Ed Sheeran ຖືກຟ້ອງອີກແລ້ວກັບຂໍ້ຫາກັອບເພງ ເຈົ້າຕົວກ່າວ ຖ້າບໍ່ຊະນະຈະເຊົາຮ້ອງເພງ!


ເປັນເລື່ອງເປັນລາວອີກຄັ້ງກັບນັກຮ້ອງໜຸ່ມຊາວອັງກິດຢ່າງ Ed Sheeran ທີ່ຫຼ້າສຸດໄດ້ໄປຂຶ້ນສານເພາະຖືກຟ້ອງຮ້ອງຄ່າລິຂະສິດ ເນື່ອງຈາກວ່າເພງຮັກສຸດແສນໂຣແມນຕິກຢ່າງເພງ “Thinking Out Loud” ຖືກກ່າວຫາວ່າຮຽນແບບເພງ “Let’s Get It On” ຂອງສິລະປິນໃນຕຳນານຢ່າງ Marvin Gaye ເປັນການຟ້ອງຮ້ອງໂດຍທາຍາດຜູ້ຖືລິດຂະສິດເພງ ເປັນຈຳນວນ 100 ລ້ານໂດລາ.

ວັນທີ 3 ພຶດສະພາ 2023 ມີລາຍງານຂ່າວທີ່ເຮັດເອົາແຟນທົ່ວໂລກຊ໋ອກໄປຕາມກັນ ເມື່ອນັກຮ້ອງໜຸ່ມ Ed Sheeran ເຈົ້າພໍ່ເພງຮິດຕິດຊາດ ແລະ ຍັງມີຮາງວັນກາລັນຕີຄວາມເກັ່ງອີກຫຼາກຫຼາຍ ຈາກລາຍງານຂອງ insider ໄດ້ແຈ້ງວ່າ Ed Sheeran ໄດ້ປະກາດຄຳສາບານວ່າຈະຢຸດເຮັດເພງ ຫາກຄະນະລູກຂຸນຕັດສິນວ່າ Ed Sheeran ມີຄວາມຜິດໃນຂໍ້ຫາຮຽນແບບ.

Ed Sheeran ໄດ້ເຂົ້າໃຫ້ການຕໍ່ສານໃນວັນຈັນ 1 ພຶດສະພາ 2023 ທີ່ຜ່ານມາຢູ່ທີ່ ສານລັດຖະບານກາງອາເມຣິກາ ໃນເຂດແມນຮັດຕັນ ຂອງນະຄອນ ນິວຢອກ ໂດຍທີ່ Ed Sheeran ຖືກກ່າວຫາວ່າໄດ້ຮຽນແບບເພງ  “Let’s Get It On” ຂອງ Marvin Gaye ເພື່ອສ້າງເພງສຸດຮິດຢ່າງເພງ “Thinking Out Loud” ໃນປີ 2015 ຈາກລາຍງານຂອງ Daily Mail ເມື່ອ Ed Sheeran ຖືກຖາມຮອດກໍລະນີການພິຈາລະນາຂໍ້ກ່າວຫາດັ່ງກ່າວ ທາງ Ed Sheeran ໄດ້ໃຫ້ຄຳຕອບກັບສື່ວ່າ “ຖ້າເປັນແບບນີ້ ຂ້ອຍຈະພໍແລ້ວ ຂ້ອຍຈະຢຸດ” ເຊິ່ງເຫັນໄດ້ຊັດເຈນວ່າລາວໄດ້ໝາຍເຖິງອາຊີບ ນັກດົນຕີທີ່ໂດ່ງດັງ ແລະ ຍັງເວົ້າຕື່ມອີກວ່າ “ຂ້ອຍອຸທິດທັງຊີວິດໃຫ້ກັບການເປັນສິລະປິນ ແລະ ນັກແຕ່ງເພງ ມັນເປັນເລື່ອງທີ່ໜ້າອາຍແທ້ໆ ຫາກມີຄົນມາດ້ອຍຄ່າມັນ ເຈົ້າກຳລັງລົດຄຸນຄ່າຜົນງານຄວາມສຳເລັດຂອງຂ້ອຍ ແລະ ເພງ Thinking Out Loud ຄືຮາງວັນແກຣມມີທຳອິດຂອງຂ້ອຍເລີຍ” ພ້ອມຍັງກ່າວ ປະຕິເສດຂໍ້ກ່າວຫາ ແລະ ແຈ້ງກັບສານວ່າເພງ Thinking Out Loud ມີອົງປະກອບເພງທີ່ບໍ່ຄືໃຜ ເພາະວ່າ ຂ້ອຍຮູ້ຄອດທີ່ຫຼິ້ນກີຕ້ານັ້ນເປັນຢ່າງດີ.

ທາງດ້ານຜູ້ຮ່ວມຂຽນເພງ Thinking Out Loud ຢ່າງ Amy Wage ກໍໄດ້ອອກມາຢືນຢັນອີກສຽງ ພ້ອມກັບອະທິບາຍອີກວ່າ ເພງນີ້ມັນມີຄວາມຄ້າຍຄືກັບເພງ “Have I Told You Lately” ຂອງ Van Morrison ຫຼາຍກວ່າເພງ “Let’s Get It On” ຂອງ Marvin Gaye ເພາະທາງຄອດເພງທີ່ໃຊ້ເປັນຊຸດດຽວກັຍແຕ່ພຽງຄົນລະຄີກໍເທົ່ານັ້ນ.

ບອກເລີຍວ່າງານນີ້ແຟນໆ ຂອງນັກຮ້ອງໜຸ່ມ Ed Sheeran ກໍຕ່າງຕ້ອງມາລຸ້ນ ແລະ ເອົາໃຈໃສ່ຊ່ວຍກັນວ່າເພງ Thinking Out Loud ຈະຖືກຕັດສິນວ່າຮຽນແບບຫຼືບໍ່? ຕ້ອງຕິດຕາມກັນຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/