Safari ເວັບບຣາວເຊີກັບມາໂດດເດັ່ນອີກຄັ້ງ ຫຼັງຈາກໄດ້ຮັບຄວາມນິຍົມຫຼາຍເປັນອັນດັບສອງຂອງໂລກ


Safari ເປັນເວັບບຣາວເຊີທີ່ມີການຕິດຕັ້ງຢູ່ໃນອຸປະກອນຂອງ Apple ບໍ່ວ່າຈະເປັນ Mac, iPhone, iPad ເເລະ ອຸປະກອນອື່ນໆ. ຢ່າງໃດກໍຕາມ, ໃນປີທີ່ຜ່ານມາ Microsoft Edge ໄດ້ຍາດເອົາອັນດັບສອງໃນການຈັດອັນດັບຂອງເວັບບຣາວເຊີທີ່ໄດ້ຮັບຄວາມນິຍົມຫຼາຍສຸດໃນໂລກ. ແຕ່ຂໍ້ມູນໃໝ່ນີ້ສະແດງໃຫ້ເຫັນວ່າເວັບບຣາວເຊີຂອງ Apple ຄື Safari ໄດ້ກັບມາເອົາຊະນະ Microsoft Edge ອີກເທື່ອໜຶ່ງເພື່ອກາຍເປັນເວັບບຣາວເຊີ desktop ທີ່ໃຊ້ຫຼາຍທີ່ສຸດອັນດັບສອງໃນໂລກ.

ອີງຕາມຂໍ້ມູນຂອງເວັບໄຊ Statcounter ທີ່ໃຊ້ໃນການວັດຄວາມນິຍົມຂອງເວັບບຣາວເຊີທີ່ໄດ້ມາຈາກການລວບລວມຂໍ້ມູນຈາກຫຼາຍເວັບໄຊ ພົບວ່າຜູ້​ໃຊ້​ຄອມ​ພິວ​ເຕີ​ເລືອກ​ເອົາ​ເວັບ​ບຣາວ​ເຊີ Safari ຄິດເປັນ 11,87% ໃນ​ອັນ​ດັບທີ 2 ເເລະ ອັນດັບ​ທີ 3 ​ທີ່ຕາມມາຕິດໆເເມ່ນ​ເວັບ​ບຣາວ​ເຊີ Microsoft Edge ຄິດເປັນ 11,00% ກໍຖືວ່າຄະເເນນຫ່າງກັນພຽງ​ເລັກ​ນ້ອຍເທົ່ານັ້ນ.

ສ່ວນສຳລັບເວັບບຣາວເຊີຍອດນິຍົມທີ່ໄດ້ອັນດັບທີ 1 ນັ້ນຈະເປັນໃຜບໍ່ໄດ້ນອກຈາກ Google Chrome ທີ່ມີຄະເເນນຄິດເປັນ 66.13% ເຊິ່ງຖືວ່າຢູ່ໄກຈາກອັນດັບທີ 2 ຫຼາຍ.

ໂດຍຄະແນນສະຖິຕິຄວາມນິຍົມທີ່ໃຊ້ໂດຍເວັບບຣາວເຊີຕ່າງໆມີດັ່ງນີ້:

  • Google Chrome 66,13%
  • Safari 11,87%
  • Microsoft Edge 11%
  • Firefox 5,65%
  • Opera 3,09%
  • Internet Explorer 0,55%

ສິ່ງທີ່ເຮັດໃຫ້ຜູ້ໃຊ້ Mac ກັບມາໃຊ້ Safari ເວັບບຣາວເຊີຫຼາຍຂຶ້ນເເມ່ນຍ້ອນການປັບປ່ຽນໜ້າຕາໃນຮູບເເບບໃໝ່ ແລະ ມີຄວາມທັນສະໄໝຂຶ້ນຕັ້ງເເຕ່ macOS Bigsur ຈົນຮອດ macOS Ventura ທີ່ມາພ້ອມກັບຄຸນສົມບັດໃໝ່ເຊັ່ນ: ການຈັດກຸ່ມແຖບເວັບໄຊເພື່ອຄວາມຮຽບຮ້ອຍ, ປັບປຸງປະສິດທິພາບ CSS, ຮອງຮັບມາດຕະຖານ Passkey, ຮອງຮັບການແຈ້ງເຕືອນເວັບໄຊ ແລະ ອື່ນໆ.

ຢ່າງໃດກໍຕາມ, Safari ຍັງຄົງຕາມຫຼັງຄູ່ແຂ່ງໃນເລື່ອງການຮອງຮັບມາດຕະຖານເວັບໄຊຕ໌ຫຼ້າສຸດ. ໃນທາງກົງກັນຂ້າມ, Microsoft ກໍາລັງພັດທະນາກ່ຽວກັບຄຸນສົມບັດທີ່ຂັບເຄື່ອນດ້ວຍ AI ເພື່ອນໍາເວັບບຣາວເຊີ Edge ມາສູ່ຜູ້ໃຊ້ຫຼາຍຂຶ້ນ. ບໍລິສັດໄດ້ຮ່ວມກັບ Bing Search ກັບ ChatGPT ແລະ ໂປຣເເກຣມສ້າງຮູບພາບ DALL∙E ຍອດນິຍົມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/