Ran Takahashi ນັກກິລາ Volleyball ທີ່ມີຄວາມສາມາດ ແລະ ກຳລັງເປັນທີ່ນິຍົມ


ຣັນ ທາກາຮາຊິ ທີ່ຫຼາຍຄົນກຳລັງໃຫ້ຄວາມສົນໃຈນັ້ນ ເປັນນັກກິລາ Volleyball ທີ່ມີສີມືບໍ່ທຳມະດາ ພ້ອມກັບມີບຸກຄະລິກທ່າທາງ ແລະ ຮູບຮ່າງໜ້າຕາທີ່ໂດດເດັ່ນ ເປັນທີ່ດຶງດູດໃຫ້ກັບຜູ້ຊົມ.

ປັດຈຸບັນ ຣັນ ທາກາຮາຊິ ຫຼິ້ນເປັນມືຕົບຫົວເສົາ ຂອງມະຫາວິທະຍາໄລ Nippon Sport Science University ແລະ ກຳລັງເປັນດາວເດັ່ນ ທີ່ກຳລັງຖືກຈັບຕາເບິ່ງເປັນທີ່ສຸດ ຫຼັງຈາກຕິດທີມຊາດຍີ່ປຸ່ນ.

ຣັນ ທາກາຮາຊິ ເລີ່ມຫຼິ້ນກິລາຕັ້ງແຕ່ນ້ອຍ ປະມານ ປ.2 ໂດຍຫຼິ້ນກັບອ້າຍ ແລະ ເອື້ອຍຂອງຕົນ, ທັງຄອບຄົວອ້າຍນ້ອງຕ່າງກໍມັກຫຼິ້ນກິລາ. ເມື່ອຂຶ້ນມັດທະຍົມ ຣັນ ກໍໄດ້ເປັນນັກກິລາຂອງໂຮງຮຽນ ຈົນສາມາດຊ່ວຍທີມເອົາຊະນະໄດ້. ຫຼັງຈາກທີ່ຂຶ້ນ ມ.ປາຍ ກໍຍັງໄດ້ເປັນນັກກິລາຂອງໂຮງຮຽນອີກ ແລະ ມີການຫຼິ້ນທີ່ເກັ່ງກວ່າເກົ່າ ປະກອບກັບສ່ວນສູງ ແລະ ຄວາມແຂງແຮງຂອງຮ່າງກາຍ ພ້ອມກັບການຫຼິ້ນທີ່ໜຽວແໜ້ນ.

ເມື່ອຈົບ ມ.ປາຍ ກໍໄດ້ເຂົ້າສູ່ມະຫາໄລການກິລາ, ໄດ້ຫຼິ້ນກິລາໃຫ້ກັບສະຖາບັນ ຈົນໄດ້ພົບຄູ່ແຂ່ງທີ່ເປັນອ້າຍຂອງຕົນ, ແຕ່ສຸດທ້າຍເກມກໍເປັນຝ່າຍຂອງ ຣັນ ທີ່ຊະນະ. ຫຼັງຈາກການຫຼິ້ນທີ່ໂດດເດັ່ນມາເລື້ອຍໆນັ້ນ ໃນທີ່ສຸດ ຣັນ ທາກາຮາຊິ ກໍມີລາຍຊື່ຕິດທີມຊາດຍີ່ປຸ່ນຊຸດໃຫຍ່ແລ້ວ.

ຂໍ້ມູນຈາກ: https://bit.ly/2RZLm0W

ຮູບພາບ: https://bit.ly/3uQN1mx

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/