Scream VI ກາຍເປັນຮູບເງົາທີ່ເປີດຕົວຮັບລາຍໄດ້ສູງທີ່ສຸດໃນແຟຣນຊາຍ

Scream VI

ຄຸ້ນຫູຄຸ້ນຕາກັນຫຼືບໍ່? ກັບຕົວລະຄອນໜ້າກາກສີຂາວໃສ່ຊຸດດຳແບບນີ້ ມາຈາກ “Scream” ຮູບເງົາແນວລະທຶກຂວັນເລືອດສາດ ມີຕົ້ນກຳເນີດໃນປີ 1996 ທີ່ສາມາດເຮັດໃຫ້ຮູບເງົາແນວເລືອດສາດທີ່ຫຼາຍຄົນເບິ່ງວ່າເປັນເກຣດ B ກາຍເປັນຮູບເງົາເກຣດ A ໄດ້ໃນທີ່ສຸດ. ຕັ້ງແຕ່ປີ 1996 ຈົນຮອດປີ 2023, Scream ມີພາກຕໍ່ທັງໝົົດ 6 ພາກ.

Scream VI

ຫຼ້າສຸດ ຮູບເງົາເລື່ອງ Scream VI ເປັນໜຶ່ງໃນພາກຕໍ່ຂອງຮູບເງົາ Scream ທີ່ເປີດຕົວໃນອາທິດທຳອິດ (ວັນທີ 10-12 ມີນາ 2023) ໃນປະເທດອາເມຣິກາ ສາມາດກວາດລາຍຮັບໄດ້ 44,5 ລ້ານໂດລາ ແລະ ໃນຕ່າງປະເທດກວາດລາຍຮັບໄປໄດ້ 22,3 ລ້ານໂດລາ ສ້າງປາກົດການເປັນຮູບເງົາໃນແຟຣນຊາຍ Scream ທີ່ລາຍໄດ້ເປີດຕົວສູງທີ່ສຸດໃນແຟຣນຊາຍເລື່ອງນີ້, ຫຼັງຈາກທີ່ Scream III ສ້າງປາກົດການນີ້ໄດ້ໃນປີ 2000 ໂດຍຄອງສະຖິຕິ 34 ລ້ານໂດລາ.

ໂດຍ Scream VI ເປີດຕົວດ້ວຍລາຍໄດ້ສູງສຸດໃນແຟຣນຊາຍ ຈາກທຶນສ້າງພຽງແຕ່ 33 ລ້ານໂດລາ ແລະ ສູງກວ່ານັກວິເຄາະໄດ້ຄາດການໄວ້ໃນທຳອິດ. Scream VI ໄດ້ຮັບຄະແນນໃນເວັບໄຊ Rotten Tomatoes ໃນລະດັບ 75%ແລະ ຈາກ Cinema Score ໃນລະດັບ B+.

Scream VI

Scream VI ເປັນຮູບເງົາແນວສະຫຍອງ ແລະ ລະທຶກຂວັນທີ່ຕ້ອງໄດ້ໄປເບິ່ງຈັກຄັ້ງ ເພາະໃນເລື່ອງມັນມັກຈະມາພ້ອມສຽງຮ້ອງອັນເປັນເອກະລັກ. ລາຍໄດ້ເປີດຕົວກໍບົ່ງບອກໄດ້ແລ້ວວ່າຮູບເງົານີ້ເຖິງແມ່ນວ່າຈະມີມາແຕ່ປີ 1996 ລວມເວລາໄດ້ 27 ປີ ແຕ່ຄວາມ Classic ຂອງຮູບເງົາ ເອກະລັກທີ່ໂດດເດັ່ນ ແລະ ຊື່ເລື່ອງ Scream ຍັງຂາຍໄດ້ຢູ່. ຫາກໃຜທີ່ເປັນແຟນຄລັບນ້ອງວັນພຸດ Jena Ortega ກໍຢ່າພາດກັບຮູບເງົາເລື່ອງນີ້.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/