງນ້ຳເຮັດໃຫ້ເສົາສັນຍານໂທລະສັບໄດ້ຮັບຄວາມເສຍຫາຍ ເຮັດໃຫ້ບໍລິເວນດັ່ງກ່າວບໍ່ສາມາດຕິດຕໍ່ຫາຄອບຄົວໄດ້.

ໃນປະເທດເບວຢຽມ ອ່າງເກັບນ້ຳ Rurtalsperre ທີ່ຢູ່ໃກ້ຊາຍແດນປະເທດ ກໍຖືກນ້ຳຖ້ວມໜັກເຮັດໃຫ້ອ່າງບໍ່ສາມາດກັກເກັບນ້ຳປະລິມານມະຫາສານໄດ້, ອ່າງເກັບນ້ຳບາງແຫ່ງກໍແຕກເປັນທີ່ຮຽບຮ້ອຍແລ້ວ. ພົບຜູ້ເສຍຊີວິດ 12 ຄົນ ສູນຫາຍອີກ 5 ຄົນ, ປັດຈຸບັນກຳລັງອົບພະຍົບປະຊາຊົນທີ່ຢູ່ໃນເຂດສ່ຽງ 10 ແຂວງອອກຈາກພື້ນທີ່ ມີທັງໜ່ວຍທະຫານ ແລະ ໜ່ວຍງານສາທາລະນະສຸກເຂົ້າມາຊ່ວຍເຫຼືອຢ່າງຮີບດ່ວນ.

ສະວິດເຊີແລນ,​ ລັກແຊມເບີກ ແລະ ເນເທີແລນ ທຸກປະເທດຕ່າງກໍໄດ້ຮັບຜົນກະທົບ ແຕ່ບໍ່ມີຜູ້ເສຍຊີວິດ.

ເບື້ອງຕົ້ນອຸຕຸນິຍົມເຜີຍວ່າ ຍັງຈະມີຝົນຕົກລົງມາອີກໃນບາງພື້ນທີ່ ລະດັບນ້ຳໃນແມ່ນ້ຳ Rhine ແລະ ແມ່ນ້ຳສາຍອື່ນທີ່ເປັນສາຂາຂອງແມ່ນ້ຳ Rhine ກໍຄາດວ່າຈະສູງຂຶ້ນອີກ.

ນັກວິທະຍາສາດເຊື່ອວ່າ ນີ້ເປັນໄພທຳມະຊາດທີ່ເກີດຈາກມະນຸດເອງເຊັ່ນ: ການປ່ອຍກາສເຮືອນແກ້ວ ເຮັດໃຫ້ສະພາບອາກາດປັ່ນປ່ວນ ເປັນໜຶ່ງໃນສາເຫດນ້ຳຖ້ວມ ລວມເຖິງໄພພິບັດທາງທຳມະຊາດອື່ນໆທົ່ວໂລກ ທີ່ມີສາເຫດມາຈາກການກະທຳຂອງມະນຸດເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/