2 ບໍລິສັດໄອທີຍັກໃຫຍ່ໃນຈີນຖືກກວດສອບ ເພື່ອປ້ອງກັນຂໍ້ມູນສ່ວນຕົວຂອງປະຊາຊາຊົນບໍ່ໃຫ້ຮົ່ວໄຫຼ


ສຳນັກງານຂ່າວຕ່າງປະເທດລາຍງານວ່າ ສຳນັກງານໄຊເບີສະເປສ ປະເທດຈີນ (CAC)  ໄດ້ດຳເນີນການສອບສວນບໍລິສັດໄອທີຍັກໃຫຍ່ 2 ແຫ່ງ ເຊິ່ງໄດ້ກວດສອບ 2 ແອັບພິເຄຊັນຄື: Boss Zhipin ແອັບສະໝັກວຽກ ແລະ Full Truck Alliance ແອັບເອີ້ນລົດຮັບຈ້າງ.

ການກວດສອບດັ່ງກ່າວໄດ້ດຳເນີນການ ຫຼັງຈາກທີ່ລັດຖະບານຂອງ ສປ. ຈີນ ໄດ້ດຳເນີນການກວດສອບໃນລັກສະນະດຽວກັນກັບແອັບພິເຄຊັນຍອດນິຍົມ Didi Chuxing ເຊິ່ງເປັບແອັບພິເຄຊັນເອີ້ນລົດແທັກຊີ້ ໂດຍກວດພົບວ່າແອັບດັ່ງກ່າວໄດ້ເກັບຂໍ້ມູນຂອງປະຊາຊົນໄປໃຊ້ແບບຜິດກົດໝາຍ ຈຶ່ງລົງໂທດດ້ວຍການປິດການໃຫ້ລົງທະບຽນ ພ້ອມກັບຖອດແອັບພິເຄຊັນອອກ ເພື່ອບໍ່ໃຫ້ປະຊາຊົນດາວໂຫຼດໄດ້ອີກ.

ນອກຈາກນີ້, ໃນລາຍງານຍັງລະບຸວ່າ ກຸ່ມບໍລິສັດຍັກໃຫຍ່ທັງ 3 ແຫ່ງນັ້ນ ແມ່ນບໍລິສັດທຸລະກິດແຖວໜ້າຂອງອຸດສາຫະກຳໄອທີຈີນ ເຊິ່ງມີບໍລິສັດສະໜັບສະໜູນຫຼັກທີ່ມີຊື່ວ່າ “Tencent” ບໍລິສັດເອກະຊົນທາງດ້ານເທັກໂນໂລຢີລາຍໃຫຍ່ທີ່ສຸດໃນ ປະເທດຈີນ ແລະ ໃນໂລກ ທາງດ້ານເກມ.

ສຳນັກງານ CAC ຍັງໄດ້ລະບຸຕື່ມວ່າ ການດຳເນີນການດັ່ງກ່າວແມ່ນອາໄສອຳນາດ ຕາມກົດໝາຍຄອມພິວເຕີສະບັບໃໝ່ ທີ່ໄດ້ປະກາດໃນວັນທີ 1 ມິຖຸນາທີ່ຜ່ານມາ ເຊິ່ງມີເນື້ອໃນກ່ຽວກັບ ການເພີ່ມອຳນາດຂອງລັດຖະບານຈີນ ໃນການກຳກັບທຸລະກິດເອກະຊົນ ໂດຍສະເພາະບໍລິສັດເອກະຊົນທີ່ເຮັດທຸລະກິດໄອທີ ທີ່ອາດຈະສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ.

ທີ່ມາ: https://bit.ly/2UUqPf1

ພາບ: khaosod

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/