ໂຄງການກໍ່ສ້າງຕາຝັ່ງກັນໄພນ້ຳຖ້ວມ ລຽບແຄມນ້ຳກໍ ແຂວງອຸດົມໄຊ ສຳເລັດແລ້ວ 74.46%

ແຂວງອຸດົມໄຊ

ໂຄງການກໍ່ສ້າງຕາຝັ່ງ ລຽບຕາມແຄມ ນໍ້າກໍ ເມືອງໄຊ ແຂວງອຸດົມໄຊ ຫຼື ໂຄງການຄຸ້ມຄອງຄວາມສ່ຽງ ໄພພິບັດນ້ຳຖ້ວມ ເທສະບານເມືອງໄຊ ແຂວງອຸດົມໄຊ ແມ່ນອົງປະກອບທີ 1 ທີ່ນອນໃນໂຄງການ ຄຸ້ມຄອງຄວາມສ່ຽງ ໄພທຳມະຊາດ ເຂດອາຊີຕາເວັນອອກສຽງໃຕ້ ເຊິ່ງແມ່ນທະນາຄານໂລກ ທີ່ໃຫ້ການຊ່ວຍເຫຼືອ ດ້ານເງິນກູ້ ແລະ ຊ່ວຍເຫຼືອລ້າ ໂດຍມອບໃຫ້ຂະແໜງ ໂຍທາທິການ ແລະ ຂົນສົ່ງ ສູນກາງ ແລະ ແຂວງສົມທົບກັນຈັດຕັ້ງປະຕິບັດ.

ແຂວງອຸດົມໄຊ

ໂຄງການຄຸ້ມຄອງ ໄພພິບັດ ນໍ້າຖ້ວມ ເທສະບານເມືອງໄຊ ແຂວງອຸດົມໄຊ ປະກອບມີ 2 ສັນຍາ ໃນນີ້ ສັນຍາທີ 1 ແມ່ນເລີ່ມແຕ່ຈຸດ ຂົວນ້ຳກໍ 2 ບ້ານເຈງ ຫາຂົວນ້ຳກໍ 4 ຂ້າງສະໜາມກິລາແຂວງ ມີຄວາມຍາວທັງໝົດ 1,320 ແມັດ ລວມມູນຄ່າການກໍ່ສ້າງທັງໝົດ 3,729,907.62 ໂດລາສະຫະລັດ ( 3 ລ້ານ 7 ແສນກວ່າໂດລາສະຫະລັດ), ໄລຍະການກໍ່ສ້າງທັງໝົດ 15 ເດືອນ (ເດືອນ ມິຖຸນາ ປີ 2021 ຫາ ເດືອນ ສິງຫາ ປີ 2022) ໂດຍແມ່ນ ບໍລິສັດ ກວາງຕຸ້ງ ເລກ 3 ສປ ຈີນ ເປັນຜູ້ຮັບເໝົາກໍ່ສ້າງ. ອີງຕາມບົດສະຫຼຸບລາຍງານຂອງພະແນກ ຍທຂ ແຂວງອຸດົມໄຊ ເຫັນວ່າ: ການກໍ່ສ້າງມາຮອດ ທ້າຍເດືອນມິຖຸນາ ປີ 2022 ນີ້ ໜ້າວຽກໂດຍລວມແລ້ວ ແມ່ນສຳເລັດ 74.46% ໃນນີ້ ວຽກງານຮາກຖານ ດິນຕ້ານເຈື່ອນ ສຳເລັດ 94% ວຽກລຽນຫີນ ສຳເລັດ 80.5%, ວຽກຕິດຕັ້ງ ແຜ່ນເບຕົງ ສຳເລັດ 70%, ວຽກ ວາງທໍ່ລະບາຍນ້ຳ ແລະ ຮ່ອງລະບາຍນ້ຳ ສຳເລັດ 35%, ວຽກສວນສາທາລະນະ ສຳເລັດ 50%, ວຽກກໍ່ສ້າງຝາຍນ້ຳລົ້ນ ສຳເລັດ 95% ແລະ ວຽກກໍ່ສ້າງເສັ້ນທາງ ສຳເລັດ 30%. ຖ້າຫາກອີງຕາມ ສັນຍາການກໍ່ສ້າງແລ້ວ ໂຄງການດັ່ງກ່າວ ຈະໃຫ້ສຳເລັດ ໃນເດືອນ ສິງຫາ 2022 ນີ້.

ແຂວງອຸດົມໄຊ

ສ່ວນໄລຍະສັນຍາທີ 2 ແມ່ນເລີ່ມແຕ່ຈຸດ ຂົວນ້ຳກໍ 4 ຂ້າງພະແນກ ສາທາລະນະສຸກແຂວງ ຂຶ້ນໄປ ທາງດ້ານຂວາ ແມ່ນຮອດຈຸດຂົວນ້ຳກໍ 5 ບ້ານຖິ່ນ ແລະ ທາງດ້ານຊ້າຍ ແມ່ນຮອດຈຸດ ຂົວນໍ້າມາວ ບ້ານນາສ້າວ ມີຄວາມຍາວທັງຫມົດ 8,500 ແມັດ. ຄາດຄະເນການກໍ່ສ້າງ ປະມານ 30 ເດືອນ ເຊິ່ງຫນ້າວຽກຫຼັກ ປະກອບມີ: ການປ້ອງກັນຕາຝັ່ງເຈື່ອນ, ສວນສາທາລະນະ 1 ຈຸດ, ປະຕູລະບາຍນ້ຳ 21 ຈຸດ ແລະ ອື່ນໆ. ປັດຈຸບັນ ແມ່ນສຳເລັດໃນຂັ້ນຕອນ ການຕີລາຄາ ແລະ ສຳເລັດທາງດ້ານເອກະສານ ເພື່ອລາຍງານກະຊວງ ຍທຂ ແລະ ທະນາຄານໂລກ ພ້ອມທັງຮັບຮອງ.

ສໍາລັບໂຄງການ ກໍ່ສ້າງຕາຝັ່ງ ຫຼື ໂຄງການຄຸ້ມຄອງ ຄວາມສ່ຽງໄພພິບັດ ນ້ຳຖ້ວມເທສະບານເມືອງໄຊ ແຂວງອຸດົມໄຊ ແມ່ນໜຶ່ງໃນໂຄງການ ເພື່ອພັດທະນາພື້ນຖານໂຄງລ່າງ ແລະ ສົ່ງເສີມຂີດຄວາມສາມາດໃຫ້ທ້ອງຖິ່ນ ກໍຄື ເທສະບານ ເມືອງໄຊ ແຂວງອຸດົມໄຊ ໃນການຄຸ້ມຄອງ ແລະ ລົດຜ່ອນ ຄວາມສ່ຽງ ຈາກໄພພິບັດນ້ຳຖ້ວມ.

ແຂວງອຸດົມໄຊ

ຂໍ້ມູນຈາກ: https://cutt.ly/dXg5fWw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ