Rain on Me ຂອງ Lady Gaga ແລະ Ariana Grande ຂຶ້ນອັນດັບ 1 ເພງແຫ່ງປີ 2020 ຂອງ Billboard


ຫຼັງຈາກທີ່ທີມງານເວັບໄຊເພງຊື່ດັງຢ່າງ Billboard ໄດ້ເຜີຍ 50 ອະລາບຳ້ແຫ່ງປີ ເຊິ່ງ Folklore ອະລາບຳ້ຊຸດທີ 8 ຂອງເທເລີ ສະວິບ ໄດ້ຂຶ້ນອັນດັບໜຶ່ງເຊັ່ນດຽວກັບວາລະສານ Rolling Stone. ຫຼ້າສຸດທາງ Billboard ກໍໄດ້ຈັດອັນດັບ 50 ເພງແຫ່ງປີໂດຍເພງສຸດດັງຢ່າງ ​Rain on Me ຂອງເລດີ້ ກາກ້າ ແລະ ອາຣີນາ ແກຣນເດ ກໍຊະນະຄວ້າອັນດັບ 1 ໄປໄດ້ສຳເລັດ.

Rain on Me ຊິງເກິລທີ 2 ຈາກອະລາບຳ້ Chromatica ຂອງເລດີ້ ກາກ້າ ຖືວ່າປະສົບຄວາມສຳເລັດຢ່າງມະຫາສານໄປທົ່ວໂລກ ໂດຍເປີດຕົວອັນດັບໜຶ່ງໃນ Billboard Hot 100 ໃນອາເມຣິກາ ແລະ ອັງກິດ ທັງຍັງກວາດ 3 ລາງວັນທີ່ເວທີ MTV Video Music Awards ແລະ ໄດ້ເຂົ້າຊິງສາຂາ Best Pop/Duo Performance ທີ່ງານ Grammy Awards 2021 ໂດຍເພງນີ້ກໍຍັງຕິດອັນດັບ 1 ເພງແຫ່ງປີຂອງໜັງສືພິມ The Guardian ຂອງອັງກິດອີກ.

ສ່ວນໜຶ່ງໃນເຫດຜົນທີ່ ສະຕີເຟນ ຄໍ ນັກຂຽນຂອງ Billboard ຍົກໃຫ້ Rain on Me ເປັນເພງອັນດັບ 1 ແຫ່ງປີກໍເພາະເນື້ອຫາທີ່ສາມາດນຳຄວາມເຈັບປວດມາປ່ຽນເປັນພະລັງບວກໄດ້ ເຊິ່ງກໍໍເຂົ້າກັບຄວາມຮູ້ສຶກຂອງຫຼາຍຄົນແລະສະຖານະການຂອງໂລກໃນປີນີ້.

ສຳລັບເພງທີ່ຄວ້າອັນດັບທີ 2 ໄປກໍຄື Blinding Lights ຂອງ The Weeknd ຕໍ່ດ້ວຍ Savage ສະບັບຣິມິກຂອງ ເມແກນ ທີ ສະຕາລລຽນ ແລະ ບີຍອນເຊ້ ເຊິ່ງເພງນີ້ກໍໄດ້ເຂົ້າຊິງລາງວັນໃຫຍ່ຢ່າງບັນທຶກສຽງດີເດັ່ນ (Record of the Year) ທີ່ງານ Grammy Awards 2021, ສ່ວນ Adore You ຂອງແຮຣີ່ ສະຕາຍ ກໍໄດ້ອັນດັບ 4 ແລະ ປິດທ້າຍ Top 5 ດ້ວຍເພງ WAP ຂອງຄາດິ ບີ ແລະ ເມແກນ ທີ ສະຕາລລຽນ ທີ່ຫາກໍຄວ້າເພງແຫ່ງປີຂອງວາລະສານ Rolling Stone ແລະ NME ໄປ.

ເບິ່ງລາຍຊື່ 50 ເພງແຫ່ງປີ 2020 ຂອງ Billboard ໄດ້ທີ່: https://www.billboard.com/articles/news/list/9494940/best-songs-2020-top-100/

ທີ່ມາ: https://thestandard.co/rain-on-me-got-number-1-on-billboard/