ສີລັງກາ ໝົດຄວາມອົດທົນ ສົ່ງຕູ້ຄອນເທນເນີໃສ່ຂີ້ເຫຍື້ອຜິດກົດໝາຍ 21 ຕູ້ຄືນ ອັງກິດ


ສຳນັກຂ່າວ ແຊນແນວນິວເອເຊຍ ລາຍງານວ່າ ສີລັງກາກຳລັງສົ່ງຕູ້ຄອນເທນເນີ 21 ຕູ້ ເຊິ່ງບັນຈຸຂີ້ເຫຍື້ອລວມຫຼາຍກວ່າ 260 ຕັນ ຄືນກັບໄປປະເທດອັງກິດແລ້ວເມື່ອວັນເສົາທີ່ຜ່ານມາ 26 ກັນຍາ 2020 ໂດຍລັດຖະບານລະບຸວ່າ ຂີ້ເຫຍື້ອເຫຼົ່ານີ້ຖືກຂົນມາໂດຍລະເມີດກົດໝາຍລະຫວ່າງປະເທດ ວ່າດ້ວຍການຂົນສົ່ງວັດຖຸອັນຕະລາຍ.

ຄອນເທນເນີດັງກ່າວຖືກສົ່ງມາທ່າເຮືອຫຼັກໃນເມືອງໂຄລອມໂບ ລະຫວ່າງເດືອນກັນຍາ 2017 ແລະ ມີນາ 2018 ບັນຈຸຂີ້ເຫຍື້ອປະເພດບ່ອນນອນ, ພົມ ແລະ ພົມປູພື້ນທີ່ໃຊ້ແລ້ວ ນອກຈາກນີ້ຍັງມີຂີ້ເຫຍື້ອຈາກໂຮງໝໍອີກດ້ວຍ.

ສຸນິນ ຊະຍາລັດຕະນີ ເວົ້າວ່າ: ບໍລິສັດຂົນສົ່ງຕົກລົງນຳຕູ້ຄອນເທນເນີ 21 ຕູ້ກັບໄປ ເຮົາກຳລັງພະຍາຍາມຂໍເງິນຊົດເຊີຍຈາກຜູ້ທີ່ຮັບຜິດຊອບຂົນສົ່ງຕູ້ຄອນເທນເນຮເຫຼົ່ານີ້ມາສີລັງກາ.

ທັງນີ້ ກົມພາສີອາກອນບໍ່ໄດ້ເປີດເຜີຍວ່າ ຈາກຂີ້ເຫຍື້ອຈາກໂຮງໝໍທີ່ຖືກສົ່ງມາແມ່ນຫຍັງ ແຕ່ຄອນເທນເນີທີ່ຖືກສົ່ງມາຢ່າງຜິດກົດໝາຍກ່ອນໜ້ານີ້ມີຜ້າເຊັດ, ຜ້າພັນບາດແຜ ແລະ ຊິ້ນສ່ວນສົບຈາກຫ້ອງດັບຈິດ.

ລັດຖະບານສີລັງກາລະບຸວ່າ ຕອນນີ້ໃນປະເທດຍັງມີຕູ້ຄອນເທນເນີບັນຈຸທີ່ຖືກສົ່ງມາຈາກອັງກິດຢ່າງຜິດກົດໝາຍກັບບໍລິສັດຂົນສົ່ງ ເພື່ອໃຫ້ນຳຕູ້ຄອນເທນເນີທັງໝົດອອກຈາກປະເທດ.

ໃນຊ່ວງ 2 ປີທີ່ຜ່ານມາ ຫຼາຍປະເທດໃນທະວີບອາຊີເລີາມສົ່ງຕູ້ຄອນເທນເນີບັນຈຸຂີ້ເຫຍື້ອທີ່ສົ່ງມາຈາກຕ່າງປະເທດ ກັບຄືນສູ່ປະເທດຕົ້ນທາງ ຫຼັງຈາກພວກເຂົາເລີ່ມເບື່ອໜ່າຍທີ່ຕ້ອງກາຍເປັນຖັງຂີ້ເຫຍື້ອໃຫ້ແກ່ປະເທດທີ່ລ້ຳລວຍ.


ແຫຼ່ງທີ່ມາ: https://www.thairath.co.th/news/foreign/1939146