OpenAI ເປີດຕົວ GPT-4 ທີ່ສະຫຼາດກວ່າ ChatGPT ສາມາດເຂົ້າໃຈ ແລະ ຖາມກ່ຽວກັບຮູບພາບທີ່ເຮົາປ້ອນເຂົ້າໄປໄດ້

OpenAI

ຫຼັງຈາກ OpenAI ເປີດຕົວ ChatGPT, ເທັກໂນໂລຊີ AI ທີ່ສາມາດສື່ສານກັບຄົນໄດ້ ​ໃນ​ທ້າຍ​ປີ 2022 ແລະ ເຮັດໃຫ້ຊາວໂລກແຕກຕື່ນ ຕື່ນເຕັ້ນກັນພໍສົມຄວນ. ຫຼ້າສຸດ OpenAI ບໍລິສັດຜູ້ພັດທະນາ ChatGPT ໄດ້ປ່ອຍ GPT-4 ເຊິ່ງເປັນ Chatbot ຮຸ່ນໃໝ່ຂອງ ChatGPT ທີ່ມີຄວາມສາມາດຫຼາຍກວ່າຕົ້ນສະບັບ ເຊັ່ນ ສາມາດເຂົ້າໃຈ ແລະ ຖາມກ່ຽວກັບຮູບພາບທີ່ເຮົາປ້ອນເຂົ້າໄປໄດ້.

ເຊິ່ງການປະມວນຜົນພາບນີ້ GPT-4 ສາມາດເຮັດໄດ້ເຖິງຂັ້ນວ່າ ວິເຄາະມຸກຕະຫຼົກໃນພາບໄດ້ເລີຍ ໂດຍດຳເນີນການແລ້ວສາມາດບອກໄດ້ເລີຍວ່າສິ່ງໃດໃນພາບນີ້ມີຄວາມຜິດປົກກະຕິ ຈົນມີຄວາມຕະຫຼົກ ເອີ້ນໄດ້ວ່າ ສາມາດວິເຄາະມີມໃນພາບ ທີ່ແມ່ນແຕ່ມະນຸດບາງຄົນກໍບໍ່ເຂົ້າໃຈໄດ້ນັ້ນເອງ.

ໂດຍທາງ OpenAI ລະບຸວ່າ GPT-4 ສະບັບໃໝ່ນີ້ ຍັງມີຂໍ້ມູນຮອດແຕ່ ປີ 2021 ແຕ່ມີຖານຂໍ້ມູນທີ່ໃຫຍ່ກວ່າເກົ່າຈາກການຜ່ານການເຝິກຝົນມາເປັນເວລາ 2 ປີ ຈຶ່ງເຮັດໃຫ້ GPT-4 ຮຸ່ນໃໝ່ນີ້ ມີ​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ທີ່​ດີກ​ວ່າ​ຫຼາຍ​ໃນ​ລະ​ດັບ “ທຽບ​ເທົ່າ​ຂອງ​ມະ​ນຸດ​” ມີຄວາມສາມາດໃນການສອບເສັງມາດຕະຖານເຊັ່ນ Uniform Bar Exam (UBE), ການສອບເສັງເຂົ້າໂຮງຮຽນກົດຫມາຍ (LSAT), ແລະການສອບເສັງຈົບການສຶກສາ (GRE) ລວມທັງສາມາດເຂົ້າສອບເສັງ Advanced Placement Program (AP) ໄດ້.

OpenAI

ເຊິ່ງສິ່ງທີ່ຫນ້າສົນໃຈກໍຄື GPT-4 ຮຸ່ນໃໝ່ບໍ່ພຽງແຕ່ມີຄວາມສາມາດສອບເສັງໄດ້ພຽງແຕ່ໃນລະດັບຜ່ານເທົ່ານັ້ນ ເພາະວ່າ GPT-4 ຮຸ່ນໃໝ່ສາມາດເຮັດບົດສອບເສັງເຫຼົ່ານີ້ໄດ້ ດ້ວຍຄະແນນໃນລະດັບ 10 ອັນດັບຄະແນນສູງສຸດຂອງນັກສອບເສັງທີ່ເຄີຍເຂົ້າສອບເສັງອີກດ້ວຍ.

ນອກຈາກນັ້ນ, OpenAI ຍັງບອກວ່າສະບັບໃໝ່ຂອງ ChatGPT ນີ້ສາມາດຕອບຄໍາຖາມທີ່ມີຄວາມຖືກຕ້ອງ ຂອງຂໍ້ມູນຫຼາຍຂຶ້ນ ແລະ ມີຄວາມສາມາດທີ່ຈະຫຼີກເວັ້ນການໃຫ້ຄໍາຕອບ ບໍ່ເໝາະສົມໄດ້ດີກວ່າເກົ່າ.

ສະຫຼຸບແລ້ວ GPT-4 ຮຸ່ນໃໝ່ນີ້ມີຄວາມສະຫຼາດ, ມີຂໍ້ມູນທີ່ໜ້າເຊື່ອຖື, ມີຄວາມຄິດສ້າງສັນ ແລະ ສາມາດຮັບມືກັບຄຳສັ່ງທີ່ແຕກຕ່າງກັນພຽງໜ້ອຍດຽວ ຫຼື ສາມາດຫາຄວາມແຕກຕ່າງຂອງສິ່ງນັ້ນໄດ້ດີກວ່າ ເມື່ອທຽບກັບ ChatGPT ຮຸ່ນກ່ອນໜ້ານີ້.

OpenAI

ສຳລັບໃຜທີ່ຕ້ອງການໃຊ້ GPT-4 ຮຸ່ນໃໝ່ນີ້ ຕ້ອງເປັນສະມາຊິກ ChatGPT Plus ດ້ວຍຄ່າບໍລິການ 20 ໂດລາສະຫະລັດຕໍ່ເດືອນ ຫຼື ຖ້າທ່ານບໍ່ຕ້ອງການທີ່ຈະສູນເສຍເງິນ, ທ່ານສາມາດນໍາໃຊ້ GPT-4 ຮຸ່ນໃໝ່ຜ່ານ Microsoft Bing ຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/