ເຈສັນ ດູປາສເກຍ ນັກຂັບລົດຈັກ Moto3 ເສຍຊີວິດ ໃນຂະນະທີ່ແຂ່ງຂັນ


ເຈສັນ ດູປາສເກຍ ອາຍຸ 19 ປີ ຄົນສະວິດເຊີແລນ ນັກກິລາ ຂັບລົດຈັກ Moto 3 ໄດ້ເກີດອຸບັດຕິເຫດຢ່າງຮຸນແຮງ ເຊິ່ງກຳລັງແຂ່ງຂັນຮອບຄັດເລືອກ ໃນລາຍການ ອີຕາລຽນ ກຣັງປຣີ ໃນທ້າຍອາທິດທີ່ຜ່ານມາ ຢູ່ໃນສະໜາມ Mugello.

ເຈສັນ ໄດ້ເສຍຫຼັກລົ້ມໃນໂຄ້ງທີ 9 ຍິ່ງໄປກວ່ານັ້ນລົດທີ່ຂັບມານຳຫຼັງມາຢຽບຊ້ຳຕື່ມ ໂດຍບໍ່ໄດ້ຕັ້ງໃຈຂັບຢຽບ, ໃນຂະນະນັ້ນກໍໄດ້ນອນບໍ່ເໜັງຕີງກາງສະໜາມ ແລ້ວເຈົ້າໜ້າທີ່ ແລະ ທີມພະຍາບານກໍເຂົ້າຊ່ວຍ ແລ້ວໄດ້ສົ່ງໄປໂຮງໝໍທັນທີ, ແຕ່ມື້ຕໍ່ມາ ເຈສັນ ກໍເສຍຊີວິດລົງ.

ເຈສັນ ໄດ້ເລີ່ມຕົ້ນອາຊີບໃນປີ 2011 ແລະ ກ້າວເຂົ້າສູ່ Moto3 ໃນປີ 2020 ສະເພາະລະດູນີ້ ແຂ່ງ 6 ສະໜາມ ເກັບໄດ້ 27 ຄະແນນ ຢູ່ໃນອັນດັບທີ 12 ຈາກ 30 ກວ່າຄົນເຂົ້າຮ່ວມ. ຢ່າງໃດກໍຂໍສະແດງຄວາມເສຍໃຈນຳຄອບຄົວຂອງ ເຈສັນ ດ້ວຍ.

ຂໍ້ມູນຈາກ: https://bit.ly/3z1dpOb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/