ຍີ່ປຸ່ນກຽມແຈກ ຖົງຢາງອະນາໄມທີ່ມາພ້ອມກັບສິລະປະລວດລາຍຕ່າງໆ ໃນງານມະຫະກຳກິລາ Tokyo Olympics 2020!!!


ບໍລິສັດ ໂອກາໂມໂຕະ ທີ່ຜະລິດຖົງຢາງອະນາໄມຂອງຍີ່ປຸ່ນ ໄດ້ອອກແບບລາຍຖົງຢາງອະນາໄມຕ້ອນຮັບການແຂ່ງຂັນກິລາ Tokyo Olympics 2020 ທີ່ກຳລັງຈະເລີ່ມຂຶ້ນໃນອີກ 1 ອາທິດຈະມາເຖິງນີ້ ເປັນສິນຄ້າທີ່ມີຈຳນວນຈຳກັດ ຈະແຈກໃຫ້ນັກກິລາ, ຄົນທົ່ວໄປ ແລະ ເຈົ້າໜ້າທີ່ໃນເຮືອນນັກກິລາລະຫວ່າງການແຂ່ງຂັນເທົ່ານັ້ນ.

ຄວາມພິເສດຂອງຖົງຢາງອະນາໄມນີ້ ແມ່ນການປະຍຸກໃຊ້ສິລະປະ ຢູຄິໂຍ-ເອະ (Ukiyo-e) ໃນສະຕະວັດທີ 17-19 ໂດຍມັກຈະເປັນຮູບວິຖີຊີວິດຂອງຄົນຍີ່ປຸ່ນສະໄໝນັ້ນ ມາໃສ່ໃນລວດລາຍຂອງຖົງຢາງອະນາໄມ, ລາຍຈະປາກົດຊັດເຈນເມື່ອຮູດຖົງຢາງລົງມາພ້ອມໃຊ້ວຽກ.

ເຊິ່ງການແຈກຖົງຢາງອະນາໄມໃນໄລຍະການແຂ່ງຂັນນີ້ ບໍ່ແມ່ນເລື່ອງແປກເລີຍ ເພາະວ່າຫຼາຍປະເທດໃນໂລກທີ່ເຄີຍເປັນເຈົ້າພາບຂອງການແຂ່ງຂັນກໍເຄີຍເຮັດມາແລ້ວເຊັ່ນ: ໂອແລັມປິກ 2016 ກໍມີການແຈກຫຼາຍເຖິງ 450,000 ອັນ, ໂອແລັມປິກທີ່ນະຄອນລອນດອນໃນປີ 2012 ກໍແຈກໄປ 100,000 ອັນ ແລະ ບ່ອນອື່ນໆອີກ. ສ່ວນຍີ່ປຸ່ນໄດ້ກຽມຖົງຢາກແບບຈຳນວນຈຳກັດນີ້ໄວ້ 150,000 ອັນ ເພື່ອເປັນທັງຂອງທີ່ລະນຶກໃຫ້ກັບຄົນທີ່ມີສ່ວນຮ່ວມໃນງານມະຫະກຳຄັ້ງນີ້.

ຂອບໃຈຂໍ້ມູນຈາກ:

https://bit.ly/3zagFGd

https://bit.ly/3wKOE6g

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/