POCO X3 NFC ແບຣນ Smart phone ທີ່ສ້າງນິຍາມໃຫມ່ໃຫ້ກັບອຸດສາຫະກຳເປິດຕົວ Smart phone ໃຫມ່ລ້າສຸດ POCO X3 NFC ອອກແບບມາສຳຫຼັບຄົນລຸ້ນໃຫມ່ທີ່ມັກເຕັກໂນໂລຊີ ແລະ ການຫຼີ້ນເກມໂດຍໃຊ້ການອອກແບບຢ່າງພິຖີພິຖັນ Smart phone ລຸ້ນນີ້ໃຫ້ຄວາມສໍາຄັນເລື່ອງປະສິດທິພາບເໜືອສິ່ງອື່ນໃດ ໂດຍມອບສະເພາະສະເປັກລະດັບ hi-en ທີ່ຄຸ້າຄ່າທີ່ສຸດໃນລາຄາທີ່ຍ່ອມເຍົາ.
POCO X3 NFC ມາພ້ອມດ້ວຍ Processor 4G 700 series ໃຫມ່ລ້າສຸດ ແລະ ຊົງພະລັງທີ່ສຸດຂອງ Qualcomm – Snapdragon (TM) 732G ໂດຍມີປະສິດທິພາບອັນໜ້າເທິ່ງສາມາດໃຊ້ງານໄດ້ດົນເຖິງ 2 ມື້ຕໍ່ການສາກ battery ໜື່ງເທື່ອດ້ວຍ battery ຂະໜາດໃຫຍ່ເຖິງ 5160 mAh ໃນຂະນະດຽວກັນຈໍສະແດງຜົນ 120Hz ແລະ 240Hz ກໍ່ສ້າງປະສົບການທີ່ລາບລື່ນ ແລະ ຕອບສະໜອງໄດ້ດີຢ່າງບໍ່ໜ້າເຊື່ອເໜືອກວ່າເຮືອທຸງສ່ວນໃຫຍ່ໃນຕະຫຼາດ.
ປະສິດທິພາບທີ່ທ່ານຕ້ອງການດ້ວຍ Platform Qualcomm (R) Snapdragon (TM) 732G ໃຫມ່ລ້າສຸດເພື່ອໃຫ້ແນ່ໃຈວ່າເຄື່ອງຈະເຮັດວຽກຢ່າງມີສະຖຽນລະພາບ ແລະ ໃຫ້ປະສົບການ, ການໃຊ້ງານທີ່ບໍ່ສະດຸດເຕັກໂນໂລຊີລະບາຍຄວາມຮ້ອນ LiquidCool Technology 1.0 Plus ເຊິ່ງປະສານທໍ່ຄວາມຮ້ອນທອງແດງທີ່ຂະຫຍາຍໃຫຍ່ຂື້ນກັບ Graphite ຫຼາຍຊັ້ນທີ່ເຮັດວຽກຮ່ວມກັນເພື່ອລົດຄວາມຮ້ອນຂອງ Processor ໄດ້ເຖິງ 6 ອົງສາ c’.
ປະສິດທິພາບທີ່ໜ້າເທິ່ງຂອງໂທລະສັບ Smart phone ປັບໃຫ້ເໝາະກັບການຫຼີ້ນເກມໄດ້ຫຼາຍຂື້ນດ້ວຍ Game Turbo 3.0 ເຊິ່ງເປັນການປັບແຕ່ງໂທລະສັບໃຫ້ສອດຄ້ອງກັບຂໍ້ກໍາໜົດຂອງເກມເຊິ່ງຊ່ວຍໃຫ້ຜູ້ໃຊ້ສາມາດໃຊ້ hardware ທີ່ຊົງພະລັງຂອງໂທລະສັບໄດ້ຢ່າງເຕັມທີ່ ນອກຈາກນີ້ Motor ເຊິງເສັ້ນແກນ Z ຂອງໂທລະສັບຍັງຮັບປະກັນການຕອບສະໜອງເຊິງສຳຜັດທີ່ຍອດຍ້ຽມດ້ວຍໂຫມດການສັ່ນສະເທືອນຫຼາຍກວ່າ 150 ໂຫມດສຳຫຼັບສະຖານະການຕ່າງໆອີກດ້ວຍກົງກັບຄວາມຕ້ອງການຂອງທ່ານດ້ວຍຈໍສະແດງຜົນ 120Hz / 240Hz ແລະ ລຳໂພງ Stereo.
ຕາມເປົ້າໝາຍຂອງ POCO ຄືການມອບນະວັດຕະກຳສຳຫຼັບທຸກຄົນ POCO X3 NFC ມີຈໍສະແດງຜົນ FHD + DotDisplay ຂະໜາດ 6.67 ນິ້ວ ທີ່ໜ້າເທິ່ງພ້ອມການປະສົມປະສານລະຫວ່າງອັດຕາການ Refresh 120Hz ແລະ ອັດຕາຄວາມໄວຕໍ່ການຕອບສະໜອງການສຳຜັດ 240Hz.
POCO X3 NFC ເປັນໜື່ງໜ້າຈໍທີ່ໃຊ້ງານໄດ້ຫຼື່ນໄຫຼທີ່ສຸດໃນກຸ່ມລາຄານີ້ ຟັງຊັ່ນ DynamicSwitch ຊ່ວຍໃຫ້ໂທລະສັບສາມາດປະຢັດພະລັງງານໂດຍການສະຫຼັບລະຫວ່າງ 50,60,90 ແລະ 120 Hz ໂດຍອັດຕະໂນມັດຂື້ນຢູ່ກັບການໃຊ້ງານ ແລະ ຮູບແບບຂອງເນື້ອໃນທີ່ສະແດງເທິງໜ້າຈໍ ສິ່ງນີ້ຊ່ວຍໃຫ້ອັດຕາການ Refresh ໂທລະສັບເພິ່ມຂື້ນໃນຂະໃຊ້ງານເຊັ່ນການຫຼີ້ນເກມ ແລະ ລົດລົງສຳຫຼັບການໃຊ້ງານທົ່ວໆໄປເຊັ່ນ: ການອ່ານຂໍ້ຄວາມເຊິ່ງຈະຊ່ວຍລົດການໃຊ້ພະລັງງານ.
ອັດຕາຄວາມໄວຕໍ່ການຕອບສະໜອງການສຳພັດ 240Hz ຊ່ວຍເສີມຄວາມສາມາດໃນການສະແດງຜົນທີ່ບໍ່ທໍາມະດາຂອງໂທລະສັບເຮັດໃຫ້ສາມາດເອົາຊະນະຕູ່ແຂ່ງສ່ວນໃຫຍ່ໄດ້ POCO X3 NFC ມີການຕອບສະໜອງທີ່ໄວກວ່າລຸ້ນເຮືອທຸງສ່ວນໃຫຍ່ໃນຕະຫຼາດ 2 ປັດຈຸບັນເຖິງ 33% ມອບປະສົບການ, ການໃຊ້ງານທີ່ໜ້າເພິ່ງພໍໃຈລວມທັ້ງໃຫ້ຜູ້ໃຊ້ງານໄດ້ເຫັນຂໍ້ໄດ້ປຽບຢ່າງເຫັນໄດ້ຊັດເຈນທີ່ຊັບຊ້ອນທີ່ສຸດ.
ເພື່ອໃຫ້ເກິດການດື່ມດ່ຳປະສົບການສຽງຄຸນນະພາບສູງສຸດ ອຸປະກອນນີ້ຍັງບັນຈຸລຳໂພງ Stereo ຄູ່ລະດັບເຮືອທຸງໄວ້ດ້ວຍລຳໂພງດ້ານເທິງທຽບເທົ່າ 4cc ລຳໂພງດ້ານລຸ່ມທຽບເທົ່າ 1 cc ແລະ Amplitude ການສັ່ນສະເທືອນສູງສຸດ 0.5 ມມ. ໃຫ້ສຽງ Stereo ທີ່ຄົມຊັດ ແລະ ປະສົບການ, ການຫຼີ້ນເກມທີ່ໜ້າເທິ່ງໃນຂະນະດຽວກັນຄວາມສາມາດຂອງລຳໂພງໃນການຮັກສາຄວາມສະອາດຕົວເອງຊ່ວຍໃຫ້ໝັ້ນໃຈໄດ້ວ່າສຽງຄົມຊັດໃນໄລຍະຍາວ.
ການຖ່າຍຮູບທີ່ທ່ານຕ້ອງການດ້ວຍລະບົບກ້ອງ 4 ໂຕ AI 64 ລ້ານ Pixels POCO X3 NFC ມີລະບົບກ້ອງຫຼັງ 4 ຕົວທີ່ຍອດຍ້ຽມເຊິ່ງປະກອບດ້ວຍກ້ອງຫຼັກ 64 ລ້ານ Pixels , ກ້ອງ Ultra wide 13 ລ້ານ Pixels , ກ້ອງ Macro 2 ລ້ານ Pixels ແລະ Sensor ການວັດໄລຍະ 2 ລ້ານ Pixels.
ກ້ອງຫຼັກຂອງໂທລະສັບເປັນ Sensor Sony IMX 682 ລະດັບເຮືອທຸງທີ່ມີຮູຮັບແສງ ? / 1.89 ແລະ Super Pixel 4-in-1 1.6? M ທີ່ໃຫ້ລາຍລະອຽດ ແລະ ຮູບທີ່ຄົມຊັດ ກ້ອງ Ultra wide 13 ລ້ານ Pixels ມີມຸມມອງ 119 ອົງສາ ທີ່ເສີມດ້ວຍຮູຮັບແສງ ? / 2.2 ແລະ ຂະໜາດ Pixels 1.0?m ໃນຂະນະທີ່ກ້ອງ Macro 2 ລ້ານ Pixels ແລະ Sensor ການວັດໄລຍະເສີມ function ຫຼາຍຂືນ ແລະ ເພີ່ມຄວາມສາມາຂອງເລນຫຼັກ
ທາງດ້ານໜ້າອຸປະກອນຄືກ້ອງທີ່ເປັນຈຸດນ້ອຍໆ 20 ລ້ານ Pixels ພ້ອມຮູຮັບແສງ ? / 2.2 ແລະ 1.6?m 4-in-1 Super Pixel ເໝາະສໍາລັບການຖ່າຍຮູບ Selfie ທີ່ແບບໄຮ້ຈຸດດ່າງພ້ອຍ.
ສຳຫຼັບຜູ້ທີ່ພະຍາຍາມຈະໂດດເດັ່ນຈາກໝູ່ເພື່ອນ POCO X3 NFC ມີຄຸນສົມບັດສຸດສ້າງສັນຫຼາກຫຼາຍທັ້ງ kaleidoscope 6 ຕົວເລືອກ, ໂຫມດ Gold vibes , ໂຫມດ Cyberpunk Filters ຖ່າຍຮູບໃຫມ່ໆຫຼາກຫຼາຍລວມເຖິງ AI Skyscaping 3.0 ເຊິ່ງນຳສະເໜີວິທີສ້າງສັນໃຫມ່ໆ ເພື່ອເພິ່ມສີສັນໃຫ້ກັບ Social media feed ຂອງຜູ້ໃຊ້.
ຜູ້ທີ່ມັກວີດີໂອສາມາດໃຊ້ປະໂຫຍດຈາກການບັນທຶກວີດີໂອ 4k ຂອງອຸປະກອນຮວມທັ້ງຄຸນສົມບັດຕ່າງໆເຊັ່ນ: ການຊູມວີດີໂອທີ່ລາບລື່ນ ຈຸດໂຟກັດສູງສຸດ ແລະ ການລັອກ AE / AF ການສະໜັບສະໜູນຮູບແບບ LOG / RAW ແລະ ໂຫມດ Vlog ບໍ່ພຽງແຕ່ຮັບປະກັນວ່າຜູ້ໃຊ້ສາມາດຈັບຮູບຊ່ວງເວລາສຳຄັນຂອງພວກເຂົາໄດ້ຢ່າງມີຄຸນນະພາບສູງສຸດແຕ່ຍັງປ່ຽນໂທລະສັບໃຫ້ເປັນການເຮັດວຽກແບບມືອາຊີບສຳຫຼັບການຜະລິດເນື້ອໃນວີດີໂອອີກດ້ວຍ.
ອາຍຸການໃຊ້ງານຂອງ battery ທີ່ທ່ານຕ້ອງການກັບ battery ຂະໜາດ 5160 mAh ແລະ ການສາກແບບວ່ອງໄວ 33 w.
ສະເປັກການໃຊ້ງານສຸດພິເສດຈະບໍ່ມີປະໂຫຍດເລີຍຫາກບໍ່ມີ battery ທີ່ໃຊ້ງານໄດ້ຍາວນານ ເພື່ອຮັບປະກັນວ່າຜູ້ໃຊ້ສາມາດເພິດເພີນກັບຄຸນສົມບັດທີ່ໜ້າເພິ່ງພໍໃຈທັ້ງໝົດ POCO X3 NFC ມາພ້ອມກັບ battery ຂະໜາດໃຫຍ່ 5160mAh (typ) ທີ່ໃຊ້ງານໄດ້ດົນກວ່າ 2 ມື້ພາຍໃຕ້ການໃຊ້ງານທົ່ວໄປ ໂທລະສັບມືຖືຮອງຮັບການສາກໄວ 33 w ເຊິ່ງບໍ່ພຽງແຕ່ໝາຍຄວາມວ່າອຸປະກອນສາມາດສາກເຖິງ 100% ໃນເວລາພຽງ 65 ນາທີ ເທົ່ານັ້ນແຕ່ຍັງໃຊ້ເວລາພຽງ 30 ນາທີເທົ່າທີ່ຈະຕື່ມໄດ້ເຖິງ 62%1.
ຄວາມໄວໃນການສາກທີ່ເພິ່ມຂື້ນເຮັດໄດ້ໂດຍໃຊ້ເຕັກໂນໂລຊີ Middle Middle Tab (MMT) ໃນ battery ທົ່ວໄປກະແສໄຟຟ້າຈະມາຈາກດ້ານລຸ່ມຂອງໂມດູນຕື່ມຈາກລຸ່ມສູ່ເທິງສົ່ງຜົນໃຫ້ຄວາມໄວໃນການສາກຊ້າລົງຫຼາຍ ເຕັກໂນໂລຊີ Middle Middle Tab (MMT) ໃຊ້ວິທີການໃໝ່ທີ່ battery ຮັບກະແສໄຟຟ້າຈາກທາງກາງ ແລະ ກະຈາຍໄປທີ່ດ້ານເທິງ ແລະ ດ້ານລຸ່ມຂອງໂມດູນພ້ອມກັນນັ້ນຍັງຊ່ວຍໃຫ້ສາກໄດ້ໄວຂື້໊ນ ແລະ ສະໝ່ຳສະເໝີຫຼາຍຂື້ນໃນຂະນະດຽວກັນກໍ່ເຮັດໃຫ້ການໃຊ້ງານຂອງ battery ໄດ້ດົນຂື້ນເມື່ອທຽບກັບຮູບເກົ່າ.

ລາຄາ ແລະ ຊ່ອງທາງການຈັດຈຳໜ່າຍ:
ຕັ້ງແຕ່ວັນທີ່ 23 ກັນຍາ 2020 ເປັນຕົ້ນໄປ POCO X3 NFC ຈະວາງຈຳໜ່າຍ 2 ສີ ໃນປະເທດໄທ ໄດ້ແກ່ສີ Shadow Gray ແລະ Cobalt Blue ຄວາມຈຳ 6GB + 64GB ຈະວາງຈຳໜ່າຍໃນລາຄາ $249 ແລະ ຄວາມຈຳ 6GB + 128GB ຈະວາງຈຳໜ່າຍໃນລາຄາ $285 .
ສຳຫຼັບການວາງຈຳໜ່າຍເທື່ອທຳອິດໃນປະເທດໄທ ທັ້ງ 2 ຄວາມຈຳຈະວາງຈຳໜ່າຍແບບ Exclusive ເທິງ JD CENTRAL ຕັ້ງແຕ່ວັນທີ່ 23-30 ກັນຍານີ້ພ້ອມຂໍ້ສະເໜີສຸດພິເສດດັ່ງຕໍ່ໄປນີ້:
ການສັ່ງຊື້ລ່ວງໜ້າເລີ່ມຕັ້ງແຕ່ວັນທີ່ 23-27 ກັນຍານີ້ ແລະ ສຳຫຼັບໃນຊ່ວງເວລາດັ່ງກ່າວ ເຄື່ອງຄວາມຈຳ 6GB + 64GB ຈະວາງຈໍາໜ່າຍໃນລາຄາ $231 ຈາກລາຄາ $249 ໃນຊ່ວງເວລາ flash sale ໜື່ງມື້ພຽງແຕ່ 2000 ກີບ ທ່ານກໍ່ສາມາດເຮັດການສັ່ງຊື້ລ່ວງໜ້າໄດ້ແລ້ວ..!!!
ເມື່ອເຮັດການສັ່ງຊື້ POCO X3 NFC ສຳເລັດລູກຄ້າຈະໄດ້ຮັບພ້ອຍເງິນຄືນ 10% JD POINTS CASHBACK ແລະ ຮັບຟຣີ Mi Fidget Cube ແລະ ສຳຫຼັບທຸກ Order ທີ່ 50 ທີ່ເຮັດການສັ່ງຊື້ລະຫວ່າງວັນທີ່ 23-30 ກັນຍາ 2020 ນີ້ ລູກຄ້າຈະໄດ້ຮັບເຄື່ອງຟອກອາກາດ Mi ໄປເລີຍທັນທີ. ລາຍຊື່ຜູ້ໂຊກດີຈະປະກາດເທິງ Official Xiaomi Store ເທິງ JD CENTRAL ໃນເດືອນ ຕຸລານີ້ ນອກຈາກນີ້ຍັງສາມາດຜ່ອນຊຳລະ 10 ເດືອນຜ່ານບັດເຄດິດໄດ້ອີກດ້ວຍ…!!!
ທີ່ມາ: https://www.ryt9.com/s/prg/3162586