POCO X3 NFC ແຊມແຫ່ງ Smart phone ລະດັບກາງທີ່ໜ້າຈໍ battery ແລະ ປະສິດທິພາບລະດັບແນວໜ້າຈາກແຣນອັນເປັນທີ່ຮັກຂອງທຸກຄົນ.


POCO X3 NFC ແບຣນ Smart phone ທີ່ສ້າງນິຍາມໃຫມ່ໃຫ້ກັບອຸດສາຫະກຳເປິດຕົວ Smart phone ໃຫມ່ລ້າສຸດ POCO X3 NFC ອອກແບບມາສຳຫຼັບຄົນລຸ້ນໃຫມ່ທີ່ມັກເຕັກໂນໂລຊີ ແລະ ການຫຼີ້ນເກມໂດຍໃຊ້ການອອກແບບຢ່າງພິຖີພິຖັນ Smart phone ລຸ້ນນີ້ໃຫ້ຄວາມສໍາຄັນເລື່ອງປະສິດທິພາບເໜືອສິ່ງອື່ນໃດ ໂດຍມອບສະເພາະສະເປັກລະດັບ hi-en ທີ່ຄຸ້າຄ່າທີ່ສຸດໃນລາຄາທີ່ຍ່ອມເຍົາ.

POCO X3 NFC ມາພ້ອມດ້ວຍ Processor 4G 700 series ໃຫມ່ລ້າສຸດ ແລະ ຊົງພະລັງທີ່ສຸດຂອງ Qualcomm – Snapdragon (TM) 732G ໂດຍມີປະສິດທິພາບອັນໜ້າເທິ່ງສາມາດໃຊ້ງານໄດ້ດົນເຖິງ 2 ມື້ຕໍ່ການສາກ battery ໜື່ງເທື່ອດ້ວຍ battery ຂະໜາດໃຫຍ່ເຖິງ 5160 mAh ໃນຂະນະດຽວກັນຈໍສະແດງຜົນ 120Hz ແລະ 240Hz ກໍ່ສ້າງປະສົບການທີ່ລາບລື່ນ ແລະ ຕອບສະໜອງໄດ້ດີຢ່າງບໍ່ໜ້າເຊື່ອເໜືອກວ່າເຮືອທຸງສ່ວນໃຫຍ່ໃນຕະຫຼາດ.

ປະສິດທິພາບທີ່ທ່ານຕ້ອງການດ້ວຍ Platform Qualcomm (R) Snapdragon (TM) 732G ໃຫມ່ລ້າສຸດເພື່ອໃຫ້ແນ່ໃຈວ່າເຄື່ອງຈະເຮັດວຽກຢ່າງມີສະຖຽນລະພາບ ແລະ ໃຫ້ປະສົບການ, ການໃຊ້ງານທີ່ບໍ່ສະດຸດເຕັກໂນໂລຊີລະບາຍຄວາມຮ້ອນ LiquidCool Technology 1.0 Plus ເຊິ່ງປະສານທໍ່ຄວາມຮ້ອນທອງແດງທີ່ຂະຫຍາຍໃຫຍ່ຂື້ນກັບ Graphite ຫຼາຍຊັ້ນທີ່ເຮັດວຽກຮ່ວມກັນເພື່ອລົດຄວາມຮ້ອນຂອງ Processor ໄດ້ເຖິງ 6 ອົງສາ c’.

ປະສິດທິພາບທີ່ໜ້າເທິ່ງຂອງໂທລະສັບ Smart phone ປັບໃຫ້ເໝາະກັບການຫຼີ້ນເກມໄດ້ຫຼາຍຂື້ນດ້ວຍ Game Turbo 3.0 ເຊິ່ງເປັນການປັບແຕ່ງໂທລະສັບໃຫ້ສອດຄ້ອງກັບຂໍ້ກໍາໜົດຂອງເກມເຊິ່ງຊ່ວຍໃຫ້ຜູ້ໃຊ້ສາມາດໃຊ້ hardware ທີ່ຊົງພະລັງຂອງໂທລະສັບໄດ້ຢ່າງເຕັມທີ່ ນອກຈາກນີ້ Motor ເຊິງເສັ້ນແກນ Z ຂອງໂທລະສັບຍັງຮັບປະກັນການຕອບສະໜອງເຊິງສຳຜັດທີ່ຍອດຍ້ຽມດ້ວຍໂຫມດການສັ່ນສະເທືອນຫຼາຍກວ່າ 150 ໂຫມດສຳຫຼັບສະຖານະການຕ່າງໆອີກດ້ວຍກົງກັບຄວາມຕ້ອງການຂອງທ່ານດ້ວຍຈໍສະແດງຜົນ 120Hz / 240Hz ແລະ ລຳໂພງ Stereo.

ຕາມເປົ້າໝາຍຂອງ POCO ຄືການມອບນະວັດຕະກຳສຳຫຼັບທຸກຄົນ POCO X3 NFC ມີຈໍສະແດງຜົນ FHD + DotDisplay ຂະໜາດ 6.67 ນິ້ວ ທີ່ໜ້າເທິ່ງພ້ອມການປະສົມປະສານລະຫວ່າງອັດຕາການ Refresh 120Hz ແລະ ອັດຕາຄວາມໄວຕໍ່ການຕອບສະໜອງການສຳຜັດ 240Hz.

POCO X3 NFC ເປັນໜື່ງໜ້າຈໍທີ່ໃຊ້ງານໄດ້ຫຼື່ນໄຫຼທີ່ສຸດໃນກຸ່ມລາຄານີ້ ຟັງຊັ່ນ DynamicSwitch ຊ່ວຍໃຫ້ໂທລະສັບສາມາດປະຢັດພະລັງງານໂດຍການສະຫຼັບລະຫວ່າງ 50,​60,90 ແລະ 120 Hz ໂດຍອັດຕະໂນມັດຂື້ນຢູ່ກັບການໃຊ້ງານ ແລະ ຮູບແບບຂອງເນື້ອໃນທີ່ສະແດງເທິງໜ້າຈໍ ສິ່ງນີ້ຊ່ວຍໃຫ້ອັດຕາການ Refresh ໂທລະສັບເພິ່ມຂື້ນໃນຂະໃຊ້ງານເຊັ່ນການຫຼີ້ນເກມ ແລະ ລົດລົງສຳຫຼັບການໃຊ້ງານທົ່ວໆໄປເຊັ່ນ: ການອ່ານຂໍ້ຄວາມເຊິ່ງຈະຊ່ວຍລົດການໃຊ້ພະລັງງານ.

ອັດຕາຄວາມໄວຕໍ່ການຕອບສະໜອງການສຳພັດ 240Hz ຊ່ວຍເສີມຄວາມສາມາດໃນການສະແດງຜົນທີ່ບໍ່ທໍາມະດາຂອງໂທລະສັບເຮັດໃຫ້ສາມາດເອົາຊະນະຕູ່ແຂ່ງສ່ວນໃຫຍ່ໄດ້ POCO X3 NFC ມີການຕອບສະໜອງທີ່ໄວກວ່າລຸ້ນເຮືອທຸງສ່ວນໃຫຍ່ໃນຕະຫຼາດ 2 ປັດຈຸບັນເຖິງ 33% ມອບປະສົບການ, ການໃຊ້ງານທີ່ໜ້າເພິ່ງພໍໃຈລວມທັ້ງໃຫ້ຜູ້ໃຊ້ງານໄດ້ເຫັນຂໍ້ໄດ້ປຽບຢ່າງເຫັນໄດ້ຊັດເຈນທີ່ຊັບຊ້ອນທີ່ສຸດ.

ເພື່ອໃຫ້ເກິດການດື່ມດ່ຳປະສົບການສຽງຄຸນນະພາບສູງສຸດ ອຸປະກອນນີ້ຍັງບັນຈຸລຳໂພງ Stereo ຄູ່ລະດັບເຮືອທຸງໄວ້ດ້ວຍລຳໂພງດ້ານເທິງທຽບເທົ່າ 4cc  ລຳໂພງດ້ານລຸ່ມທຽບເທົ່າ 1 cc ແລະ Amplitude ການສັ່ນສະເທືອນສູງສຸດ 0.5 ມມ. ໃຫ້ສຽງ Stereo ທີ່ຄົມຊັດ ແລະ ປະສົບການ, ການຫຼີ້ນເກມທີ່ໜ້າເທິ່ງໃນຂະນະດຽວກັນຄວາມສາມາດຂອງລຳໂພງໃນການຮັກສາຄວາມສະອາດຕົວເອງຊ່ວຍໃຫ້ໝັ້ນໃຈໄດ້ວ່າສຽງຄົມຊັດໃນໄລຍະຍາວ.

ການຖ່າຍຮູບທີ່ທ່ານຕ້ອງການດ້ວຍລະບົບກ້ອງ 4 ໂຕ AI 64 ລ້ານ Pixels POCO X3 NFC ມີລະບົບກ້ອງຫຼັງ 4 ຕົວທີ່ຍອດຍ້ຽມເຊິ່ງປະກອບດ້ວຍກ້ອງຫຼັກ 64 ລ້ານ Pixels , ກ້ອງ Ultra wide 13 ລ້ານ Pixels , ກ້ອງ Macro 2 ລ້ານ Pixels ແລະ Sensor ການວັດໄລຍະ 2 ລ້ານ Pixels.

ກ້ອງຫຼັກຂອງໂທລະສັບເປັນ Sensor Sony IMX 682 ລະດັບເຮືອທຸງທີ່ມີຮູຮັບແສງ ? / 1.89 ແລະ Super Pixel 4-in-1 1.6? M ທີ່ໃຫ້ລາຍລະອຽດ ແລະ ຮູບທີ່ຄົມຊັດ ກ້ອງ Ultra wide 13 ລ້ານ Pixels ມີມຸມມອງ 119 ອົງສາ ທີ່ເສີມດ້ວຍຮູຮັບແສງ ? / 2.2​ ແລະ ຂະໜາດ Pixels 1.0?m ໃນຂະນະທີ່ກ້ອງ Macro 2 ລ້ານ Pixels ແລະ Sensor ການວັດໄລຍະເສີມ function ຫຼາຍຂືນ ແລະ ເພີ່ມຄວາມສາມາຂອງເລນຫຼັກ

ທາງດ້ານໜ້າອຸປະກອນຄືກ້ອງທີ່ເປັນຈຸດນ້ອຍໆ 20 ລ້ານ Pixels ພ້ອມຮູຮັບແສງ ? / 2.2 ແລະ 1.6?m 4-in-1 Super Pixel ເໝາະສໍາລັບການຖ່າຍຮູບ Selfie ທີ່ແບບໄຮ້ຈຸດດ່າງພ້ອຍ.

ສຳຫຼັບຜູ້ທີ່ພະຍາຍາມຈະໂດດເດັ່ນຈາກໝູ່ເພື່ອນ POCO X3 NFC ມີຄຸນສົມບັດສຸດສ້າງສັນຫຼາກຫຼາຍທັ້ງ kaleidoscope 6 ຕົວເລືອກ, ໂຫມດ Gold vibes , ໂຫມດ Cyberpunk Filters ຖ່າຍຮູບໃຫມ່ໆຫຼາກຫຼາຍລວມເຖິງ  AI Skyscaping 3.0 ເຊິ່ງນຳສະເໜີວິທີສ້າງສັນໃຫມ່ໆ ເພື່ອເພິ່ມສີສັນໃຫ້ກັບ Social media feed ຂອງຜູ້ໃຊ້.

ຜູ້ທີ່ມັກວີດີໂອສາມາດໃຊ້ປະໂຫຍດຈາກການບັນທຶກວີດີໂອ 4k ຂອງອຸປະກອນຮວມທັ້ງຄຸນສົມບັດຕ່າງໆເຊັ່ນ: ການຊູມວີດີໂອທີ່ລາບລື່ນ ຈຸດໂຟກັດສູງສຸດ ແລະ ການລັອກ AE / AF ການສະໜັບສະໜູນຮູບແບບ LOG / RAW ແລະ ໂຫມດ Vlog ບໍ່ພຽງແຕ່ຮັບປະກັນວ່າຜູ້ໃຊ້ສາມາດຈັບຮູບຊ່ວງເວລາສຳຄັນຂອງພວກເຂົາໄດ້ຢ່າງມີຄຸນນະພາບສູງສຸດແຕ່ຍັງປ່ຽນໂທລະສັບໃຫ້ເປັນການເຮັດວຽກແບບມືອາຊີບສຳຫຼັບການຜະລິດເນື້ອໃນວີດີໂອອີກດ້ວຍ.

ອາຍຸການໃຊ້ງານຂອງ battery ທີ່ທ່ານຕ້ອງການກັບ battery ຂະໜາດ 5160 mAh ແລະ ການສາກແບບວ່ອງໄວ 33 w.

ສະເປັກການໃຊ້ງານສຸດພິເສດຈະບໍ່ມີປະໂຫຍດເລີຍຫາກບໍ່ມີ battery ທີ່ໃຊ້ງານໄດ້ຍາວນານ ເພື່ອຮັບປະກັນວ່າຜູ້ໃຊ້ສາມາດເພິດເພີນກັບຄຸນສົມບັດທີ່ໜ້າເພິ່ງພໍໃຈທັ້ງໝົດ POCO X3 NFC ມາພ້ອມກັບ battery ຂະໜາດໃຫຍ່ 5160mAh (typ) ທີ່ໃຊ້ງານໄດ້ດົນກວ່າ 2 ມື້ພາຍໃຕ້ການໃຊ້ງານທົ່ວໄປ ໂທລະສັບມືຖືຮອງຮັບການສາກໄວ 33 w  ເຊິ່ງບໍ່ພຽງແຕ່ໝາຍຄວາມວ່າອຸປະກອນສາມາດສາກເຖິງ 100% ໃນເວລາພຽງ 65 ນາທີ ເທົ່ານັ້ນແຕ່ຍັງໃຊ້ເວລາພຽງ 30 ນາທີເທົ່າທີ່ຈະຕື່ມໄດ້ເຖິງ 62%1.

ຄວາມໄວໃນການສາກທີ່ເພິ່ມຂື້ນເຮັດໄດ້ໂດຍໃຊ້ເຕັກໂນໂລຊີ Middle Middle Tab (MMT) ໃນ battery ທົ່ວໄປກະແສໄຟຟ້າຈະມາຈາກດ້ານລຸ່ມຂອງໂມດູນຕື່ມຈາກລຸ່ມສູ່ເທິງສົ່ງຜົນໃຫ້ຄວາມໄວໃນການສາກຊ້າລົງຫຼາຍ ເຕັກໂນໂລຊີ Middle Middle Tab (MMT) ໃຊ້ວິທີການໃໝ່ທີ່ battery ຮັບກະແສໄຟຟ້າຈາກທາງກາງ ແລະ ກະຈາຍໄປທີ່ດ້ານເທິງ ແລະ ດ້ານລຸ່ມຂອງໂມດູນພ້ອມກັນນັ້ນຍັງຊ່ວຍໃຫ້ສາກໄດ້ໄວຂື້໊ນ ແລະ ສະໝ່ຳສະເໝີຫຼາຍຂື້ນໃນຂະນະດຽວກັນກໍ່ເຮັດໃຫ້ການໃຊ້ງານຂອງ battery ໄດ້ດົນຂື້ນເມື່ອທຽບກັບຮູບເກົ່າ.

ລາຄາ ແລະ ຊ່ອງທາງການຈັດຈຳໜ່າຍ:

ຕັ້ງແຕ່ວັນທີ່ 23 ກັນຍາ 2020 ເປັນຕົ້ນໄປ POCO X3 NFC  ຈະວາງຈຳໜ່າຍ 2 ສີ ໃນປະເທດໄທ ໄດ້ແກ່ສີ Shadow Gray ແລະ Cobalt Blue ຄວາມຈຳ 6GB + 64GB ຈະວາງຈຳໜ່າຍໃນລາຄາ $249 ແລະ ຄວາມຈຳ 6GB + 128GB ຈະວາງຈຳໜ່າຍໃນລາຄາ $285 .

ສຳຫຼັບການວາງຈຳໜ່າຍເທື່ອທຳອິດໃນປະເທດໄທ ທັ້ງ 2 ຄວາມຈຳຈະວາງຈຳໜ່າຍແບບ Exclusive ເທິງ JD CENTRAL ຕັ້ງແຕ່ວັນທີ່ 23-30 ກັນຍານີ້ພ້ອມຂໍ້ສະເໜີສຸດພິເສດດັ່ງຕໍ່ໄປນີ້:

ການສັ່ງຊື້ລ່ວງໜ້າເລີ່ມຕັ້ງແຕ່ວັນທີ່ 23-27 ກັນຍານີ້ ແລະ ສຳຫຼັບໃນຊ່ວງເວລາດັ່ງກ່າວ ເຄື່ອງຄວາມຈຳ 6GB + 64GB ຈະວາງຈໍາໜ່າຍໃນລາຄາ $231 ຈາກລາຄາ $249 ໃນຊ່ວງເວລາ flash sale ໜື່ງມື້ພຽງແຕ່ 2000 ກີບ ທ່ານກໍ່ສາມາດເຮັດການສັ່ງຊື້ລ່ວງໜ້າໄດ້ແລ້ວ..!!!

ເມື່ອເຮັດການສັ່ງຊື້ POCO X3 NFC ສຳເລັດລູກຄ້າຈະໄດ້ຮັບພ້ອຍເງິນຄືນ 10% JD POINTS CASHBACK ແລະ ຮັບຟຣີ Mi Fidget Cube ແລະ ສຳຫຼັບທຸກ Order ທີ່ 50 ທີ່ເຮັດການສັ່ງຊື້ລະຫວ່າງວັນທີ່ 23-30 ກັນຍາ 2020 ນີ້ ລູກຄ້າຈະໄດ້ຮັບເຄື່ອງຟອກອາກາດ Mi ໄປເລີຍທັນທີ. ລາຍຊື່ຜູ້ໂຊກດີຈະປະກາດເທິງ Official Xiaomi Store ເທິງ JD CENTRAL ໃນເດືອນ ຕຸລານີ້ ນອກຈາກນີ້ຍັງສາມາດຜ່ອນຊຳລະ 10 ເດືອນຜ່ານບັດເຄດິດໄດ້ອີກດ້ວຍ…!!!

ທີ່ມາ: https://www.ryt9.com/s/prg/3162586