Elon Musk ທະວີດເພງ “Baby Shark” ເຮັດໃຫ້ຫຸ້ນຂອງບໍລິສັດຜູ້ຜະລິດເພງນີ້ເພີ່ມຂຶ້ນ +6,29%


ການປັ່ນວົງການ Cryptocurrency ຄົງຍັງບໍ່ພຽງພໍສຳລັບ Elon Musk.

ຫຼ້າສຸດ Elon musk ໄດ້ອອກມາທະວີດເພງອັນດັບໜຶ່ງໃນ YouTube ນັ້ນຄືເພງ “Baby Shark” ຈົນສົ່ງຜົນໃຫ້ຫຸ້ນຂອງບໍລິສັດ Samsung Publishing Co., Ltd. ເຊິ່ງເປັນຜູ້ຜະລິດເພງນີ້ໄດ້ດີດຕົວຂຶ້ນໃນຕະຫຼາດຫຸ້ນ ສ.ເກົາຫຼີເຖິງ +10% ໃນລະຫວ່າງການຊື້ຂາຍຂອງວັນ ໃນລາຄາທີ່ 44.03USD ຕໍ່ຫຸ້ນ ໃນເວລາ 10:25 ມ. ຂອງວັນທີ 2 ຕາມເວລາທ້ອງຖິ່ນປະເທດເກົາຫຼີ ແລະ ໄດ້ປິດຕົວລົງທີ່ລາຄາ 42.54 USD ເຊິ່ງຖືໄດ້ວ່າເພີ່ມຂຶ້ນກວ່າກ່ອນໜ້ານີ້ເຖິງ +6.29%.

ຫຼາຍສຳນັກຂ່າວໃຫຍ່ຂອງຕ່າງປະເທດຕ່າງກໍອອກມາໃຫ້ຄຳເຫັນກັນວ່າ ການທະວີດເທື່ອນີ້ຂອງ Elon Musk ໄດ້ສົ່ງຜົນໃຫ້ຫຸ້ນຂອງບໍລິສັດ Samsung Publishing Co., Ltd. ຖືກປັບຂຶ້ນ ອາດເປັນເຫດການທີ່ມີແຜນ ຫຼື ຄວາມລັບບາງຢ່າງເຊື່ອງໄວ້ຢູ່, ເພາະທີ່ຜ່ານມາຫຸ້ນຂອງບໍລິສັດດັ່ງກ່າວກໍບໍ່ໄດ້ມີການເໜັງຕີງພໍເທົ່າໃດໃນໄລຍະນີ້.

ຂອບໃຈຂໍ້ມູນຈາກ : https://bit.ly/3cbPmSA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/