Qualcomm ຜູຸ້ຜະລິດຊິບໃຫ້ແກ່ສະມາດໂຟນແບຣນຕ່າງໆ ເປີດຕົວ Snapdragon Insiders ສະມາດໂຟນຮຸ່ນເຮືອທຸງຂອງແບຣນຕົນເອງ


Qualcomm ບໍລິສັດຜູ້ຜະລິດຊິບລາຍໃຫຍ່ ທີ່ຜະລິດຊິບໃຫ້ກັບແບຣນມືຖືຊື່ດັງຫຼາຍໆແບຣນ ບໍ່ວ່າຈະເປັນ Samsung, Vivo, Xiaomi, Oppo ແລະ ແບຣນອື່ນໆ. ແລະຕອນນີ້ ທາງ Qualcomm ກໍໄດ້ເປີດຕົວສະມາດໂຟນຂອງຕົນເອງໂດຍໃຊ້ຊື່ວ່າ “Snapdragon Insiders”.

Snapdragon Insiders ເປັນສະມາດໂຟນສະເປັກສູງລະດັບເຮືອທຸງຈາກ Qualcomm ທີ່ຮ່ວມມືກັບ ASUS ບໍລິຍັກໃຫຍ່ດ້ານເທັກໂນໂລຢີ ເພື່ອຜະລິດສະມາດໂຟນໂດຍສະເພາະ, ເຊິ່ງດຶງເອົາສັກກະຍະພາບຂອງຊິບ Snapdragon 888 ອອກມາໃຊ້ຢ່າງເຕັມປະສິດທິພາບ ພ້ອມກັບຂາຍເປັນແພັກເກດທີ່ມາຄູ່ກັບຫູຟັງໄຮ້ສາຍ Snapdragon Sound Free ທີ່ໄດ້ຜະລິດຮ່ວມກັບ Master & Dynamic (ບໍລິສັດຜະລິດຫູຟັງຊັ້ນນຳ).

ນອກຈາກນີ້ແລ້ວ ຄວາມພິເສດອີກຢ່າງໜຶ່ງມີຄື: ເມື່ອຊື້ Qualcomm Snapdragon Insiders ແລ້ວຈະໄດ້ຮັບສິດ VIP ທີ່ສາມາດເຂົ້າເຖິງຂ່າວສານຕ່າງໆ,​ ເຄັດລັບ, ຄອສຮຽນອອນໄລນ໌ ຫຼື ແມ່ນແຕ່ສາມາດເຂົ້າເຖິງກິດຈະກຳຫຼັງເວທີຕ່າງໆທີ່ Qualcomm ເປັນຜູ້ຈັດຂຶ້ນ.

ຂໍ້ມູນສະເປັກຂອງ Snapdragon Insiders:

  • ໜ້າຈໍສະແດງຜົນ OLED ຂະໜາດ 6.78 ນິ້ວ , ຄວາມລະອຽດ Full HD+ ມີອັດຕາການ refresh 144Hz ຄອບທັບດ້ວຍແວ່ນ Gorilla Glass Victus.
  • CPU : Qualcomm Snapdragon 888.
  • GPU : Adreno 660.
  • RAM : 16 GB ຂະນິດ LPDDR5.
  • ROM : 512 GB ຊະນິດ UFS 3.1.
  • ຮອງຮັບ 2 Sim Cards.
  • ຮອງຮັບລະບົບ 5G.
  • ກ້ອງຫຼັງ 3 ຕົວ ຄວາມລະອຽດ 64 + 12 + 8 ລ້ານພິກເຊລ , ເຊັນເຊີ Sony IMX686 , f/1.8 , ຮອງຮັບ Ultra Wide ມຸມກວ້າງ 125 ອົງສາ Sony IMX 363 ແລະ TelePhoto 3X optical Zoom , ຮອງຮັບ 4 Axis OIS, ຮອງຮັບ Qualcomm AI ພ້ອມຄຸນສົມບັດຊູມແບບອັດຕະໂນມັດ ແລະ ການຕິດຕາມວັດຖຸ AI Object Tracking.
  • ກ້ອງໜ້າຄວາມລະອຽດ 24 ລ້ານພິກເຊລ.
  • ຮອງຮັບລະບົບສະແກນລາຍນິ້ວມື 3D Sonic 2nd Gen.
  • ບໍ່ມີຊ່ອງສຽບຫູຟັງ 3.5 mm.
  • ຮອງຮັບລະບົບລຳໂພງຄູ່ແບບ Stereo.
  • Speakers (AAC SLS0916A-04 Front Firing Speaker + AAC 1216SLS Side Firing bottom Speaker), Smart AMP (WDA8835).
  • ໄມໂຄຣໂຟນ HDR4x.
  • ພອດເຊື່ອມຕໍ່ແບບ USB Type – C.
  • ແບດເຕີຣີ່ 4000 mAh , ຮອງຮັບລະບົບສາກໄວ 65W HyperCharge , Quick Charge 5.0 ບໍ່ມີການສາກແບບໄຮ້ສາຍ.
  • ລະບົບປະຕິບັດການ : Android 11.
  • ນ້ຳໜັກ 210 ກຣາມ.

Snapdragon Insiders ຈະຖືກວາງຂາຍໃນເດືອນ ສິງຫາ 2021 ທີ່ປະເທດຈີນ, ສະຫະລັດອາເມຣິກາ, ເຢຍລະມັນ, ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ອິນເດຍ ໂດຍມີລາຄາຢູ່ທີ່ 1,499 ໂດລາ.

ຂໍຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/