Ellen DeGeneres ຕິດເຊື້ອໂຄວິດ-19 ພ້ອມພັກລາຍການ The Ellen Show ຈົນເຖິງປີຫນ້າ


Ellen DeGeneres ເປັນອີກຄົນດັງທີ່ອອກມາປະກາດວ່າຕົວເອງຕິດເຊື້ອໂຄວິດ-19 ໂດຍມີການຢືນຢັນດ້ວຍຕົວເອງຜ່ານທາງສື່ສັງຄົມອອນລາຍຂອງລາຍການໂຊ ເມື່ອເວລາທ່ຽງຄືນໃນວັນທີ 11 ທັນວາ ທີ່ຜ່ານມາ.

ໃນຂໍ້ຄວາມທີ່ເອເລັນໂພສລົງ Instagram The Ellen Show ເຖິງຜົນກວດທີ່ເປັນບວກ ແລະ ອັບເດດອາການຫຼ້າສຸດເຜີຍວ່າ “ສະບາຍດີທຸກຄົນ ຂ້ອຍຢາກໃຫ້ທຸກຄົນຮູ້ວ່າຂ້ອຍມີຜົນກວດໂຄວິດ-19 ເປັນບວກ ແລະ ໂຊກດີທີ່ຂ້ອຍຮູ້ສຶກດີແລ້ວຕອນນີ້ ຕອນນີ້ມີການແຈ້ງເຕືອນຄົນທີ່ໃກ້ຊິດຂ້ອຍເປັນທີ່ຮຽບຮ້ອຍ ແລະ ຂ້ອຍກຳລັງເຮັດຕາມຄຳແນະນຳຂອງ CDC (ໜ່ວຍງານປ້ອງກັນໂຣກຕິດຕໍ່ໃນສະຫະລັດ) ຢ່າງເຄັ່ງຄັດ” ນອກຈາກນີ້ ເອເລັນຍັງລະບຸວ່າຈະກັບມາອີກຄັ້ງຫຼັງຊ່ວງເທສະການວັນພັກ ແລະ ຂໍໃຫ້ທຸກຄົນປອດໄພ.

ສຳລັບສາເຫດ ຫຼື ລຳດັບເຫດການທີ່ເອເລັນຮັບເຊື້ອຍັງບໍ່ໄດ້ມີການເປີດເຜີຍ ແຕ່ສຳລັບໃນຊ່ວງຫຼາຍເດືອນທີ່ຜ່ານມາ ເອເລັນມີກະແສຕີກັບສັງຄົມອອນລາຍຫຼາຍ ບໍ່ວ່າຈະເປັນການຖືກວິພາກວິຈານທີ່ເອເລັນບອກວ່າ “ການກັກຕົວຢູ່ໃນບ້ານຫຼັກສິບລ້ານໂດລານີ້ຮູ້ສຶກຄືຖືກຄຸມຂັງ” ແລະ ຫາກໍຊື້ອະສັງຫາລິມະຊັບໃໝ່ໃກ້ເຈົ້າຊາຍແຮຣີ ແລະ ເມແກນ ມາເຄີໃນລາຄາ 49 ລ້ານໂດລາສະຫະລັດ ຫຼື ປະມານ 490.000.000.000 ກີບ ລວມໄປເຖິງຄວາມຂັດແຍ່ງພາຍໃນອົງກອນເລື່ອງການເຮັດວຽກຈາກທີມງານ ແລະ ຄົນຮອບໆຕົວເອເລັນ.

ລາຍການ The Ellen Show ດຳເນີນມາເຖິງຊີຊັນທີ 18 ເມື່ອເດືອນກັນຍາທີ່ຜ່ານມາ ແລະ ນັບວ່າເປັນລາຍການ Talk Show ຕົ້ນໆຂອງຝັ່ງອາເມຣິກາທີ່ກັບມາຖ່າຍທຳແບບມີແຟນໆມານັ່ງຊົມໃນຫ້ອງສົ່ງທີ່ສະຕູດິໂອ Warner Bros. ທີ່ນະຄອນລອສແອັງເຈລິດ ໂດຍຈຳກັດຈຳນວນທີ່ 40 ຄົນ ຈາກປົກກະຕິແມ່ນຢູ່ທີ່ປະມານ 300 ຄົນ.

ທີ່ມາ: https://thestandard.co/ellen-degeneres-infected-coronavirus/