ຫົວຈະປວດ! ກະແສໃນຕິກຕັອກ ຍິງສາວໃຊ້ “ນ້ຳຈາກອະໄວຍະວະເພດ” ຂອງຕົນເອງທາຫຼັງຫູ ເພາະເຊື່ອວ່າມັນເປັນນ້ຳຫອມທຳມະຊາດ

ກະແສ

ທີ່ຜ່ານມາເຮົາອາດເຄີຍເຫັນເທຣນ ຫຼື ແຄັມເປນແປກໆ ຈາກ TikTok ມາແລ້ວບໍ່ຫຼາຍກໍໜ້ອຍ ເຊັ່ນ: ການກັ້ນຫາຍໃຈ, ການທົດລອງທີ່ເຮັດໃຫ້ຕົນເອງເຈັບປວດ, ກິນອາຫານທີ່ບໍ່ຄວນກິນ ຫຼື ການໄປເຮັດຄອນເທັ້ນໃນບ່ອນອັນຕະລາຍສ່ຽງຊີວິດ.

ແຕ່ເມື່ອບໍ່ດົນມານີ້ ເບິ່ງຄືວ່າຈະມີກະແສໜຶ່ງໃນ TikTok  ທີ່ຍິງສາວບາງຄົນຈາກຕ່າງປະເທດໄດ້ພາກັນໃຊ້ມືຈົກເຂົ້າໄປໃນອະໄວຍະເພດຂອງຕົນເອງ ແລ້ວນຳເອົານ້ຳແຫຼວຈາກຊ່ອງຄອດມາທາຢູ່ທີ່ຫຼັງຫູ. ໂດຍພວກເຂົາເຊື່ອວ່ານ້ຳດັ່ງກ່າວນັ້ນເປັນ “ນ້ຳຫອມທຳມະຊາດທີ່ມີສານຟີໂຣໂມນ.

ກະແສ

ກະແສໃນ TikTok ທີ່ກ່າວມານີ້ມັນມີຊື່ວ່າ Vabbing ເຊິ່ງເປັນຄໍາດັດແປງມາຈາກຄໍາວ່າ “Vagina” (ອະໄວຍະວະເພດຍິງ) ປະສົມກັບຄໍາວ່າ Dabbing ກໍຄືການທາວັດຖຸທີ່ມີລັກສະເປັນວັດຖຸເນື້ອອ່ອນ ຫຼື ປຽກຊຸ່ມ ແລະກະແສ Vabbing ກໍມີຫຼາກຫຼາຍວິດີໂອຖືກຜະລິດອອກມາ ພ້ອມກັບມີຄົນເຂົ້າເບິ່ງຫຼັກລ້ານວິວ.

ກະແສ

ສຳນັກຂ່າວ Daily Mail ໄດ້ລາຍງານວ່າ ທ່ານໝໍ Paraskevi Dimitriadi ໝໍຜູ້ຊ່ຽວຊານທາງດ້ານລະບົບສືບພັນຂອງແມ່ຍິງຈາກປະເທດອັງກິດ ກໍໄດ້ອອກມາໃຫ້ຄຳເຫັນຕໍ່ກະແສ Vabbing ວ່າ ກະແສທີ່ຍິງສາວກໍາລັງນິຍົມເຮັດກັນຢູ່ນີ້ອາດຈະເຮັດໃຫ້ອະໄວຍະວະເພດອັກເສບ, ຕິດເຊື້ອ ຫຼືແມ່ນແຕ່ໃຊ້ງານລະບົບສືບພັນບໍ່ໄດ້ ເພາະຖ້າຫາກມື ແລະ ເລັບມືບໍ່ສະອາດ ອາດຈະມີແບັກທີເຣຍທີ່ເຮັດໃຫ້ເກີດອາການເຫຼົ່ານີ້ ແລະຖ້າຫາກແບັກທີເຣຍເຂົ້າໄປກໍອາດຕິດເຊື້ອລຸກລາມໄປຮອດມົດລູກໄດ້.

ກະແສ
ກະແສ

ທັງນີ້ ກະແສການນໍາຂອງແຫຼວຈາກອະໄວຍະເພດມາທາຫຼັງຫູ ຫຼື ຕົ້ນຄໍຂອງຕົນເອງ ໂດຍເຊື່ອວ່າເປັນນ້ຳຫອມທຳມະຊາດນັ້ນ ກາຍເປັນທີ່ຮູ້ຈັກແລະເປັນທີ່ຮັບຮູ້ໃນວົງກວ້າງຫຼາຍຂຶ້ນເມື່ອປີ 2019 ເນື່ອງຈາກ Shan Boodram ຜູ້ຊ່ຽວຊານດ້ານເພດ ແລະເປັນນັກຂຽນຄົນໜຶ່ງທີ່ມີຜູ້ຕິດຕາມໃນ Instagram ກວ່າເຄິ່ງລ້ານບັນຊີ ໄດ້ອ້າງວ່າຕົນເອງໄດ້ໃຊ້ວິທີດັ່ງກ່າວມາດົນນານກວ່າ 10 ປີແລ້ວ.

ພ້ອມນັ້ນຍັງຂຽນໃນປຶ້ມເຫຼັ້ມໜຶ່ງຂອງຕົນເອງວ່າ “ຂ້ອຍໝັ້ນໃຈວ່າທຸກຄັ້ງທີ່ຂ້ອຍໃຊ້ວິທີນີ້ ມັນເຮັດໃຫ້ຂ້ອຍຮູ້ສຶກວ່າຕົນເອງມີເລື່ອງລັບສຸດຮ້ອນແຮງ”

ກະແສ

ຢ່າງໃດກໍດີ ຫຼັງຈາກໄດ້ມີຜູ້ລອງເຮັດກະແສນີ້ແລ້ວ ເຊິ່ງໃນໄລຍະຫຼັງກໍມີຊາວ TikTok ຈໍານວນຫຼາຍໄດ້ເຮັດຄລິບວິດີໂອອອກມາຕອບໂຕ້ກະແສດັ່ງກ່າວວ່າ ບໍ່ຄວນເຮັດ ແລະແນະນໍາໃຫ້ກັບຄົນທີ່ຄິດຈະຮ່ວມກະແສໃຫ້ຄໍານຶງເຖິງສຸຂະອະນາໄມຂອງຕົນເອງ ດ້ວຍການໃຊ້ນ້ຳຫອມແບບທີ່ມີວາງຂາຍຕາມທ້ອງຕະຫຼາດທົ່ວໄປ.

ແລະໝູ່ເພື່ອເດເຫັນກະແສນີ້ແລ້ວຮູ້ສຶກແນວໃດແດ່?

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ