PUBG ມີຄົນເຂົ້າຫຼິ້ນຫຼາຍເຖິງ 80,000 ຄົນຕໍ່ມື້ ຫຼັງເປີດໃຫ້ຫຼິ້ນຟຣີ

PUBG

PUBG ເປັນອີກໜຶ່ງເກມ FPS ທີ່ໄດ້ຮັບຄວາມນິຍົມກັນໄປທົ່ວໂລກ ແລະ ຄວາມນິຍົມກໍຍິ່ງເພີ່ມທະວີຂຶ້ນ ຫຼັງທາງເກມໄດ້ເປີດໃຫ້ດາວໂຫຼດມາຫຼິ້ນແບບຟຣີໆ ເມື່ອຕົ້ນປີ 2022 ຈົນມີຍອດຜູ້ເຂົ້າຫຼິ້ນໃນແຕ່ລະມື້ສູງເຖິງ 80,000 ຄົນ.

PUBG

ໂດຍ PlayerUnknown’s Battlegrounds ຫຼືວ່າ PUBG ເປັນເກມແນວ Shooter ແບບ  Battle Royale ເຊິ່ງໄດ້ເປີດຕົວໃຫ້ຫຼິ້ນຄັ້ງທຳອິດ ແມ່ນເມື່ອປີ 2017 ທີ່ຕອນນັ້ນວາງຂາຍຢູ່ທີ່ ລາຄາ 29 ໂດລາ ຫຼື ປະມານ 4 ແສນກີບ.​ ແຕ່ມາຮອດຕົ້ນປີ 2022 ນີ້ ເກມ PUBG ໄດ້ມີການປ່ຽນຮູບແບບ ໃຫ້ມາເປັນເກມຟຣີ ທີ່ສາມາດໂຫຼດມາຫຼິ້ນໄດ້ເລີຍ.

ຈາກສະຖິຕິທີ່ເຜີຍອອກມາຈາກ KRAFTON ບໍລິສັດຜູ້ພັດທະນາເກມນີ້ ຢືນຍັນວ່າ ຕົວເກມມີຍອດຜູ້ເຂົ້າຫຼິ້ນສະເລ່ຍ ຫຼາຍກວ່າ 80,000 ຄົນຕໍ່ມື້ ແລະ ກຳໄລສຸດທິຂອງບໍລິສັດເພີ່ມຂຶ້ນ 37% ຖ້າທຽບໃສ່ກັບໄຕມາດດຽວກັນຂອງປີ 2021 ເຖິງແມ່ນວ່າລາຍໄດ້ຈາກການດຳເນີນງານ ແລະ ລາຍໄດ້ຈະລົດລົງ 94% ຂອງລາຍໄດ້ທີ່ມາຈາກນອກປະເທດເກົາຫຼີໃຕ້.

PUBG

ບໍລິສັດຍັງເຜີຍອີກວ່າ ເກມນັ້ນຈະພະຍາຍາມມອບຄວາມຍຸຕິທຳໃຫ້ແກ່ຜູ້ຫຼິ້ນທຸກຄົນຫຼາຍທີ່ສຸດ ແລະ ຍັງໄດ້ມີການນຳສະເໜີໂປຣແກຣມປ້ອງກັນການໂກງທີ່ເຂັ້ມງວດຫຼາຍຂຶ້ນ. ສິ່ງນີ້ຖືເປັນຄວາມສຳເລັດຢ່າງສູງ ເພາະເຖິງແມ່ນວ່າເກມນີ້ ຈະເປີດຕົວມາດົນແລ້ວ ແຕ່ມາຮອດປັດຈຸບັນ PUBG ຍັງຖືເປັນເກມ Battle Royale ທີ່ຕິດອັນດັບຕົ້ນໆຂອງວົງການໄດ້ຢູ່

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ